ເພື່ອສະຫງວນປະເພດທຸລະກິດນໍາເຂົ້າ ເພື່ອຂາຍຍົກໄວ້ສໍາລັບພົນລະເມືອງລາວ ແລະ ເພື່ອເປີດໃຫ້ຜູ້ລົງທຶນຕ່າງປະເທດ ໄດ້ປະກອບທຶນຮ່ວມກັບຄົນລາວໃນການສ້າງຕັ້ງ ແລະ ດໍາເນີນທຸລະກິດນໍາເຂົ້າ ເພື່ອຂາຍຍົກບາງປະເພດສິນຄ້າ ໃນອັດຕາສ່ວນທີ່ສົມເຫດສົມຜົນ. ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ແຈ້ງມາຍັງພະແນກອຸດສາຫະກໍາ ແລະ ການຄ້າເມືອງ, ເທດສະບານ, ສະພາການຄ້າ ແລະ ອຸດສາຫະກໍາ, ສະມາຄົມ, ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເພື່ອຊາບ ແລະ ຈັດຕັ້ງປະຕິບັດກ່ຽວກັບປະເພດສິນຄ້າເປີດ ແລະ ບໍ່ເປີດ ໃຫ້ຜູ້ລົງທຶນຕ່າງປະເທດຮ່ວມທຶນ ສ້າງຕັ້ງຫົວໜ່ວຍທຸລະກິດນໍາເຂົ້າ ເພື່ອຂາຍຍົກຢູ່ ສປປ ລາວ

# ຫົວຂໍ້ ດາວໂຫຼດ
1 Notice on type of goods and investment ratio opened to foreign investor in investing in importing business for the purpose of wholesales in the Lao PDR PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.