ຕອນບ່າຍ ວັນອັງຄານທີ 10 ຕຸລາ 2023, ທີ່ ຫ້ອງປະຊຸມທາງໄກ (ຊັ້ນ 3), ກະຊວງອຸດສາຫະກໍາ ແລະ ການຄ້າ. ກົມການຄ້າຕ່າງປະເທດ (ກົມ ຄຕ), ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ໃນນາມເປັນ ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດ “ກອງປະຊຸມປຶກສາຫາລືແກ້ໄຂບັນຫາຂອງທ່າບົກ ແລະ ບັນຫາຂອງພາກທຸລະກິດ”. ໂດຍການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ເປັນຫົວໜ້າ ກຄອຄຂ.ສ ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ຜູ້ພັດທະນາທ່າບົກທີ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງແບບເຊິ່ງໜ້າ ແລະ ທາງໄກ.

     ທ່ານ ປອ ມະໂນທອງ ວົງໄຊ ໄດ້ກ່າວໃນພີທີເປີດວ່າ: ໂດຍອີງໃສ່ທິດຊີ້ນໍາຈາກຂັ້ນເທິ່ງ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ໃນວັນທີ 21 ມິຖຸນາ 2023, ທີ່ທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ຄອຄຂ.ສ) ໄດ້ຊີ້ນໍາໃຫ້ຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າແກ້ໄຂບັນຫາຕ່າງໆທີ່ໄດ້ຍົກຂຶ້ນໃນກອງປະຊຸມ ຊຶ່ງໃນນັ້ນແມ່ນບັນຫາຢູ່ທ່າບົກ ເຊິ່ງເປັນບັນຫາເຄັງຮ້ອນທີ່ຕ້ອງໄດ້ເລັ່ງແກ້ໄຂໃຫ້ສໍາເລັດໂດຍໄວທີ່ສຸດ.

     ໂດຍລວມແລ້ວຜົນປະໂຫຍດຂອງ ທ່າບົກ ສາມາດເວົ້າໄດ້ວ່າເປັນຈຸດເຕົ້າໂຮມ ແລະ ແຈກຢາຍສິນຄ້າ, ເປັນສູນກາງບໍລິການໂລຊິດສະຕິກທີ່ເປັນລະບົບ ເຊັ່ນ: ຈຸດເຕົ້າໂຮມສິນຄ້າ, ການຄ່ຽນຖ່າຍສິນຄ້າ, ລານຕູ້, ສາງສິນຄ້າ ແລະ ອື່ນໆ ພ້ອມທັງປະກອບສ່ວນໃນການເກັບລາຍຮັບເຂົ້າງົບປະມານທີ່ສາມາດກວດສອບໄດ້. ເຖິງຢ່າງໃດກໍ່ຕາມ, ຄຽງຄູ່ກັບດ້ານດີ ກໍປາສະຈາກບໍ່ໄດ້ບັນດາຂໍ້ຄົງຄ້າງ ໂດຍສະເພາະຂອດການບໍລິການ ມີຂັ້ນຕອນຫຍຸ້ງຍາກສົມຄວນ ແລະ ການເກັບຄ່າທໍານຽມ ຍັງມີຄວາມຊໍ້າຊ້ອນ ແລະ ຍັງບໍ່ເປັນເອກະພາບກັບລະບຽບການທີ່ວ່າງອອກຂອງລັດຖະບານ.

     ສະນັ້ນ, ກະຊວງ ອຄ ຈຶ່ງໄດ້ສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ (ກະຊວງ ຍທຂ) ລົງເກັບກໍາຂໍ້ມູນຕົວຈີງ ແລະ ເຮັດບົດສຶກສາຄົ້ນຄ້ວາ ກ່ຽວກັບຂັ້ນຂອດ ການນໍາເຂົ້າ-ສົ່ງອອກ ຢູ່ 3 ທ່າບົກທີ່ມີການຂົນສົ່ງນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຫຼາຍທີ່ສຸດ ຊຶ່ງສາມາດສັງລວມໄດ້ 11 ບັນຫາຫຼັກທີ່ຕິດພັນກັບຫຼາຍຂະແໜງການທີ່ກ່ຽວຂ້ອງ.

     ໃນທີ່ປະຊຸມໄດ້ຜ່ານການປຶກສາຫາລືຫາວິທີທາງແກ້ໄຂບັນຫາທີ່ກ່າວມາຂ້າງເທິ່ງນັ້ນ ໂດຍສາມາດສັງລວມແນວທາງແກ້ໄຂ ແລະ ແບ່ງໄລຍະການແກ້ໄຂອອກເປັນສາມໄລຍະກໍ່ຄື: ໄລຍະສັ້ນ (ປະຈຸບັນ ຫາ ເດືອນທັນວາ 2023) ແມ່ນຈະແນ່ໃສ່ແກ້ໄຂບັນຫາທີ່ຕິດພັນກັບໂຄງສ້າງລາຄາຄ່າບໍລິການທ່າບົກ ແລະ ການທົບທວນຄືນການນໍາໃຊ້ລະບົບຄຸ້ມຄອງການຂົນສົ່ງຜ່ານແດນ ແລະ ບັນຫາທີ່ຕິດພັນອື່ນໆ; ໄລຍະກາງ (ປະຈຸບັນ ຫາ ກາງ ປີ 2024) ແມ່ນແນ່ໃສ່ການປັບປຸງບັນດາດໍາລັດທີ່ຕິດພັນກັບບັນຫາດັ່ງກ່າວ ແລະ ການກໍານົດຫຼັກການແບບລວມສູນ; ແລະ ໄລຍະຍາວ (ປະຈຸບັນ ຫາ ທ້າຍປີ 2024) ແມ່ນແນ່ໃສ່ການຄົ້ນຄວ້າສ້າງເງື່ອນໄຂຄຸ້ມຄອງ ແລະ ເຊື່ອມຕໍ່ເຊື່ອມຈອດກັນກັບ ການຄ້າ ແລະ ການຂົນສົ່ງ ຕ່າງປະເທດ ໂດຍແນ່ໃສ່ການເຈລະຈາກັບຕ່າງປະເທດ ເພື່ອປັບປຸງສັນຍາຂົນສົ່ງສອງຝ່າຍ, ສາມຝ່າຍ ແລະ ລົບລ້າງ ສິ່ງກີດຂວາງທາງດ້ານການຄ້າທີ່ບໍ່ແມ່ນພາສີ ທີ່ກີດກັ້ນການນໍາເຂົ້າ-ສົ່ງອອກ ສິນຄ້າຂອງ ສປປ ລາວ.

# ຫົວຂໍ້ ດາວໂຫຼດ
1 ລາຍງານ ແລະ ສັງລວມ ແນວທາງວິທີການແກ້ໄຂບັນຫາຢູ່ທ່າບົກ ແລະ ບັນຫາຂອງພາກທຸລະກິດ PNG
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.