ພາບຕົວຢ່າງ ອາດມີການປ່ຽນແປງພາຍຫຼັງ

 

     ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (LTP) ແມ່ນຈຸດບໍລິການປະຕູດຽວ ສໍາລັບການຊອກຫາຂໍ້ມູນຂ່າວສານຕ່າງໆທີ່ກ່ຽວຂ້ອງກັບການນໍາເຂົ້າ ແລະ ການສົ່ງອອກສິນຄ້າ ຂອງ ສປປ ລາວ. ພ້ອມດຽວກັນ LTP ຍັງໄດ້ອໍານວຍຄວາມສະດວກໃຫ້ແກ່ບັນດາຜູ້ປະກອບການ ໃນການຄົ້ນຫາຂໍ້ມູນທີ່ຕິດພັນກັບການດໍາເນີນທຸລະກິດ ເຊັ່ນ: ມາດຕະການ, ຂັ້ນຕອນ, ລະບຽບການສະເພາະຂອງແຕ່ລະປະເພດສິນຄ້າ, ສິດທິພິເສດທາງດ້ານການຄ້າ, ນິຕິກຳທີ່ກ່ຽວຂ້ອງ ແລະ ຂໍ້ມູນທີ່ເປັນປະໂຫຍດອື່ນໆ.

     ໃນເວີຊັນ 3 ຂອງ LTP ນີ້, ໄດ້ປັບປຸງ ແລະ ພັດທະນາລະບົບການຄົ້ນຫາຂໍ້ມູນຕ່າງໆ ໃຫ້ສະດວກ ແລະ ວ່ອງໄວຂຶ້ນກວ່າເກົ່າ. ນອກຈາກນັ້ນ, ທ່ານຈະໄດ້ເຫັນຂໍ້ມູນສະຖິຕິການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ແລະ ພາກພື້ນ ໃນຮູບແບບແຜນວາດກຣາບຟິກສ ທີ່ມີຂໍ້ມູນທີ່ໜ້າສົນໃຈ ແລະ ເຂົ້າໃຈງ່າຍຂຶ້ນ.

     ລາຍລະອຽດເພີ່ມເຕີມ ທ່ານສາມາດເຂົ້າໄປ ຕິດຕາມ, ກົດໄລ ແລະ ກົດແຊລ ໃນ ເວັບໄຊທ໌ ແລະ ເຟັສບຸກ ຂອງ LTP ໄດ້ທີ່ www.laotradeportal.gov.la/ ແລະ https://www.facebook.com/laotradeportal2013?mibextid=ZbWKwL

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.