ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ກະຊວງສາທາລະນະສຸກ

ກົມອາຫານ ແລະ ຢາ

ເລກທີ 4624/ກອຢ

ໂທ: 021 214013-14

ນະຄອນຫຼວງວຽງຈັນ, ວັນທີ 15 ພຶດສະພາ 2023

 

ໜັງສືແຈ້ງການ

ຮຽນ: ທ່ານຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງ ແລະ ແຂວງ ໃນຂອບເຂດທົ່ວປະເທດ

ເລື່ອງ: ການອອກອະນຸຍາດນໍາເຂົ້າອາຫານ ແບບອີເລັກໂທລນິກ ໂດຍຜ່ານລະບົບແຈ້ງພາສີປະຕູດຽວ

(Lao National Single Window – LNSW).

 

  • ອີງຕາມ ກົດໝາຍວ່າດ້ວຍອາຫານ ສະບັບເລກທີ 33/ສພຊ, ລົງວັນທີ 23 ກໍລະກົດ 2013;
  • ອີງຕາມ ຂໍ້ຕົກລົງວ່າດ້ວຍການອະນຸມັດນໍາໃຊ້ລະບົບແຈ້ງພາສີປະຕູດຽວ, ສະບັບເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019;
  • ອີງຕາມ ແຈ້ງການເປີດນໍາໃຊ້ລະບົບແຈ້ງພາສີປະຕູດຽວໃນການອະນຸຍາດນໍາເຂົ້າແບບອີເລັກໂທຣນິກ, ສະບັບເລກທີ 14297/ກອຢ, ລົງວັນທີ 19 ທັນວາ 2022;
  • ອີງຕາມ ການຄົ້ນຄ້ວາຂອງກົມອາຫານ ແລະ ຢາ.

 

ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ຜ່ານການຈັດຕັ້ງປະຕິບັດທົດລອງນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ໃນການອອກອະນຸຍາດນໍາເຂົ້າອາຫານ ໃຫ້ແກ່ 20 ບໍລິສັດນໍາເຂົ້າອາຫານ, ທີ່ນະຄອນຫຼວງວຽງຈັນ, ແຕ່ວັນທີ 9 ມັງກອນ 2023 ຈົນເຖິງປະຈຸບັນເຫັນວ່າ: ການພິຈາລະນາອອກອະນຸຍາດນໍາເຂົ້າອາຫານແມ່ນມີຄວາມສະດວກວ່ອງໄວຂື້ນ, ສາມາດເກັບກໍາຂໍ້ມູນການນໍາເຂົ້າ, ຫຼຸດຜ່ອນການສິ້ນເປືອງຊັບພະຍາກອນ ແລະ ຫົວໜ່ວຍທຸລະກິດນໍາເຂົ້າອາຫານສາມາດຕິດຕາມເອກະສານຂໍອະນຸຍາດນໍາເຂົ້າອາຫານ ແບບອີເລັກໂທຣນິກ ຜ່ານລະບົບແຈ້ງພາສີປະຕູດຽວ (LNSW) ລົງໄປສູ່ແຂວງທີ່ເປີດໃຊ້ລະບົບດັ່ງກ່າວຄື: ແຂວງຫຼວງນໍ້າທາ, ແຂວງຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ ແລະ ນະຄອນຫຼວງວຽງຈັນ. ແບບຟອມໃບອະນຸຍາດນໍາເຂົ້າ ແລະ ການເກັບກໍາຂໍ້ມູນການນໍາເຂົ້າຕ່າງໆ (ມີເອກະສານຄັດຕິດ).

 

          ບໍລິສັດ ພັດທະນາລະບົບແຈ້ງພາສີປະຕູດຽວ (LNSW) ຈະດໍາເນີນການຝຶກອົບຮົມໃຫ້ແກ່ຂະແໜງອາຫານ ແລະ ຢາ ແລະ ເຈົ້າໜ້າທີ່ອາຫານ ແລະ ຢາ ປະຈໍາດ່ານສາກົນ. ສ່ວນ ວັນ, ເວລາ ແລະ ສະຖານທີ່ຈະແຈ້ງໃຫ້ຊາບຕາມພາຍຫຼັງ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ກະກຽມຈັດຕັ້ງປະຕິບັດຕາມທາງອັນຄວນດ້ວຍ.

 

 

ຫົວໜ້າກົມ

ປອ. ດຣ. ບຸນຊູ ແກ້ວຫາວົງ

 

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບການອອກອະນຸຍາດນໍາເຂົ້າອາຫານ ແບບອີເລັກໂທຣນິກ ໂດຍຜ່ານລະບົບແຈ້ງພາສີປະຕູດຽວ (Lao National Single Window – LNSW), ເລກທີ 4624/ກອຢ, ລົງວັນທີ 15 ພຶດສະພາ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.