ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິິປະໄຕ ເອກະພາບ ວັດທະນະຖາວອນ

 

 

ກະຊວງອຸດສາຫະກຳ ແລະ ການຄ້າ

ເລກທີ 1101/ອຄ

ນະຄອນຫຼວງວຽງຈັນ, ວັນທີ 11 ກໍລະກົດ 2023

 

ຂໍ້ຕົກລົງ

ວ່າດ້ວຍການຮັບຮອງເອົາລາຍການສິນຄ້າຄຸ້ມຄອງໃນການ

ນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ

 

  • ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 604/ນຍ, ລົງວັນທີ 15 ຕຸລາ 2021;
  • ອີງຕາມ ດຳລັດ ວ່າດ້ວຍການນຳເຂົ້າ ແລະ ການສົ່ງອອກສິນຄ້າ ສະບັບເລກທີ 114/ລບ, ລົງວັນທີ 06 ເມສາ 2011;
  • ອີງຕາມ ຄຳສັ່ງ ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ສະບັບເລກທີ 12/ນຍ ລົງວັນທີ 16 ຕຸລາ 2019;
  • ອີງຕາມ ການສະເໜີຂອງ ກົມການນຳເຂົ້າ ແລະ ສົ່ງອອກ ເລກທີ 1806/ກຂອ, ລົງວັນທີ 23 ມິຖຸນາ 2023.

 

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ:

 

ມາດຕາ 1 ລາຍການສິນຄ້າຄຸ້ມຄອງໃນການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ

 

 

ກະຊວງອຸດສາຫະກໍາ ແລະ ການຄ້າ ຕົກລົງຮັບຮອງເອົາລາຍການສິນຄ້າຄຸ້ມຄອງໃນການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ໂດຍແບ່ງເປັນ 3 ລາຍການສິນຄ້າ ດັ່ງນີ້:

  1. ລາຍການສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ (ຕາມເອກະສານຊ້ອນທ້າຍ 1);
  2. ລາຍການສິນຄ້າເກືອດຫ້າມ ນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ (ຕາມເອກະສານຊ້ອນທ້າຍ 2);
  3. ລາຍການສິນຄ້າສະຫງວນ ນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ (ຕາມເອກະສານຊ້ອນທ້າຍ 3).

 

ມາດຕາ 2 ສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ

ສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ແມ່ນປະເພດສິນຄ້າທີ່ນອນໃນບັນຊີສິນຄ້າຄຸ້ມຄອງຂອງຂະແໜງການ ແລະ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການດັ່ງກ່າວ ກ່ອນຈະດໍາເນີນການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ໂດຍມີຈຸດປະສົງແນໃສ່ເພື່ອ ຕິດຕາມ, ກວດກາ, ຄຸ້ມຄອງ ການນໍາໃຊ້ໃຫ້ຖືກເປົ້າໝາຍ ແລະ ປ້ອງກັນການລັກລອບເຂົ້າມາຈໍາໜ່າຍພາຍໃນ, ຮັບປະກັນວ່າສິນຄ້າດັ່ງກ່າວຈະຖືກສົ່ງອອກໄປຕ່າງປະເທດ ຫຼື ນໍາເຂົ້າມາຄືນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ຂອງ ສປປ ລາວ ແລະ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ.

ມາດຕາ 3 ສິນຄ້າເກືອດຫ້າມ ນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ

ສິນຄ້າເກືອດຫ້າມ ນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພຶ່ອສົ່ງອອກຕໍ່ ແລະ ຜ່ານແດນ ແມ່ນປະເພດສິນຄ້າທີ່ບໍ່ອະນຸຍາດໃຫ້ ນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ຢູ່ອານາເຂດດິນແດນຂອງ ສປປ ລາວ ໂດຍມີຈຸດປະສົງແນໃສ່ເພື່ອປົກປ້ອງ ຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປົກປັກຮັກສາສິ່ງແວດແລ້ວ ຫຼື ເພື່ອປະຕິບັດຕາມສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

 

ມາດຕາ 4 ສິນຄ້າສະຫງວນ ນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ

 ສິນຄ້າສະຫງວນ ແມ່ນສິນຄ້າທີ່ບໍ່ອະນຸຍາດໃຫ້ ນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ຫຼື ຜ່ານແດນ ຢູ່ອານາເຂດຂອງ ສປປ ລາວ ໃນຊ່ວງໄລຍະເວລາໃດໜຶ່ງຕາມການກໍານົດຂອງລັດຖະບານ ໂດຍມີຈຸດປະສົງເພື່ອຫຼຸດຜ່ອນຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປົກປັກຮັກສາສິ່ງແວດລ້ອມ, ສຸຂະພາບຂອງຄົນ ແລະ ສັດ.

 

ມາດຕາ 5 ເງື່ອນໄຂ, ຂັ້ນຕອນ ແລະ ເອກະສານປະກອບໃນການຂໍອະນຸຍາດ

ເງື່ອນໄຂ, ຂັ້ນຕອນ ແລະ ເອກະສານປະກອບເອກະສານໃນການຂໍອະນຸຍາດ ນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ສິນຄ້າຄຸ້ມຄອງ ໃຫ້ປະຕິບັດຕາມຂໍ້ຕົກລົງ ວ່າດ້ວຍການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ສິນຄ້າຄຸ້ມຄອງ ສະບັບເລກທີ 0230/ອຄ.ກຂອ, ລົງວັນທີ 25 ມີນາ 2021 ແລະ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງສິນຄ້າຜ່ານແດນ ສະບັບເລກທີ 0451/ອຄ.ກຂອ, ລົງວັນທີ 14 ມິຖຸນາ 2021.

 

ມາດຕາ 6 ການປັບປຸງລາຍການສິນຄ້າຄຸ້ມຄອງໃນການ ນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່  ແລະ ຜ່ານແດນ     

ການປັບປຸງລາຍການສິນຄ້າຄຸ້ມຄອງໃນການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນໃນແຕ່ລະຄັ້ງ ຕ້ອງໄດ້ຮັບການອະນຸມັດຈາກ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ບົນພີື້ນຖານການຄົ້ນຄວ້າ ແລະ ເຫັນດີເປັນເອກະພາບຈາກຂະແໜງການກ່ຽວຂ້ອງ ທີ່ຄຸ້ມຄອງສິນຄ້າດັ່ງກ່າວ.

 

ມາດຕາ 7 ການຈັດຕັ້ງປະຕິບັດ

 

ມອບໃຫ້ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບປະສິດທິຜົນສູງ.

 

ມາດຕາ 8  ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ສີ່ສິບຫ້າ ວັນ ແລະ ໄດ້ລົງໃນຈົດໝາຍເຫດທາງລັດຖະການ.

 

ລັດຖະມົນຕີິ

ມະໄລທອງ ກົມມະສິດ

 

 

ເອກະສານຊ້ອນທ້າຍ ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາລາຍການສິນຄ້າຄຸ້ມຄອງໃນການ ນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ, ເລກທີ 1101/ອຄ, ລົງວັນທີ 11 ກໍລະກົດ 2023.

ເອກະສານຊ້ອນທ້າຍ 1_ກ_ບັນຊີລາຍການສິນຄ້າຄຸ້ມຄອງ ທີ່ຕ້ອງຂໍອະນຸຍາດກ່ອນການ ນໍາເຂົ້າຊົ່ວຄາວ

ເອກະສານຊ້ອນທ້າຍ 1_ຂ_ບັນຊີລາຍການສິນຄ້າຄຸ້ມຄອງ ທີ່ຕ້ອງຂໍອະນຸຍາດກ່ອນການ ສົ່ງອອກຊົ່ວຄາວ

ເອກະສານຊ້ອນທ້າຍ 1_ຄ_ບັນຊີລາຍການສິນຄ້າຄຸ້ມຄອງ ທີ່ຕ້ອງຂໍອະນຸຍາດກ່ອນການ ນໍາເຂົ້າເພື່ອສົ່ງອອກຕໍ່

ເອກະສານຊ້ອນທ້າຍ 1_ງ_ບັນຊີລາຍການສິນຄ້າຄຸ້ມຄອງ ທີ່ຕ້ອງຂໍອະນຸຍາດກ່ອນການ ຜ່ານແດນ

ເອກະສານຊ້ອນທ້າຍ 2_ກ_ບັນຊີລາຍການສິນຄ້າເກືອດຫ້າມ ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່

ເອກະສານຊ້ອນທ້າຍ 3_ບັນຊີລາຍການສິນຄ້າສະຫງວນໃນການ ນໍາເຂົ້າຊົ່ວຄາວ ແລະ ຜ່ານແດນ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາລາຍການສິນຄ້າຄຸ້ມຄອງໃນການ ນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ, ເລກທີ 1101/ອຄ, ລົງວັນທີ 11 ກໍລະກົດ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.