ພາບປະກອບຈາກອີນເຕີເນັດ

     

     ອີງຕາມ ແຈ້ງການເລກທີ 24/ອຄ.ອປ ລົງວັນທີ 22 ມິຖຸນາ 2023 ເຊີນເຂົ້າຮ່ວມປະມູນຊື້ໄມ້ບ້ວງໄມ້ຍຶດມາໄດ້ ດັ່ງມີລາຍລະອຽດອັນສໍາຄັນດັ່ງນີ້:

     ຜູ້ທີ່ໄດ້ເງື່ອນໄຂເພື່ອເຂົ້າຮ່ວມປະມູນຊື້ໄມ້ຍຶດຂອງແຂວງ ❶ ຜູ້ທີ່ມີໂຮງງານປຸງແຕ່ງໄມ້, ເຟີນີເຈີປຸງແຕ່ງໄມ້ທີ່ມີທະບຽນຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ ຢູ່ພາຍໃນແຂວງ ແລະ ຕ່າງແຂວງ ທີ່ຍັງດໍາເນີນກິດຈະການຢູ່. ❷ ຜູ້ທີ່ມີສິດເຂົ້າຮ່ວມປະມູນ ຕ້ອງແມ່ນຜູ້ອໍານວຍການ ຫຼື ຕົວແທນ ບໍລິສັດ ຫຼື ໂຮງງານປຸງແຕ່ງໄມ້ ທີ່ຖືກມອບສິດ ຫລື ສາມາດຕັດສິນບັນຫາໃນການປະມູນໄດ້. ສະນັ້ນ, ຜູ້ທີ່ໄດ້ເງື່ອນໄຂທີ່ມີຄວາມສົນໃຈສາມາດຕີິດຕໍ່ພົວພັນຊື້ແບບຟອມຊອງປະມູນທີ່ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື (ຂະແຫນງການຄ້າຕ່າງປະເທດ) ໃນໂມງລັດຖະການ. ການກໍານົດວັນເວລາຂາຍຊອງປະມູນ ແມ່ນ 10 ວັນລັດຖະການ (ນັບແຕ່ວັນທີ 22/06/2023 ຫາ 05/07/2023). ລາຄາຊອງປະມູນ: 1.000.000 ກີບ/ຊອງ (ສໍາລັບຄ່າຊອງປະມູນນັ້ນ ແມ່ນບໍ່ໄດ້ສົ່ງຄືນ).

     ກໍານົດວັນເວລາມື້ເປີດຊອງປະມູນແມ່ນເວລາ 9:00 ໂມງເຊົ້າ ຂອງວັນທີ 06/07/2023, ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື ຖ້າກາຍຖືວ່າສະຫຼະສິດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.