ໃນວັນທີ 26 ກັນຍາ 2024, ທີ່ຫ້ອງປະຊຸມ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ກະຊວງ ຍທຂ). ກົມຂົນ ສົ່ງ, ກະຊວງ ຍທຂ ໄດ້ຈັດ “ກອງປະຊຸມ ເປີດກວ້າງ ການທາບທາມຄຳຄິດເຫັນໃສ່ ຮ່າງ ດໍາລັດ ວ່າດ້ວຍ ທ່າບົກ (ສະ ບັບປັບປຸງ)”. ໃຫ້ກຽດເປັນປະທານໂດຍ ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນ ສົ່ງ ພ້ອມດ້ວຍແຂກທີ່ຖືກເຊີນຈາກພາກລັດ ແລະ ເອກະຊົນ ຢ່າງພ້ອມພຽງ.

     ໃນທີ່ປະຊຸມ, ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີ ກະຊວງ ຍທຂ ໄດ້ກ່າວເຖິງ ຄວາມເປັນມາຂອງ ດໍາລັດວ່າດ້ວຍທ່າບົກ ສະບັບປະຈຸບັນ ແລະ ຄວາມຄາດຫວັງທີ່ຈະປັບປຸງດໍາລັດສະບັບນີ້ໃຫ້ດີຂື້ນກ່ວາເກົ່າວ່າ: ນັບຕັ້ງແຕ່ປີ 2015 ຍຸດທະສາດການພັດທະນາໂລຊິດສະຕິກທີ່ລັດຖະບານໄດ້ຮັບຮອງ, ກະຊວງ ຍທຂ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວ ຢ່າງຕັ້ງໜ້າ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX (9) ຂອງພັກ ໃນການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດບໍລິການທາງຜ່ານ, ເຊື່ອມຈອດພາກພື້ນ ແລະ ເຊື່ອມໂຍງສາກົນທາງດ້ານຄົມມະນາຄົມຂົນສົ່ງ, ສ້າງປັດໃຈເພື່ອຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ໂດຍໄດ້ມີຄວາມພະຍາຍາມໃນການພັດທະນາວຽກງານໂລຊິດສະຕິກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງການຂົນສົ່ງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ນັບມື້ນັບຂະຫຍາຍຕົວ.

     ເຖິງຢ່າງໄດກໍ່ດີພາຍຫຼັງ ທີ່ໄດ້ມີການພັດທະນາ ແລະ ດຳເນີນງານຂອງ ທ່າບົກ ທັງ 03 ແຫ່ງ ແລະ ມີດໍາລັດວ່າດ້ວຍທ່າບົກ ເພື່ອຄຸ້ມຄອງໃນເດືອນສິງຫາ 2021, ຊຶ່ງຜ່ານການຈັດຕັ້ງປະຕິບັດມາໄດ້ໄລຍະໜຶ່ງ ເຫັນວ່າ ໄດ້ມີຜົນກະທົບຫຼາຍດ້ານ, ການຄຸ້ມຄອງທີ່ບໍ່ຍັງເປັນເອກະພາບກັນ ແລະ ການເຊື່ອມຈອດທາງດ້ານວຽກງານທາງລົດໄຟ ແລະ ວຽກງານທ່າບົກທີ່ຍັງບໍ່ໄປໃນເລວທາງດຽວກັນ.

     ມາເຖິງປະຈຸບັນ,  ລັດຖະບານ ຈຶ່ງເຫັນໄດ້ເຖິງສິ່ງທ້າທາຍເຫຼົ່ານີ້ ແລະ ໃຫ້ຄວາມສໍາຄັນກັບການປັບປຸງໃຫ້ມີຄວາມແທດເໝາະ ແລະ ມີປະສິດທິພາບອັນສູງສຸດ ໂດຍໄດ້ແຕ່ງຕັ້ງຄະນະຄົ້ນຄ້ວາປັບປຸງ ດໍາລັດວ່າດ້ວຍທ່າບົກ ສະບັບ ເລກທີ 25816/ຫກ, ລົງວັນທີ 25 ກັນຍາ 2023. ດັ່ງນັ້ນ, ກອງປະຊຸມໃນຄັ້ງນີ້, ບັນດາຄະນະດັ່ງກ່າວເຫັນພ້ອມກັນໃຫ້ມີການເປີດກ້ວາງ ທາບທາມຄຳຄິດເຫັນໃສ່ ຮ່າງດໍາລັດ ວ່າດ້ວຍ ທ່າບົກ (ສະບັບປັບປຸງ).

     ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານໄດ້ຕີລາຄາສູງ ຕໍ່ຜົນຂອງການປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຈາກພາກສ່ວນກ່ຽວຂ້ອງ ຊຶ່ງສາມາດເຫັນໄດ້ເຖິງແນວທາງໃນການປັບປຸງ ເພື່ອແກ້ໄຂບັນຫາ ແລະ  ສ້າງຄວາມເຂົ້າໃຈກົງກັນຂອງ 03 ຝ່າຍ (ພາກພັດ, ຜູ້ພັດທະນາ ແລະ ຜູ້ປະກອບການ) ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂອງທຸກພາກສ່ວນມີປະສິດທິພາບ ແລະ ປະສິດຕິຜົນສູງສຸດ. ທ່ານປະທານໄດ້ມອບໃຫ້ ຄະນະຄົ້ນຄ້ວາປັບປຸງ ດໍາລັດວ່າດ້ວຍທ່າບົກ ສັງລວມບັນດາຄໍາເຫັນທັງໝົດ ເພື່ອນຳໄປຄົ້ນຄວ້າ ແລະ ປັບປຸງໂຄງສ້າງ ແລະ ເນື້ອໃນຂອງຮ່າງດຳລັດສະບັບໃໝ່ນີ້ ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນກວ່າເກົ່າ. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.