ພາບປະກອບ

     

     ອີງຕາມ ຄໍາແນະນໍາ ກ່ຽວກັບເງື່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກ ໃບຢາສູບ ຈາກ ສປປ ລາວ ໄປ ສປ ຈີນ ເລກທີ 2804/ກປຝ, ລົງວັນທີ 09 ສິງຫາ 2023; ຄໍາແນະນໍາ ກ່ຽວກັບເງື່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກ ໝາກຖົ່ວສົດ ຈາກ ສປປ ລາວ ໄປ ສປ ຈີນ ເລກທີ 2805/ກປຝ, ລົງວັນທີ 09 ສິງຫາ 2023; ຄໍາແນະນໍາ ກ່ຽວກັບເງື່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກ ເຂົ້າສານ ຈາກ ສປປ ລາວ ໄປ ສປ ຈີນ ເລກທີ 2806/ກປຝ, ລົງວັນທີ 09 ສິງຫາ 2023; ແລະ ຄໍາແນະນໍາ ກ່ຽວກັບເງື່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກ ມັນດ້າງ ຈາກ ສປປ ລາວ ໄປ ສປ ຈີນ ເລກທີ 2807/ກປຝ, ລົງວັນທີ 09 ສິງຫາ 2023 ແມ່ນຕ້ອງມີເງື່ອນໄຂດ້ານສຸຂານາໄມພືດ ດັ່ງນີ້:

  1. ໃບຢາສູບ: ຕ້ອງເປັນ ໃບຢາສູບ ທີ່ອົບແຫ້ງແລ້ວ ຫຼື ອົບແຫ້ງອີກ ທີ່ມີຊື່ວິທະຍາສາດ Nicotiana tabacum L. ຫຼື ຊື່ພາສາອັງກິດ: Tobacco ທີ່ປູກ ແລະ ປຸງແຕ່ງຂັ້ນຕົ້ນ ຢູ່ ສປປ ລາວ. 
  1. ໝາກຖົ່ວສົດ: ຕ້ອງເປັນ ໝາກຖົ່ວ 3 ຊະນິດພັນ ຄື: (1) ໝາກຖົ່ວເຫຼືອງ ຫຼື ຖົ່ວຂົນ ທີ່ມີຊື່ວິທະຍາສາດ Glycine max (L.) Merr ຫຼື ຊື່ພາສາອັງກິດແມ່ນ Soybean. (2) ຖົ່ວເບີ ທີ່ມີຊື່ວິທະຍາສາດ Phaseolus vulgaris Linn ຫຼື ຊື່ພາສາອັງກິດແມ່ນ Kidney bean. ແລະ (3) ຖົ່ວຍາວ ຫຼື ຖົ່ວຝຸ່ມ ທີ່ມີຊື່ວິທະຍາສາດ Vigna unguiculata (L) Walp ຫຼື ຊື່ພາສາອັງກິດແມ່ນ Cowpea.
  1. ເຂົ້າສານ: ຕ້ອງເປັນ ເຂົ້າສານຂັດຂາວ ທີ່ຜ່ານຂະບວນການປຸງແຕ່ງດ້ວຍການສີ, ບໍ່ມີເປືອກ, ແກບ ແລະ ສິ່ງເຈືອປົນອື່ນ ແລະ ຕ້ອງສອດຄ່ອງກັບມາດຕະຖານແຫ່ງຊາດ ແລະ ລະບຽບການກ່ຽວຂ້ອງຂອງ ສປ ຈີນ ກ່ຽວກັບສານພິດຕົກຄ້າງ ຈາກຢາປາບສັດຕູພືດ, ທີ່ມີຊື່ວິທະຍາສາດ Oryza sativa L ຫຼື ຊື່ພາສາອັງກິດແມ່ນ Rice.
  2. ມັນດ້າງ: ຕ້ອງເປັນຊະນິດພັນ ທີ່ມີຊື່ວິທະຍາສາດ Ipomoea batatas (L) Lamk ຫຼື ຊື່ພາສາອັງກິດແມ່ນ Sweet potato ສົ່ງອອກເພື່ອປຸງແຕ່ງ ແລະ ບໍ່ນໍາໃຊ້ເປັນແນວພັນ.

     ການປະກອບເອກະສານເພື່ອ ຂໍຂຶ້ນທະບຽນ ຫຼື ຂໍຕໍ່ໃບທະບຽນ ສວນປູກ, ໂຮງເຮືອນຫຸ້ມຫໍ່ບັນຈຸ, ໂຮງສີ ແລະ ໂຮງອົບ ແມ່ນປະຕິບັດຕາມລະບຽບການຂອງກະຊວງກະສິກໍາ ແລະ ປ່າໄມ້ ທີ່ປະກາດໃຊ້ແຕ່ລະໄລຍະ ໂດຍຍື່ນຄໍາຮ້ອງເຖິງກົມປູກຝັງ ເພື່ອພິຈາລະນາຄົ້ນຄ້ວາ ຕາມເອກະສານ ດັ່ງນີ້:

  • ໃບຄໍາຮ້ອງ ຕາມແບບພິມທີ່ກົມປູກຝັງກໍານົດ;
  • ສໍາເນົາ ໃບອະນຸຍາດດໍາເນີນກິດຈະການ ກະສິກໍາ ແລະ ປ່າໄມ້;
  • ສໍາເນົາ ໃບຢັ້ງຢືນການມອບພັນທະອາກອນປະຈໍາປີສຸດທ້າຍ;
  • ຄູ່ມືດໍາເນີນງານ ກ່ຽວກັບການຈັດການດ້ານສຸຂານາໄມ ແລະ ສຸຂານາໄມພືດ;
  • ໃບມອບສິດ ແລະ ສໍາເນົາບັດປະຈໍາຕົວຂອງຜູ້ຍື່ນເອກະສານ ໃນກໍລະນີໃຫ້ຜູ້ອື່ນຍື່ນຄໍາຮ້ອງແທນ.

     ສຳລັບການຂຶ້ນທະບຽນຂອງພືດ 4 ຊະນິດ ທີ່ກ່າວມາຂ້າງເທິງ ແມ່ນມີອາຍຸນໍາໃຊ້ໄດ້ ໜຶ່ງ ປີ ແລະ ສາມາດຂໍຕໍ່ໄດ້. ຜູ້ທີ່ໄດ້ຮັບຂຶ້ນທະບຽນ ແລະ ຮັບຮອງໃຫ້ເປັນຜູ້ສົ່ງອອກແລ້ວ ແມ່ນຈະຖືກເຜີຍແຜ່ລົງໃນເວັບໄຊ ຂອງອົງການບໍລິຫານພາສີ ແຫ່ງ ສປ ຈີນ ຊຶ່ງຈະມີຂໍ້ມູນ ຊື່, ທີ່ຢູ່ ແລະ ເລກລະຫັດ.

 

ລາຍລະອຽດເພີ່ມເຕີມກະລຸນາຕິດຕໍ່: ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້.

ຖະໜົນລ້ານຊ້າງ, ບ້ານ ໂພນໄຊ , ເມືອງ ໄຊເສດຖາ , ນະຄອນຫຼວງວຽງຈັັນ.

ໂທລະສັບ : (021) 412350.

ແຟັກ : (021) 412349.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.