ໃນຕອນບ່າຍ ວັນທີ 11 ກັນຍາ 2023, ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ (ກຊ ອຄ) ໃນນາມຜູ້ຈັດຕັ້ງປະຕິບັດ ແລະ ຂະແໜງການຫຼັກຂອງໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສຽ່ງໃຕ້ ເພື່ອການເຊື່ອມຈອດ - ເຊື່ອມໂຍງ (SEARECC) ໄດ້ຈັດກອງປະຊຸມຕິດຕາມວຽກງານຄວາມຄືບໜ້າຂຶ້ນ ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ ຂອ ແລະ ຕາງໜ້າຈາກ ກຸ່ມທະນາຄານໂລກ ທ່ານ ສົມບັດ ສຸດທິວົງ, ຊ່ຽວຊານອາວຸໂສດ້ານໂຄງສ້າງພື້ນຖານຂອງທະນາຄານໂລກ ແລະ ຜູ້ຊີ້ນໍາໂຄງການ SEARECC, ແລະ ຜູ້ຕາງໜ້າຈາກ ກົມພາສີ, ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ (ກົມ ຕມ) ແລະ ພະແນກອຸດສາຫະກໍາ ແລະ ການຄ້າ 5 ແຂວງພາກເໜືອ ທີ່ເຂົ້າຮ່ວມຜ່ານປະຊຸມທາງໄກ.

     ໂຄງການພັດທະນາແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ເພື່ອການເຊື່ອມຈອດ-ເຊື່ອມໂຍງ(SEARECC) ໄດ້ລິເລີມຈັດຕັ້ງປະຕິບັດໂຄງການຢ່າງເປັນທາງການ ໃນເດືອນ ກັນຍາ 2022 ໂດຍແມ່ນກະຊວງໂຍທາທິການ ແລະ ຂົນສົ່ງ (ກະຊວງ ຍທຂ) ເປັນເຈົ້າການນຳພາການຈັດຕັ້ງປະຕິບັດໂຄງການ ໂດຍມີພາລະບົດບາດ ພັດທະນາເຊື່ອມຈອດ-ເຊື່ອມໂຍງການຂົນສົ່ງ ເປັນຕົ້ນແມ່ນ ສ້າງລະບົບໂຄງລ່າງພື້ນຖານໃຫ້ມີ ຄວາມປອດໄພ, ມີປະສິດທິຜົນ, ທົນທານຕໍ່ສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ບັນດາເສັ້ນທາງ, ທາງຜ່ານລະຫວ່າງປະເທດ ແລະ ການເຊື່ອມຈອດ-ເຊື່ອມໂຍງພາຍໃນປະເທດ ແລະ ເສີມຂະຫຍາຍການເຊື່ອມຈອດ-ເຊື່ອມໂຍງ ສປປ ລາວ ແລະ ພາກພື້ນ.

     ໃນເບື້ອງຕົ້ນ, ພະແນກອໍານວຍຄວາມສະດວກທາງດ້ານການຄ້າ, ກົມ ຂອ ໄດ້ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດກິດຈະກໍາແຜນວຽກ 6 ເດືອນຕົ້ນປີ 2023, ປຶກສາຫາລືທົບທວນຄືນສິ່ງທ້າທາຍທີ່ເກີດຂື້ນ ເພື່ືອຖອດຖອນບົດຮຽນ ແລະ ຊອກວິທີການແກ້ໄຂໃຫ້ທັນການ ແລະ ວ່າງແຜນການຕໍ່ໜ້າໃຫ້ຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະ ກົມພາສີ, ກົມ ຕມ ແລະ ບັນດາ 5 ແຂວງພາກເໜືອເປົ້າໝາຍ ໃຫ້ສຸມໃສ່ແຜນງານຂອງຕົນໃຫ້ສາມາດຈັດຕັ້ງປະຕິບັດໃຫ້ໄດ້ຕາມແຜນທີວ່າງອອກໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນອັນສູງສຸດ.

     ໂດຍລວມແລ້ວການຈັດຕັ້ງປະຕິບັດຂອງໂຄງການຜ່ານມາ ໄດ້ມີການຈັດກອງປະຊຸມປະເມີນດໍາລັດວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018. ສຶກສາແລກປ່ຽນ ແລະ ຖອດຖອນບົດຮຽນ ການຮ່ວມມືການຄ້າຂ້າມແດນ ລະຫວ່າງ ແຂວງ ກັບ ແຂວງ (ລາວ-ໄທ, ລາວ-ຫວຽດ ແລະ ລາວ-ຈີນ). ຈັດຝຶກອົບຮົມເຜີຍແຜ່ ວຽກວິຊາສະເພາະກ່ຽວກັບພາສີ ໃຫ້ແກ່ເຈົ້າໜ້າທີ່ພາສີ ໃນບັນດາຂົງເຂດພາກເໜືອ. ຍົກລະດັບ ລະບົບ ອາຊີກູດາ (ASYCUDA) ເພື່ອໃຫ້ມີຄວາມທັນສະໄໝ ແລະ ສອດຄ່ອງກັບການນໍາໃຊ້ຕົວຈິງ. ການຈັດຝຶກອົບຮົມຍົກລະດັບ ເວັບໄຊ໌ຂອງກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ຍົກລະດັບຄວາມອາດສາມາດ ຂອງເຈົ້າໜ້າທີ່ ໂດຍການຝຶກອົບຮົມພາສາ ອັງກິດ, ຫວຽດນາມ ແລະ ຈີນ ໃຫ້ແກ່ເຈົ້າໜ້າທີ່ ຕມ ຂັ້ນສູນກາງ, ແຂວງ ແລະ ບັນດາດ່ານທີ່ນອນໃນໂຄງການດັ່ງກ່າວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.