ອີງຕາມ ແຈ້ງເຊີນລົງທະບຽນ ບັນດາບໍລິສັດໃຫ້ເຂົ້າມາລົງທະບຽນ ເປັນ ຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ເປີດ/ຫັນ ບັນຊີສະເພາະເພື່ອຊຳລະສະສາງຕ່າງ, ເລກທີ 2900/ກຂອ, ລົງວັນທີ 15 ກັນຍາ 2023. ກົມການນໍາເຂົ້າ-ສົ່ງອອກສິນຄ້າ ຂໍຖືເປັນກຽດຮຽນສະເໜີມາຍັງທ່ານ ເພື່ອຊາບວ່າ: ກົມການນຳເຂົ້າ ແລະ ສົ່ງອອກ ຈະໄດ້ສົມທົບກັບ ກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານ ແຫ່ງ ສປປ ລາວ ຈັດໃຫ້ມີການລົງທະບຽນຜູ້ນຳເຂົ້າ ສົ່ງອອກ ແລະ ຢັ້ງຢືນ ການເປີດ/ຫັນ ບັນຊີສະເພາະຊຳລະສະສາງຕ່າງປະເທດ ໃຫ້ບັນດາຫົວໜ່ວຍທຸລະກິດນຳເຂົ້າ ແລະ ສົ່ງອອກ. ສະນັ້ນ, ຈຶ່ງຖືເປັນກຽດຮຽນ ສະເໜີມາຍັງ ທ່ານ ເພື່ອຊ່ວຍປະສານ ແລະ ແຈ້ງໃຫ້ບັນດາບໍລິສັດທີ່ບັນດາບໍລິສັດທີ່ຂື້ນກັບການຄຸ້ມຄອງຂອງຂະແໜງການທ່ານ (ຄັດຕິດລາຍຊື່ເປົ້າໝາຍຫົວໜ່ວຍທຸລະກິດ ມາພ້ອມນີ້)ໃຫ້ເຂົ້າມາພົວພັນລົງທະບຽນກັບທີ່ ຕາມວັນເວລາ ແລະ ສະຖານທີ່ ດັ່ງນີ້:

ສະຖານທີ່:  ຫ້ອງປະຊຸມສ່ອງແສງ (ຊັ້ນ 3), ກະຊວງອຸດສາຫະກຳ ແລະ ການຄ້າ

ວັນທີ:        ວັນອັງຄານ ທີ 19 ກັນຍາ 2023 ຫາ ວັນພະຫັດ ທີ 21 ກັນຍາ 2023

ເວລາ:        ພາກເຊົ້າ (08 ໂມງ 30 ນາທີ - 11 ໂມງ 30 ນາທີ)

                       ພາກບ່າຍ (13 ໂມງ 30 ນາທີ - 16 ໂມງ 00 ນາທີ)

ໃຫ້ຜູ້ປະກອບການດາວໂຫຼດເອກະສານຕາມຄິວອາໂຄດທີ່ໄດ້ແນບຕິດມາພ້ອມນີ້ ແລ້ວ ຕື່ມຂໍ້ມູນ ແລະ ປະກອບເອກະສານໃຫ້ຄົບຖ້ວນ ພ້ອມທັງນຳສົ່ງຊອບກ໋ອບປີ້ ໃຫ້ ກອງເລຂາ ໃນເວລາທີ່ມາພົວພັນລົງທະບຽນ. ສອບຖາມຂໍ້ມູນເພີ້ມຕື່ມໂທ: 020 9699 6565, 02055510038, 02056287584, 02095914789

# ຫົວຂໍ້ ດາວໂຫຼດ
1 ແຈ້ງເຊີນລົງທະບຽນ ບັນດາບໍລິສັດໃຫ້ເຂົ້າມາລົງທະບຽນ ເປັນ ຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ເປີດ/ຫັນ ບັນຊີສະເພາະເພື່ອຊຳລະສະສາງຕ່າງ, ເລກທີ 2900/ກຂອ, ລົງວັນທີ 15 ກັນຍາ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.