ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ

ຫ້ອງການ

ເລກທີ 0245/ຫອຄ

ນະຄອນຫຼວງວຽງຈັນ, ວັນທີ 01 ກຸມພາ  2024

 

ແຈ້ງການ

ເຖິງ:  - ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ

- ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ

- ວິສາຫະກິດທີ່ດໍາເນີນກິດຈະການນໍາເຂົ້າ ແລະ ສົ່ງອອກສິນຄ້າ ໃນຂອບເຂດທົ່ວປະເທດ

 

ເລື່ອງ: ປິດປັບປຸງລະບົບການລົງທະບຽນ ແລະ ຄຸ້ມຄອງຖານຂໍ້ມູນຜູ້ນໍາເຂົ້າ ແລະ ສົ່ງອອກ

 

  • ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 2072/ອຄ, ລົງວັນທີ 15 ພະຈິກ 2023;
  • ອີງໃສ່ ທິດຊີ້ນຳຂອງ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງວັນທີ 31 ມັງກອນ 2024.

 

ເພື່ອເປັນການບຳລຸງຮັກສາ ແລະ ປັບປຸງລະບົບລົງທະບຽນ ແລະ ຄຸ້ມຄອງຖານຂໍ້ມູນຜູ້ນຳເຂົ້າ ແລະ ສົ່ງອອກ ສິນຄ້າໃຫ້ມີຄວາມສະຖຽນ ແລະ ເຊື່ອມຕໍ່ກັບລະບົບຄຸ້ມຄອງຕິດຕາມການນຳເຂົ້າ ແລະ ສົ່ງອອກ ຂອງຂະແໜງການເງິນ ແລະ ທະນາຄານ ແຫ່ງ ສປປ ລາວ ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງອອກແຈ້ງການດັ່ງນີ້:

1. ໂຈະຊົ່ວຄາວ ການຮັບຄຳຮ້ອງລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກ ໃໝ່ ນັບແຕ່ວັນທີ 01 ກຸມພາ 2024 ເປັນຕົ້ນໄປ.

2. ສຳລັບຄຳຮ້ອງຂໍລົງທະບຽນທີ່ໄດ້ຍື່ນເຂົ້າມາໃນລະບົບກ່ອນວັນທີ 1 ກຸມພາ 2024, ໂດຍສະເພາະກິດຈະ ການທີ່ຕິດພັນກັບການສົ່ງອອກສິນຄ້າ ຊຶ່ງໄດ້ມີສັນຍາຮ່ວມກັນກັບ ລັດຖະບານ ຫຼື ຜູ້ຄ້າຢູ່ຕ່າງປະເທດ ກົມການຄ້າຕ່າງປະເທດຈະສືບຕໍ່ແກ້ໄຂໃຫ້ເປັນແຕ່ລະກໍລະນີໄປ.

3. ໃຫ້ວິສາຫະກິດທີ່ໄດ້ຮັບໃບຢັ້ງຢືນການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າແລ້ວ ຮີບຮ້ອນໄປພົວພັນກັບ ກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ (ຕິດຕໍ່ພົວພັນ 030 537 9078) ເພື່ອເປີດ ຫຼື ຫັນບັນຊີເງິນຝາກກ່ຽວກັບການນຳເຂົ້າ ແລະ ສົ່ງອອກ. ຖ້າວິສາຫະກິດໃດບໍ່ດຳເນີນການຕາມນີ້ ແມ່ນຈະບໍ່ສາມາດດຳເນີນການນຳເຂົ້າ ຫຼື ສົ່ງອອກ ສິນຄ້າ, ລວມທັງບໍ່ສາມາດດຳເນີນການຊຳລະ ແລະ ຮັບຊຳລະຈາກຕ່າງປະເທດໄດ້.

4. ມອບໃຫ້ ກົມການຄ້າຕ່າງປະເທດ ເປັນເຈົ້າການກຳນົດເງື່ອນໄຂການຈັດຕັ້ງປະຕິບັດໃຫ້ເປັນເອກະພາບ ແລະ ສົມທົບພາກສ່ວນກ່ຽວຂ້ອງ ເຜີຍແຜ່ແຈ້ງການສະບັບນີ້.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ເປັນບ່ອນອີງຈັດຕັ້ງປະຕິບັດຕາມທາງຄວນດ້ວຍ.

 

ຫົວໜ້າຫ້ອງການ

ປອ. ບົວວັນ ວິລະວົງ

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ປິດປັບປຸງລະບົບການລົງທະບຽນ ແລະ ຄຸ້ມຄອງຖານຂໍ້ມູນຜູ້ນໍາເຂົ້າ ແລະ ສົ່ງອອກ, ເລກທີ 0245/ຫອຄ, ລົງວັນທີ 01 ກຸມພາ 2024. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.