ໃນລະຫວ່າງວັນທີ 6-7 ມັງກອນ 2024 ທີ່ ນະຄອນຫຼວງຮ່າໂນຍ, ປະເທດ ຫວຽດນາມ. ທ່ານ ສອນໄຊ    ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ເປັນປະທານຮ່ວມ ລະຫວ່າງ ທ່ານ ຟ້າມ ມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຂອງກອງປະຊຸມ ຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 46. ການເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຄັ້ງນີ້ ແມ່ນເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ.

     ໃນປີ 2023 ທີ່ຜ່ານມານີ້, ການລົງທຶນສອງຝ່າຍ ລາວ-ຫວຽດນາມ ສາມາດບັນລຸໄດ້ປະມານ 1.521 ລ້ານໂດລາສະຫະລັດ ຫຼຸດລົງປະມານ 2 ສ່ວນຮ້ອຍທຽບໃສ່ປີ 2022. ໃນຂະນະດຽວກັນ, ມູນຄ່າການລົງທຶນທັງໝົດຂອງ ຫວຽດນາມ ຢູ່ ລາວ ປະຕິບັດໄດ້ປະມານ 116.6 ລ້ານໂດລາສະຫະລັດ ເພີ່ມຂື້ນເປັນ 65.3 ສ່ວນຮ້ອຍ ທຽບໃສ່ປີ 2022. ປະຈຸບັນ ມີນັກລົງທຶນຂອງ ຫວຽດນາມ ໄດ້ມາຈົດທະບຽນລົງທືນຢູ່ ສປປ ລາວ ຈໍານວນ 245 ໂຄງການ ມີມູນຄ່າປະມານ 5.5 ຕື້ໂດລາສະຫະລັດ. ໃນຂະນະທີ, ການລົງທຶນຂອງ ລາວ ໃນ ຫວຽດນາມ ແມ່ນມີ 18 ໂຄງການ ກັບມູນຄ່າທຶນຈົດທະບຽນຫຼາຍ ກ່ວາ 110 ລ້ານໂດລາສະຫະລັດ.

     ນອກຈາກນັ້ນ, ໃນຊຸມປີ 2023 ມູນຄ່າການຄ້າສອງຝ່າຍ ລາວ-ຫວຽດນາມ ສາມາດປະຕິບັດໄດ້ 1.5 ຕື້ໂດລາສະຫາລັດ, ໃນນີ້, ລາວ ສົ່ງອອກສິນຄ້າໄປ ຫວຽດນາມ ມີປະມານ 1.2 ຕື້ໂດລາສະຫະລັດ (ນໍ້າຕານ, ຢາງພາລາ, ເຄື່ອງດື່ມ, ແຮ່ເຫຼັກ, ໄຟຟ້າ, ກາເຟ, ຖ່ານຫີນ...) ແລະ ມູນຄ່າການນໍາເຂົ້າສິນຄ້າຈາກ ຫວຽດນາມ ມີປະມານ 324 ລ້ານໂດລາສະຫະລັດ (ພາຫະນະທາງບົກ ແລະ ຊິ້ນສ່ວນອາໄຫຼ່, ນ້ຳມັນກາຊວນ, ອາຫານສັດ, ເຄື່ອງກົນຈັກ ແລະ ອຸປະກອນ...), ຊຶ່ງສະແດງໃຫ້ເຫັນການຄ້າຂອງ ສປປ ລາວ ແມ່ນເກີນດຸນການຄ້າ ປະມານ 874 ລ້ານໂດລາສະຫະລັດ.

     ເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃຫ້ຮັດແໜ້ນຂື້ນກ່ວາເກົ່າ ແລະ ສົ່ງເສີມການລົງທຶນລະຫວ່າງສອງຝ່າຍ ລາວ ແລະ ຫວຽດນາມ ໃຫ້ຫຼາຍຂື້ນ. ລັດຖະບານທັງສອງປະເທດ ໄດ້ມີການລົງນາມເຊັນບົດບັນທຶກຊ່ວຍຈໍາ ເພື່ອສົ່ງເສີມເພີມມູນຄ່າການຄ້າສອງຝ່າຍ ລາວ-ຫວຽດນາມ ໃຫ້ໄດ້ 10-15 ສ່ວນຮ້ອຍໃນປີ 2024.

 

ແຫຼ່ງຂໍ້ມູນ:

  • ໜັງສືພີມວຽງຈັນທາມ໌ສ ລົງວັນທີ 09 ມັງກອນ 2024
  • ຂໍ້ມູນດິບຈາກ ກົມພາສີ, ກະຊວງການເງິນ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.