ໃນລະຫວ່າງວັນທີ 14 ຫາ 15 ສິງຫາ 2023 ທີ່ ຫ້ອງປະຊຸມຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ ໄດ້ມີການຈັດຝຶກອົບຮົມວຽກງານອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (Electronic Certificate of Origin: e-CO) ໃຫ້ແກ່ພະນັກງານປະຈໍາຫ້ອງການຂອງ ພະແນກອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແລະ ຜູ້ປະກອບການຈຳນວນໜຶ່ງພາຍໃນແຂວງບໍ່ແກ້ວ. ຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນໄປ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ສີອໍາໄພ ໂສລະຖີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍ່ແກ້ວ ແລະ ທ່ານ ໂພໄຊ ອິນທະບົວລີ ຮອງຫົວໜ້າພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ.

    ນອກຈາກນັ້ນ, ໃນລະຫວ່າງວັນທີ 17 ຫາ 18 ສິງຫາ 2023 ທີ່ຫ້ອງປະຊຸມຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຝຶກອົບຮົມ ກ່ຽວກັບການນໍາໃຊ້ລະບຽບແຫຼ່ງກໍາເນີດສິນຄ້າ, ການອອກໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ (Confirmation of Product Eligibility: CPE), ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ແລະ ການສະຫຼຸບສະຖິຕິ ພ້ອມທັງການເກັບສໍາເນົາເອກະສານ ແລະ ການນໍາໃຊ້ລະບົບ e-CO (ເຊິ່ງແຂວງໄດ້ນໍາໃຊ້ລະບົບດັ່ງກ່າວ ນັບແຕ່ວັນທີ 01 ຕຸລາ 2022 ເປັນຕົ້ນມາ) ໃຫ້ແກ່ພະນັກງານຂອງຂະແໜງການຄ້າຕ່າງປະເທດ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບລະບຽບພາຍໃນ, ພາກພື້ນ ແລະ ສາກົນ.

     ການຈັດຝຶກອົບຮົມໃຫ້ທັງສອງແຂວງໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ເຈົ້າໜ້າທີ່ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຂອງພະແນກອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແລະ ຜູ້ປະກອບການພາຍໃນແຂວງ ກ່ຽວກັບການນໍາໃຊ້ລະບົບ e-CO ເຊິ່ງໄດ້ຮັບການພັດທະນາຂຶ້ນຕາມນະໂຍບາຍຫັນວຽກງານບໍລິການໃຫ້ເປັນທັນສະໄໝຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເລີ່ມນຳໃຊ້ນັບແຕ່ປີ 2016 ເປັນຕົ້ນມາ.

     ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີແຜນສ້າງຂີດຄວາມອາດສາມາດໃຫ້ບັນດາຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດໃນຂອບເຂດທົ່ວປະເທດ ໃຫ້ສາມາດນໍາໃຊ້ລະບົບ e-CO ໄດ້ພາຍໃນປີ 2023, ຊຶ່ງພະແນກອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງບໍ່ແກ້ວ ກໍ່ເປັນໜຶ່ງໃນຫ້ອງການເປົ້າໝາຍ ແລະ ຈະໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນວັນທີ 01 ກັນຍາ 2023 ເປັນຕົ້ນໄປ.

     ສຳລັບພາກສ່ວນໃດທີ່ສົນໃຈໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເບີໂທ: 021 450255 ແລະ ສາມາດເຂົ້າໄປສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌: www.laotradeportal.gov.la, www.ecolao.gov.la

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.