ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ

ເລກທີ 2766/ກງ

ນະຄອນຫຼວງວຽງຈັນ, ວັນທີ 12 ກັນຍາ 2023

 

ແຈ້ງການ

                  ເຖິງ: - ຜູ້ແຈ້ງພາສີທົ່ວໄປ ແລະ ຜູ້ບໍລິການແຈ້ງພາສີ

                        - ຜູ້ປະກອບການນໍາເຂົ້ານໍ້າມັນເຊື້ອໄຟ

                        - ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງກັບທຸລະກິດການນໍາເຂົ້ານໍ້າມັນເຊື້ອໄຟໃນ

                          ຂອບເຂດທົ່ວປະເທດ

                  ເລື່ອງ: ການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ.

 

          - ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020;

          - ອີງຕາມ ຄຳສັ່ງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບ  

            ງົບປະມານແຫ່ງລັດ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2020;

          - ອີງຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການ

           ເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ13/ນຍ, ລົງວັນທີ

           29  ສິງຫາ 2023;                                      

          - ອີງຕາມ ດຳລັດນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງການເງິນສະບັບເລກ

            ທີ 600/ນຍ, ລົງວັນທີ 14 ຕຸລາ 2021;

          - ອີງຕາມ ບົດລາຍງານຂອງກົມພາສີ ສະບັບເລກທີ 08158/ກພສ, ລົງວັນທີ 05 ກັນຍາ 2023.

           ເພື່ອຮັບປະກັນໃນການຄຸ້ມຄອງການນຳເຂົ້າສິນຄ້າປະເພດນໍ້າມັນເຊື້ອໄຟ ຊຶ່ງເປັນສິນຄ້າຍຸດທະສາດ ແລະ ມີຄວາມອ່ອນໄຫວຕໍ່ເສດຖະກິດ-ການເງິນ ທີ່ລັດຖະບານຄວບຄຸມ, ດັດສົມໃຫ້ເໝາະສົມກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດໃນແຕ່ລະໄລຍະ, ແນໃສ່ປ້ອງກັນການຫຼົບຫຼີກການປະຕິບັດພັນທະດ້ານພາສີ-ອາກອນ ແລະ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ປະກົດຜົນເປັນຈິງ; ເຮັດໃຫ້ການຄຸ້ມຄອງການນຳເຂົ້ານໍ້າມັນເຊື້ອໄຟ ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍພາສີ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.

ລັດຖະມົນຕີ ກະຊວງການເງິນ ອອກແຈ້ງການ ດັ່ງນີ້:

1. ຜູ້ປະກອບການນໍາເຂົ້ານໍ້າມັນເຊື້ອໄຟ ຕ້ອງປະກອບເອກະສານການແຈ້ງພາສີເປັນອັນສະເພາະ ໂດຍລາຍລະອຽດ ດັ່ງນີ້:

          1) ແບບພີມແຈ້ງພາສີໂດຍສັງເຂບ (Cargo Manifest Declaration);

          2) ແບບພີມແຈ້ງພາສີເປັນລາຍລະອຽດ (ACDD);

          3) ໃບແຈ້ງລາຄາ (Invoice);

          4) ໃບລາຍການຫຸ້ມຫໍ່ສິນຄ້າ (Packing List);

          5) ໃບອະນຸຍາດນຳເຂົ້ານໍ້າມັນເຊື້ອໄຟ (Import Permit);

          6) ໃບຢັ້ງຢືນດ້ານປະລິມານ (Certificate of Quantity) ທີ່ອອກໃຫ້ໂດຍໂຮງກັ່ນນໍ້າມັນເຊື້ອໄຟຈາກປະເທດ

              ຕົ້ນທາງການຂົນສົ່ງ;

          7) ໃບກຳກັບການຂົນສົ່ງ (Delivery Note/Truck BillBill of Lading) ທີ່ອອກໃຫ້ໂດຍຜູ້ບໍລິການຂົນສົ່ງ

              ຈາກປະເທດຕົ້ນທາງ;

          8) ໃບແຈ້ງພາສີຂາອອກ (Customs Declaration for Export);

          9) ສັນຍາຊື້-ຂາຍນໍ້າມັນເຊື້ອໄຟ ລະຫວ່າງ ຜູ້ສົ່ງອອກ ແລະ ຜູ້ນໍາເຂົ້າ (Sale Contract).

2. ການນໍາເຂົ້ານໍ້າມັນເຊື້ອໄຟ ແມ່ນໃຫ້ແຈ້ງພາສີຢູ່ດ່ານພາສີສາກົນ ທີ່ມີລະບົບແຈ້ງພາສີເອເລັກໂຕຣນິກ ແລະ ເຄື່ອງມືຮັບໃຊ້

    ໃນການກວດກາຂອງເຈົ້າໜ້າທີ່ພາສີ ດັ່ງລາຍລະອຽດລຸ່ມນີ້:

    1) ດ່ານພາສີສາກົນທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ 1

    2) ດ່ານພາສີສາກົນສາກົນບໍ່ເຕັນ

    3) ດ່ານພາສີສາກົນຂົວມິດຕະພາບ 4

    4) ດ່ານພາສີສາກົນປາງຫົກ

    5) ດ່ານພາສີສາກົນນໍ້າເຫືອງ

    6) ດ່ານພາສີສາກົນນໍ້າເງິນ

    7) ດ່ານພາສີສາກົນນ້ຳໂສຍ

    8) ດ່ານພາສີສາກົນນໍ້າກັ່ນ

    9) ດ່ານພາສີສາກົນປາກຊັນ

    10) ດ່ານພາສີສາກົນນໍ້າພາວ

    11) ດ່ານພາສີສາກົນນາເພົ້າ

     12) ດ່ານພາສີສາກົນຂົວມິດຕະພາບ 3

     13) ດ່ານພາສີສາກົນແດນສະຫວັນ

     14) ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ

     15) ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ

     16) ດ່ານພາສີສາກົນໜອງນົກຂຽນ

     17) ດ່ານພາສີສາກົນລະໄລ

     18) ດ່ານພາສີສາກົນດາກຕະອອກ

     19) ດ່ານພາສີສາກົນພູເກືອ

ໝາຍເຫດ: ດ່ານພາສີສາກົນອື່ນທີ່ບໍ່ໄດ້ລະບຸຂ້າງເທີງ ແມ່ນບໍ່ອະນຸຍາດໃຫ້ນໍາເຂົ້ານໍ້າມັນເຊື້ອໄຟຢ່າງເດັດຂາດ.

3. ການນຳເຂົ້າ ແລະ ເຄື່ອນຍ້າຍໄປຈໍາໜ່າຍນໍ້າມັນເຊື້ອໄຟ ໃຫ້ປະຕິບັດ ດັ່ງນີ້:

 

ດ່ານພາສີສາກົນບ່ອນນຳເຂົ້າ

ແຂວງທີ່ອະນຸຍາດໃຫ້ເຄື່ຶອນຍ້າຍໄປຈຳໜ່າຍ

1

ດ່ານພາສີສາກົນທ່າບົກທ່ານາແລ້ງ ແລະ ຂົວມິດຕະ

ພາບ 1

ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງບໍລິຄຳໄຊ, ແຂວງຊຽງຂວາງ ແລະ ແຂວງຫົວພັນ

2

ດ່ານບໍ່ເຕັນ

ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງຜົ້ງສາລີ

3

ດ່ານພາສີສາກົນຂົວມິດຕະພາບ 4

ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຜົ້ງສາລີ

4

ດ່ານພາສີສາກົນປາຫົກ

ແຂວງຜົ້ງສາລີ, ແຂວງອຸດົມໄຊ

5

ດ່ານພາສີສາກົນນໍ້າເຫືອງ

ແຂວງໄຊຍະບູລີ, ແຂວງຫຼວງພະບາງ, ແຂວງຊຽງຂວາງ ແລະ ແຂວງຫົວພັນ

6

ດ່ານພາສີສາກົນນໍ້າເງິນ

ແຂວງໄຊຍະບູລີ, ແຂວງຫຼວງພະບາງ, ແຂວງຊຽງຂວາງ ແລະ ແຂວງຫົວພັນ

7

ດ່ານພາສີສາກົນນໍ້າໂສຍ

ແຂວງຫົວພັນ, ແຂວງຫຼວງພະບາງ

8

ດ່ານພາສີສາກົນນໍ້າກັ່ນ

ແຂວງຊຽງຂວາງ, ແຂວງຫຼວງພະບາງ ແລະ ແຂວງໄຊສົມບູນ

9

ດ່ານພາສີສາກົນປາກຊັນ

ແຂວງບໍລິຄຳໄຊ, ແຂວງໄຊສົມບູນ, ແຂວງຄຳມ່ວນ,ແຂວງຊຽງຂວາງ ແລະ ແຂວງຫົວພັນ

10

ດ່ານພາສີສາກົນນໍ້າພາວ

ແຂວງບໍລິຄຳໄຊ, ແຂວງໄຊສົມບູນ, ແຂວງຄຳມ່ວນ,ແຂວງຊຽງຂວາງ ແລະ ແຂວງຫົວພັນ

11

ດ່ານພາສີສາກົນນາເພົ້າ

ແຂວງຄຳມ່ວນ, ແຂວງບໍລິຄຳໄຊ ແລະ ແຂວງສະຫວັນນະເຂດ

12

ດ່ານພາສີສາກົນຂົວມິດຕະພາບ 3

ແຂວງຄຳມ່ວນ, ແຂວງບໍລິຄຳໄຊ ແລະ ແຂວງສະຫວັນນະເຂດ

13

ດ່ານພາສີສາກົນແດນສະຫວັນ

ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະ ແຂວງສາລະວັນ

14

ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ

 

ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະ ແຂວງສາລະວັນ

15

ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ

ແຂວງຈຳປາສັກ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື

16

ດ່ານພາສີສາກົນໜອງນົກຂຽນ

ແຂວງຈຳປາສັກ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື

17

ດ່ານພາສີສາກົນລະໄລ

ແຂວງສາລະວັນ, ແຂວງຈຳປາສັກ ແລະ ແຂວງເຊກອງ

18

ດ່ານພາສີສາກົນດາກຕະອອກ

ແຂວງເຊກອງ, ແຂວງຈຳປາສັກ, ແຂວງສາລະວັນ ແລະ ແຂວງອັດຕະປື

19

ດ່ານພາສີສາກົນພູເກືອ

ແຂວງອັດຕະປື, ແຂວງເຊກອງ ແລະ ແຂວງຈຳປາສັກ

 

           ກໍລະນີ ຜູ້ປະກອບການມີຄວາມຈໍາເປັນຕ້ອງການເຄື່ອນຍ້າຍນໍ້າມັນເຊື້ອໄຟໄປສະໜອງໃຫ້ໂຄງການພັດທະນາຢູ່ແຂວງອື່ນ ນອກຈາກຂອບເຂດການເຄື່ອນຍ້າຍທີ່ກໍານົດຂ້າງເທິງ ຕ້ອງສະເໜີເຖິງກົມພາສີພິຈາລະນາເປັນແຕ່ລະກໍລະນີ.

4.  ມອບໃຫ້ກົມພາສີ, ຫົວໜ້າພາສີປະຈຳແຂວງ, ນະຄອນຫຼວງ ແລະ ຫົວໜ້າດ່ານພາສີສາກົນ ຈັດຕັ້ງປະຕິບັດ,ເຜີຍແຜ່ ແລະ         ແນະນຳໃຫ້ເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນ ເອົາໃຈໃສ່ໃນການກວດກາຂໍ້ມູນ, ເອກະສານປະກອບການແຈ້ງ ແລະ ສິນຄ້າ, ເຄື່ອງຂອງຕົວຈິງ ຕາມຫຼັການບໍລິຫານຄວາມສ່ຽງ. ສຳລັບການກວດກາສິນຄ້າ, ເຄື່ອງຂອງຕົວຈິງ ໃຫ້ນຳໃຊ້ເຄື່ອງມືທັນສະໄໝ ເປັນຕົ້ນແມ່ນ ຊິງຊັ່ງດີຈີຕໍ.

5.  ແຈ້ງການສະບັບນີ້ ມີຜົນສັກສິດນໍາໃຊ້ນັບແຕ່ວັນທີ 01 ຕຸລາ 2023 ເປັນຕົ້ນໄປ, ເນື້ອໃນນິຕິກຳໃດ ທີ່ກະຊວງການເງິນໄດ້ອອກໃນໄລຍະຜ່ານມາ ຫາກຂັດກັບແຈ້ງການສະບັບນີ້ ລ້ວນແຕ່ຖືກລົບລ້າງ.

     ດັ່ງນັ້ນ, ຈຶ່ງແຈ້ງມາ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

 

ລັດຖະມົນຕີ

ສັນຕິພາບ ພົມວິຫານ

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ການຄຸ້ມຄອງການນໍາເຂົ້ານໍ້າມັນເຊືອໄຟ, ເລກທີ 2766/ກງ, ລົງວັນທີ 12 ກັນຍາ 2023 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.