ໃນຕອນເຊົ້າ ວັນທີ 08 ທັນວາ 2023 ທີ່ ໂຮງແຮມ ລາວພລາຊາ (Lao Plaza), ນະຄອນຫຼວງວຽງຈັນ ກົມການຄ້າຕ່າງປະເທດ (ກົມ ຄຕ ), ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ໃນນາມເປັນກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ຈັດ “ກອງປະຊຸມຂັ້ນຄະນະກົມ” ເພື່ອປຶກສາຫາລືຜ່ານ (ຮ່າງ) ຍຸດທະສາດອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 5 ປີ (2024-2028)” ໃຫ້ກຽດເປັນປະທານໂດຍ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ພ້ອມດ້ວຍພາກລັດ ແລະ ເອກະຊົນ ທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປອ ມະໂນທອງ ວົງໄຊ ໄດ້ກ່າວໃນທີ່ປະຊຸມວ່າ: ໃນຍຸກແຫ່ງການເຊື່ອມຈອດ-ເຊື່ອມໂຍງເສດຖະກິດ, ການຫັນເປັນທັນສະໄໝທາງດ້ານເຕັກໂນໂລຊີ ແລະ ດິຈິຕອນ ແລະ ປະຕິບັດຕາມພັນທະຂອງສາກົນ, ກະຊວງ ອຄ ໄດ້ມີຄວາມພະຍາຍາມເພື່ອໃຫ້ສໍາເລັດແຜນຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 5 ປີ (2024-2028) ໂດຍໄດ້ຈັດກອງປະຊຸມປຶກສາຫາລືຜ່ານມາກໍ່ຄື: ຂັ້ນພະແນກ ແລະ ວິຊາການ ໃນເດືອນສິງຫາ ແລະ ຂັ້ນແຂວງ ໃນເດືອນກັນຍາ ແລະ ໃນຄັ້ງນີ້ເປັນ ຄັ້ງທີ 3 ທັງເປັນກອງປະຊຸມເປີດກວ້າງພາກລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ເພື່ອລະດົມແນວຄວາມຄິດຈາກທຸກພາກສ່ວນຕໍ່ກັບຮ່າງຍຸດທະສາດດັ່ງກ່າວ ໃຫ້ສອດຄ່ອງກັບໜ້າທີ່ ແລະ ພາລະບົດບາດໃໝ່ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃນອີກ 5 ປີ ຂ້າງໜ້າ.

ແຜນຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 5 ປີ ມີຄວາມຄາດໝາຍເພື່ອເຮັດໃຫ້ການຄ້າ ແລະ ການຂົນສົ່ງ ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ປອດໄພ ແລະ ຫຼຸດຜ່ອນການນໍາໃຊ້ເຈ້ຍ ເພື່ອປະກອບສ່ວນໃຫ້ ສປປ ລາວ ເປັນສູນກາງບໍລິການດ້ານໂລຊິດສະຕິກໃນພາກພື້ນ ເພື່ອສາມາດຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍ ໃນການອອກອະນຸຍາດ, ຢັ້ງຢືນ ການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງຂະແໜງການທີ່ກ່ຽວຂ້ອງ. ຍົກສູງການແຂ່ງຂັນ ແລະ ຄຸນນະພາບການບໍລິການດ້ານໂລຈິດສະຕິກ ເພື່ອກະຕຸກຊຸກຍູ້ໃຫ້ປະລິມານການຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ຜ່ານທ່າບົກ ແລະ ສະຖານີລົດໄຟລາວ-ຈີນ.

ປະຈຸບັນນີ້, ແນວໂນ້ມການຄ້າ ສາກົນ ແລະ ພາກພື້ນ ກ່ຽວກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ແມ່ນນຳໃຊ້ເຕັກໂນໂລຊີດິຈິຕອນທີ່ທັນສະໄໝແບບບໍ່ນຳໃຊ້ເຈ້ຍ ເຊິ່ງໄດ້ມີຫຼາຍໆປະເທດໃນພາກພື້ນອາຊີໄດ້ຫັນເປັນລະບົບດິຈິຕອນ ແລະ ລະບົບບໍລິການປະຕູດຽວ ເຊັ່ນ: ສິງກະໂປ, ເກົາຫຼີໃຕ້, ຍີ່ປຸ່ນ ແລະ ສປ ຈີນ ໂດຍການນໍາໃຊ້ລະບົບດິຈິຕອນເຂົ້າໃນຂະບວນການຄ້າຂ້າມແດນ ໂດຍສະເພາະຂັ້ນຕອນທີ່ຕິດພັນກັບການຄ້າ ລວມທັງການບໍລິການ ທາງດ້ານໂລຈິດສະຕິກ ແລະ ການເງິນ.

ກອງປະຊຸມໄດ້ດໍາເນີນໄປຕາມວາລະ ແລະ ທ່ານປະທານໄດ້ກ່າວປິດທ້າຍໃນທີ່ປະຊຸມ ໂດຍມອບໃຫ້ກອງເລຂາຄົ້ນຄວ້າປັບປຸງຮ່າງແຜນຍຸດທະສາດຕາມຄໍາເຫັນຂອງຜູ້ເຂົ້າຮ່ວມທີ່ໄດ້ສະເໜີໃນທີ່ປະຊຸມນັ້ນ. ຫຼັງຈາກນັ້ນ, ຈະໄດ້ລາຍງານທ່ານ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ເພື່ອມີທິດຊີ້ນໍາ ໃນຂັ້ນຕອນຕໍ່ໄປ. 

# ຫົວຂໍ້ ດາວໂຫຼດ
1 Draft strategic plan to facilitate trade and transportation PNG
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.