ວັນທີ 14-15 ທັນວາ 2023, ທີ່ຫ້ອງປະຊຸມ ໂຮງແຮມ ວັງທອງ ແຂວງຫຼວງພະບາງ. ກົມການຄ້າຕ່າງປະເທດ ໃນນາມຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງທັງເປັນຂະແໜງການຫຼັກ (Lead Agency) ຂອງອົງປະກອບຍ່ອຍ 2.3 ຂອງໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ (SEARECC) ໄດ້ຈັດ “ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ຂອງປີ 2023 ແລະ ທິດທາງແຜນການຈັດຕັ້ງປະຕິບັດ ປີ 2024 ພາຍໃຕ້ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ເພື່ອການເຊື່ອມຈອດ - ເຊື່ອມໂຍງ (SEARECC)”. ໂດຍການເປັນປະທານຮ່ວມຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການຄ້າຕ່າງປະເທດ ແລະ ທ່ານ ຊົມຊື່ນ ໄຊເກີຢາຈົງຕົວ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ ພ້ອມດ້ວຍຂະແໜງການຄ້າ ແລະ ເຈົ້າໜ້າທີ ທີ່ກ່ຽວຂ້ອງທີ່ມາຈາກ 5 ແຂວງພາກເໜືອ.

ໂຄງການ SEARECC ເປັນໂຄງການຂະໜາດໃຫຍ່ ທີ່ໄດ້ຮັບການຊ່ວຍເຫຼືອເງິນກູ້ດອກເບ້ຍຜ່ອນຜັນຈາກ ທະນາຄານໂລກ ແລະ ທຶນຊ່ວຍເຫຼືອເພີ່ມເຕີມຈາກບັນດາຜູ້ຮ່ວມພັດທະນາ ຊຶ່ງອາຍຸໂຄງການແມ່ນ 06 ປີ (2022-2028). ຈຸດປະສົງຕົ້ນຕໍຂອງໂຄງການ ແມ່ນເພື່ອປັບປຸງການເຊື່ອມໂຍງການຄ້າ ແລະ ການຂົນສົ່ງ ພາກພື້ນ ແລະ ພາຍໃນ ຂອງ ສປປ ລາວ. ແນ່ໃສ່ການທົບທວນຄືນ ແລະ ປັບປຸງ ລະບຽບການທີ່ກ່ຽວຂ້ອງກັບການຄຸ້ມຄອງດ່ານ, ການຈັດຝຶກອົບຮົມເພື່ອສ້າງຂີດຄວາມສາມາດທາງດ້ານການ ຈັດຕັ້ງສະຖາບັນ ແລະ ການປະຕິບັດງານຂອງໜ່ວຍງານກ່ຽວຂ້ອງ, ສະໜອງອຸປະກອນ ແລະ ໂປຣແກຣມໃນການປັບປຸງລະບົບແຈ້ງພາສີແບບອັດຕະໂນມັດ (ASYCUDA) ແລະ ສົ່ງເສີມການຮ່ວມມືການຄ້າລະຫວ່າງປະເທດ ແລະ ການແລກປ່ຽນຂໍ້ມູນຂ່າວສານທາງດ້ານການຄ້າ.

ກອງປະຊຸມໄດ້ດໍາເນີນໄປຕາມວາລະ ເຊິ່ງຜູ້ເຂົ້າຮ່ວມທັງໝົດ 50 ທ່ານ ໄດ້ຮັບຟັງການລາຍງານຂອງ 05 ແຂວງພາກເໜືອ (ແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ ແລະ ແຂວງໄຊຍະບູລີ) ໃນຊ່ວງປີ 2023 ກ່ຽວກັບການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ກໍຄືຂົງເຂດວຽກທີ່ຕົນຮັບຜິດຊອບລວມທັງບັນດາຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆ ພາຍໃຕ້ໂຄງ SEARECC ໂດຍສະເພາະບັນດາກິດຈະກໍາທີ່ ພະແນກ ອຸດສາຫະກໍາ ແລະ ການຄ້າ ຂອງ 05 ແຂວງພາກເໜືອ ເພື່ອຮຽນຮູ້ ແລະ ແລກປ່ຽນຂໍ້ມູນ ກ່ຽວກັບນິຕິກໍາ ແລະ ຂັ້ນຕອນການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກສິນຄ້າ ທີ່ທາງຂະແໜງການກ່ຽວຂ້ອງພາຍໃນແຂວງເປັນຜູ້ຄຸ້ມຄອງ.

ໃນຕອນທ້າຍຂອງທີ່ປະຊຸມ ບັນດາ 5 ແຂວງພາກເໜືອ ໄດ້ຮັບຟັງ ແລະ ມີຄວາມເຂົ້າໃຈຂື້ນຕື່ມ ກ່ຽວກັບຄວາມສໍາຄັນຂອງໂຄງການດັ່ງກ່າວ ແລະ ຈະພ້ອມກັນຈັດຕັ້ງປະຕິບັດຕາມແຜນທີ່ກໍານົດໄວ້. ກ່ອນປິດພິທີ, ທ່ານປະທານໄດ້ຮັບຮູ້ເຖິງສິ່ງທ້າທາຍ ແລະ ຂໍ້ຄົງຂ້າງສະເພາະຂອງແຕ່ລະແຂວງ ແລະ ໄດ້ມອບໝາຍໃຫ້ກອງເລຂາສັງລວມບັນຫາທີ່ຮັບຟັງມານັ້ນເພື່ອນໍາມາພິຈາລະນາຫາທາງແກ້ໄຂນໍາຂັ້ນເທິ່ງໃນຂັ້ນຕອນຕໍ່ໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.