ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ການອະທິບາຍຄໍາສັບ

ໝວດທີ 2 - ທີ່ຕັ້ງ ແລະ ໂຄງປະກອບບຸກຄະລາກອນຂອງຈຸດສອບຖາມ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ

ມາດຕາ 3. ທີ່ຕັ້ງຂອງຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ
ມາດຕາ 4. ໂຄງປະກອບຂອງບຸກຄະລາກອນ

ໝວດທີ 3 - ສິດ ແລະ ໜ້າທີ່ຂອງຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ

ມາດຕາ 5. ສິດຂອງຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ
ມາດຕາ 6. ໜ້າທີ່ຂອງຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ

ໝວດທີ 4 - ການສ້າງຕັ້ງຈຸດປະສານງານສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ

ມາດຕາ 7. ການສ້າງຕັ້ງຈຸດປະສານງານສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ
ມາດຕາ 8. ສິດ ແລະ ໜ້າທີ່ຂອງຈຸດປະສານງານຂັ້ນສູນກາງ ແລະ ທ້ອງຖິ່ນ

ໝວດມີ 5 - ງົບປະມານ ແລະ ກາປະທັບສໍາລັບຈຸດສອບຖາມ

ມາດຕາ 9. ງົບປະມານ
ມາດຕາ 10. ກາປະທັບ

ໝວດທີ 6 - ບົດບັນຍັດສຸດທ້າຍ

ມາດຕາ 11. ການຈັດຕັ້ງປະຕິບັດ
ມາດຕາ 12. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສໍານັກງານນາຍົກລັດຖະມົນຕີ   ເລກທີ 1199/ອວຕຊ-ສນຍ
ນະຄອນຫຼວງວຽງຈັນ, ວັນທີ 22 ມິຖຸນາ 2011

ຂໍ້ຕົກລົງ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ

  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ເລກທີ 363/ນຍ, ລົງວັນທີ 19 ສິງຫາ 2010 ວ່າດ້ວຍການແຈ້ງ ແລະ ການສອບຖາມຂໍ້ມູນທີ່ກ່ຽວຂ້ອງກັບການຄ້າ;
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ສະບັບເລກທີ 444/ນຍ, ລົງວັນທີ 24 ທັນວາ 2007;
  • ອີງຕາມ ໜັງສືສະເໜີຂອງກົມຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ສະບັບເລກທີ 150, ລົງວັນທີ 16 ມິຖຸນາ 2011.

ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ
ຫົວໜ້າອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ຂໍ້ຕົກລົງສະບັບນີ້ວາງອອກ ເພື່ອກໍານົດການສ້າງຕັ້ງຈຸດສອບຖາມ ກ່ຽວກັບສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແລະ ກໍານົດຂັ້ນຕອນດໍາເນີນງານ ແລະ ອໍານາດສໍາລັບການແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງຂະແໜງການທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຕອບຄໍາຖາມທີ່ໄດ້ຮັບຈາກບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດຢ່າງມີປະສິດທິຜົນ ແລະ ເພື່ອສະໜອງຂໍ້ມູນກ່ຽວກັບມາດຕະຖານ, ລະບຽບການເຕັກນິກ ແລະ ການປະເມີນຄວາມສອດຄ່ອງ.

ການເພີ່ມຄວາມໂປ່ງໃສ ແລະ ເຂົ້າເຖິງລະບຽບການ ຂໍ້ມູນຂ່າວສານດ້ານເຕັກນິກການເຄື່ອນໄຫວ ຂອງຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ທີ່ມີປະສິດທິຜົນ ຈະປັບປຸງຂົງເຂດການດໍາເນີນທຸລະກິດ ແລະ ຄວາມສາມາດໃນການແຂ່ງຂັນ ຢູ່ໃນເສດຖະກິດຂອງ ສປປ ລາວ ແລະ ຈະສົ່ງເສີມການສົ່ງອອກ ແລະ ການນໍາເຂົ້າ. ຂໍ້ຕົກລົງສະບັບນີ້ ຍັງຈະຮັບປະກັນວ່າ ສປປ ລາວ ປະຕິບັດຕາມສັນຍາ ແລະ ສົນທິສັນຍາສາກົນ, ໂດຍສະເພາະເງື່ອນໄຂຂອງຂໍ້ຕົກລົງ ຂອງອົງການການຄ້າໂລກ ກ່ຽວກັບສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ. ຂ້າງເທິງ

ມາດຕາ 2. ການອະທິບາຍຄໍາສັບ
ມາດຕະຖານ ໝາຍເຖິງ ເອກະສານທີ່ຖືກຮັບຮອງ ໂດຍອົງການທີ່ຖືກຍອມຮັບຊຶ່ງກໍານົດ ສໍາລັບການນໍາໃຊ້ທົ່ວໄປ ແລະ ນໍາໃຊ້ແບບຊໍ້າກັນຫຼາຍຄັ້ງ ລະບຽບ, ຄໍາແນະນໍາ ຫຼື ຄຸນລັກສະນະສະເພາະຂອງຜະລິດຕະພັນ ຫຼື ຂະບວນການທີ່ກ່ຽວຂ້ອງ ແລະ ກໍາມະວິທີຊຶ່ງອາດລວມເອົາຄໍາສັບ, ສັນຍາລັກ, ເງື່ອນໄຂດ້ານການຫຸ້ມຫໍ່, ກາໝາຍ ຫຼື ສະຫຼາກ ທີ່ນໍາໃຊ້ກັບຜະລິດຕະພັນ, ຂະບວນການ ຫຼື ກໍາມະວິທີການຜະລິດ. ການປະຕິບັດຕາມມາດຕະຖານ ບໍ່ແມ່ນແບບບັງຄັບ.

ລະບຽບການເຕັກນິກ ແມ່ນເອກະສານທີ່ກໍານົດຄຸນລັກສະນະສະເພາະ ຂອງຜະລິດຕະພັນ ຫຼື ຂະບວນການທີ່ກ່ຽວຂ້ອງ ແລະ ກໍາມະວິທີການຜະລິດ ລວມທັງລະບຽບການບໍລິຫານຈັດການ ທີ່ສາມາດນໍາໃຊ້ໄດ້ຊຶ່ງອາດລວມເອົາຄໍາສັບ, ສັນຍາລັກ ,ເງື່ອນໄຂດ້ານການຫຸ້ມຫໍ່, ກາໝາຍ ຫຼື ສະຫຼາກ ທີ່ນໍາໃຊ້ກັບຜະລິດຕະພັນ, ຂະບວນການ ຫຼື ກໍາມະວິທີການຜະລິດ. ການປະຕິບັດຕາມລະບຽບການເຕັກນິກ ບໍ່ແມ່ນມາດຕະການບັງຄັບ.

ການປະເມີນຄວາມສອດຄ່ອງ ລວມເອົາການເຄື່ອນໄຫວທັງໝົດທີ່ ກ່ຽວຂ້ອງກັບການກໍານົດ ໂດຍກົງ ຫຼື ທາງອ້ອມວ່າເງື່ອນໄຂທີ່ກ່ຽວຂ້ອງ ຢູ່ໃນມາດຕະຖານ ແລະ ລະບຽບການເຕັກນິກ ໄດ້ຮັບການຈັດຕັ້ງປະຕິບັດ.

ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ໝາຍເຖິງ ອຸປະສັກທີ່ບໍ່ຈໍາເປັນຕໍ່ການຄ້າ. ນີ້ອາດຈະແມ່ນຜົນຂອງ (i) ລະບຽບການເຄັ່ງຄັດເກີນຄວາມຈໍາເປັນ ເພື່ອບັນລຸເປົ້າໝາຍດ້ານນະໂຍບາຍ ຫຼື (ii) ກໍລະນີທີ່ບໍ່ບັນລຸເປົ້າໝາຍອັນຊອບທໍາ.

ຈຸດສອບຖາມ ແມ່ນໜ່ວຍງານໜຶ່ງທີ່ສ້າງຕັ້ງຂຶ້ນ ຢູ່ພາຍໃຕ້ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ເພື່ອຕອບຄໍາຖາມ ແລະ ສະໜອງຂໍ້ມູນກ່ຽວກັບມາດຕະຖານ, ລະບຽບການເຕັກນິກ ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງ ຕໍ່ບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ແລະ ສາມາດຄາດຄະເນໄດ້. ຂ້າງເທິງ

ໝວດທີ 2
ທີ່ຕັ້ງ ແລະ ໂຄງປະກອບບຸກຄະລາກອນຂອງຈຸດສອບຖາມ
ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ

ມາດຕາ 3. ທີ່ຕັ້ງຂອງຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ
ຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ຕັ້ງຢູ່ກົມຊັບສິນທາງປັນຍາ, ມາດຕະຖານ ແລະ ການວັດແທກ (ກຊມວ), ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ (ອວຕຊ). ຂ້າງເທິງ

ມາດຕາ 4. ໂຄງປະກອບຂອງບຸກຄະລາກອນ
ຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ປະກອບດ້ວຍບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດດ້ານພາສາອັງກິດ ແລະ ຄວາມຮູ້ດ້ານວິຊາການ ທີ່ຈໍາເປັນຕໍ່ການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຂອງຈຸດສອບຖາມ. ຈຸດສອບຖາມຄວນມີຫົວໜ້າ ແລະ ພະນັກງານຊ່ວຍວຽກທີ່ພຽງພໍ. ຂ້າງເທິງ

ໝວດທີ 3
ສິດ ແລະ ໜ້າທີ່ຂອງຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ

ມາດຕາ 5. ສິດຂອງຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ
ຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ມີສິດດັ່ງຕໍ່ໄປນີ້:

  1. ປະສານສົມທົບກັບ ອົງການຈັດຕັ້ງຂອງລັດຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ອົງການຈັດຕັ້ງອື່ນໆທີ່ກ່ຽວຂ້ອງ ເພື່ອສະໜອງຂໍ້ມູນ ແລະ ເອກະສານ, ຮັບ ແລະ ຕອບຄໍາຖາມຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບມາດຕະຖານແຫ່ງຊາດ, ທ້ອງຖິ່ນ, ລະບຽບການເຕັກນິກ ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງ ທັງໝົດ;
  2. ເຂົ້າຮ່ວມກອງປະຊຸມ, ການສໍາມະນາ, ການຝຶກອົບຮົມ ແລະ ການໂຄສະນາເຜີຍແຜ່ ທີ່ຕິດພັນກັບວຽກງານການສອບຖາມ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແລະ ການເຄື່ອນໄຫວການແຈ້ງຂໍ້ມູນ;
  3. ລາຍງານບັນຫາທີ່ກ່ຽວຂ້ອງກັບຈຸດສອບຖາມ ຕໍ່ຂັ້ນເທິງຂອງຕົນ;
  4. ປະສານສົມທົບກັບ ໜ່ວຍງານແຈ້ງຂໍ້ມູນສຸຂານາໄມ ແລະ ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ເພື່ອຄົ້ນຄວ້າຊອກຫາແຫຼ່ງທຶນ ແລະ ການຊ່ວຍເຫຼືອດ້ານວິຊາການ ຈາກປະເທດສະມາຊິກຂອງອົງການການຄ້າໂລກ ເພື່ອປັບປຸງການປະຕິບັດງານ ແລະ ການປະສານງານຂອງຕົນ. ຂ້າງເທິງ

ມາດຕາ 6. ໜ້າທີ່ຂອງຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ
ຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ມີໜ້າທີ່ດັ່ງຕໍ່ໄປນີ້:

  1. ຮັບ ແລະ ຕອບຄໍາຖາມທັງໝົດ ຕາມກໍານົດເວລາທີ່ເໝາະສົມ ຈາກບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດກ່ຽວກັບບັນຫາລຸ່ມນີ້:

ກ. ລະບຽບການເຕັກນິກ, ມາດຕະຖານ ຫຼື ຂັ້ນຕອນການປະເມີນຄວາມສອດຄ່ອງ ທີ່ຖືກສະເໜີຂໍການຮັບຮອງ ຫຼື ນໍາໃຊ້ຢູ່ ສປປ ລາວ;

ຂ. ການເປັນສະມາຊິກ ແລະ ການມີສ່ວນຮ່ວມຂອງ ສປປ ລາວ ຢູ່ໃນອົງການມາດຕະຖານ ໃນລະດັບສາກົນ, ພາກພື້ນ ແລະ ສອງຝ່າຍ, ລະບົບການປະເມີນຄວາມສອດຄ່ອງ, ສັນຍາການຮັບຮູ້ເຊິ່ງກັນ ແລະ ກັນ ແລະ ຂໍ້ມູນທີ່ສົມເຫດສົມຜົນ ກ່ຽວກັບລະບຽບການຂອງລະບົບດັ່ງກ່າວ ຂອງສາກົນ ແລະ ພາກພື້ນ ແລະ ຂໍ້ຕົກລົງທີ່ ສປປ ລາວ ເປັນປະເທດພາຄີ;

ຄ. ສະຖານທີ່ຕັ້ງ ແລະ ແຈ້ງການທີ່ຖືກພິມເຜີຍແຜ່ ຕາມຂໍ້ຕົກລົງສະບັບນີ້ ຫຼື ການໃຫ້ຂໍ້ມູນກ່ຽວກັບບ່ອນທີ່ສາມາດ ຂໍເອກະສານດັ່ງກ່າວນັ້ນໄດ້.

  1. ປະສານສົມທົບ ກັບໜ່ວຍງານແຈ້ງຂໍ້ມູນດ້ານສຸຂານາໄມ ແລະ ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ, ຈຸດປະສານງານສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແລະ ການຈັດຕັ້ງທີ່ກ່ຽວຂ້ອງອື່ນໆ ຢ່າງມີປະສິດທິຜົນ ເພື່ອປະຕິບັດໜ້າທີ່ຂອງຈຸດສອບຖາມ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແລະ ເພື່ອສະໜັບສະໜູນໜ່ວຍງານ ແຈ້ງຂໍ້ມູນສຸຂານາໄມ ແລະ ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ເພື່ອຕອບຮັບການແຈ້ງການຂອງອົງການການຄ້າໂລກ.
  2. ສ້າງ ແລະ ບໍາລຸງຮັກສາຖານຂໍ້ມູນກ່ຽວກັບນິຕິກໍາ ແລະ ເອກະສານທີ່ກ່ຽວຂ້ອງທັງໝົດ ທີ່ກ່ຽວຂ້ອງກັບຂົງເຂດດັ່ງທີ່ໄດ້ລະບຸໄວ້ ໃນຂໍ້ (1) ຂອງມາດຕານີ້ ຊຶ່ງນໍາໃຊ້ເປັນຫ້ອງສະໝຸດ ສໍາລັບການຄົ້ນຄວ້າເອກະສານຕິດພັນກັບ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ໂດຍການສະໜອງຂໍ້ມູນທີ່ມີການປັບປຸງ ໃຫ້ທັນກັບສະພາບການ, ຄົບຊຸດລວມຢູ່ຈຸດດຽວ ແລະ ສາມາດໃຫ້ສາທາລະນະຊົນ ມີສ່ວນຮ່ວມປະກອບຄໍາຄິດຄໍາເຫັນໃສ່ ຫຼື ອັດສໍາເນົາທັງໃນຮູບແບບເປັນສິ່ງພິມ ແລະ ແຟ້ມເອເລັກໂຕຣນິກ ແລະ ຢູ່ໃນເວັບໄຊທ໌. ການສະໜອງເອກະສານ ສາມາດຄິດໄລ່ເກັບຄ່າບໍລິການ ຕາມຄວາມເໝາະສົມ ໂດຍອີງໃສ່ສະພາບຕົວຈິງຂອງເອກະສານດັ່ງກ່າວ.

ຖານຂໍ້ມູນຕ້ອງປະກອບມີດັ່ງຕໍ່ໄປນີ້:

  1. ລາຍຊື່ຈຸດສອບຖາມຂອງບັນດາປະເທດສະມາຊິກ ອົງການການຄ້າໂລກທັງໝົດ;
  2. ບັນດາມາດຕະຖານ, ລະບຽບການເຕັກນິກ ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງ ທີ່ຖືກສະເໜີຂໍການຮັບຮອງ ແລະ ຖືກຈັດຕັ້ງປະຕິບັດ ທີ່ອອກໂດຍຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ; ບັນດາກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງທັງໝົດ ທີ່ເປັນພາສາລາວ ແລະ ໃນກໍລະນີເໝາະສົມແບບຟອມ ການສະຫຼຸບສັງລວມ ແລະ/ຫຼື ແບບຟອມລະອຽດທີ່ເປັນພາສາອົງກິດ;
  3. ປຶ້ມຄູ່ມືກ່ຽວກັບມາດຕະຖານ ແລະ ການປະເມີນຄວາມສອດຄ່ອງ;
  4. ໜັງສືພິມ, ວາລະສານກ່ຽວກັບມາດຕະຖານ ແລະ ບັນຫາທີ່ກ່ຽວຂ້ອງ;
  5. ຂັ້ນຕອນການຢັ້ງຢືນ ແລະ ການຮັບຮອງຫ້ອງທົດລອງ;
  6. ເອກະສານຂອງຄະນະກໍາມະການ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ;
  7. ໃບຄໍາຮ້ອງ/ໃບສະເໜີຂໍ້ມູນ;
  8. ການຕິດຕໍ່ພົວພັນຂອງຈຸດປະສານງານ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ;
  9. ການຕິດຕໍ່ຢູ່ພາຍໃນປະເທດ;
  10. ບັນຊີຕິດຕາມການແຈກຢາຍ ເອກະສານຢູ່ພາຍໃນປະເທດ.
  1. ພັດທະນາ ແລະ ບໍາລຸງຮັກສາເວັບໄຊທ໌ຂອງຈຸດສອບຖາມ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ.
  2. ສ້າງຄູ່ມືການປະຕິບັດໜ້າທີ່ທັງໝົດ ຂອງຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແລະ ຈຸດປະສານງານຊຶ່ງປະກອບດ້ວຍຂົງເຂດຕໍ່ໄປນີ້:

ກ. ລາຍລະອຽດກ່ຽວກັບການຈັດຕັ້ງ, ກິດຈະກໍາ ແລະ ການເຄື່ອນໄຫວຂອງຈຸດສອບຖາມ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແລະ ຈຸດປະສານງານ;

ຂ. ຄູ່ມືແນະນໍາການຈັດການ ແລະ ການສົ່ງຂໍ້ມູນ ໂດຍຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແລະ ຈຸດປະສານງານ;

ຄ. ການຮັບເອົາພະນັກງານ ແລະ ການຝຶກອົບຮົມໃຫ້ພະນັກງານ;

ງ. ການເກັບກໍາ (ຮິບໂຮມເອົາ) ເອກະສານ ແລະ ເອກະສານອ້າງອີງອື່ນໆ;

ຈ. ຂັ້ນຕອນສໍາລັບການຕອບຄໍາຖາມ;

ສ. ການບໍາລຸງຮັກສາ ແລະ ການປັບປຸງເວັບໄຊໃຫ້ທັນຍຸກສະໄໝ;

ຊ. ການຮ່ວມມືກັບອົງການຈັດຕັ້ງອື່ນໆ;

ຍ. ການກະກຽມເຜີຍແຜ່ກິດຈະກໍາ ທີ່ມີຄວາມໂປ່ງໃສ;

ດ. ການບັນທຶກ ແລະ ການວິເຄາະໃບຄໍາຮ້ອງຂໍເອກະສານ ແລະ ກໍານົດເວລາທີ່ຈໍາເປັນ ສໍາລັບດໍາເນີນວຽກງານດັ່ງກ່າວ;

ຕ. ຂະບວນການຕິດຕາມ ແລະ ປະເມີນຜົນການດໍາເນີນງານ ຂອງຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແລະ ຂໍ້ສະເໜີແນະກ່ຽວກັບວິທີການປັບປຸງ.

  1. ໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກ ໃຫ້ແກ່ສາທາລະນະຊົນ ໂດຍຜ່ານເວັບໄຊ ແລະ ສື່ມວນຊົນຂອງພາຍໃນ ແລະ ຕ່າງປະເທດກ່ຽວກັບ ແຫຼ່ງຂໍ້ມູນທີ່ສາມາດນໍາໃຊ້ໄດ້ ຈາກຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແລະ ຊີ້ແຈງກ່ຽວກັບວິທີເອົາຂໍ້ມູນ ຈາກຈຸດສອບຖາມ, ຂໍ້ມູນກ່ຽວກັບການຕິດຕໍ່ ແລະ ຈຸດປະສົງ ແລະ ຜູ້ທີ່ຈະໄດ້ຮັບຜົນປະໂຫຍດຈາກຈຸດສອບຖາມ.
  2. ກະກຽມບົດລາຍງານປະຈໍາປີ ກ່ຽວກັບກິດຈະກໍາຂອງຈຸດສອບຖາມ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ລວມທັງກິດຈະກໍາຂອງຈຸດປະສານງານ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແລະ ໃຫ້ຂໍ້ສະເໜີແນະເພື່ອປັບປຸງການດໍາເນີນຄວາມຮັບຜິດຊອບ ຂອງຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ.
  3. ຈັດກອງປະຊຸມຮ່ວມກັນລະຫວ່າງ ຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ, ຈຸດປະສານງານສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າແຫ່ງຊາດ ແລະ ໜ່ວຍງານແຈ້ງຂໍ້ມູນສຸຂານາໄມ ແລະ ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າປີລະຄັ້ງ ເພື່ອທົບທວນກິດຈະກໍາ ແລະ ໃຫ້ຂໍ້ສະເໜີແນະ ສໍາລັບປັບປຸງປະສິດທິພາບຂອງເຄືອຂ່າຍ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ.
  4. ຈັດຕັ້ງປະຕິບັດກິດຈະກໍາຂອງຈຸດສອບຖາມ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ໃຫ້ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ແລະ ສັນຍາ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ, ໂດຍສະເພາະແມ່ນຂໍ້ຕົກລົງ ຂອງອົງການການຄ້າໂລກຕໍ່ກັບ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ. ຂ້າງເທິງ

ໝວດທີ 4
ການສ້າງຕັ້ງຈຸດປະສານງານສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ

ມາດຕາ 7. ການສ້າງຕັ້ງຈຸດປະສານງານສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ
ຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ມີໜ້າທີ່ຮັບຜິດຊອບສ້າງຕັ້ງ ຈຸດປະສານງານ ແລະ ແຕ່ງຕັ້ງພະນັກງານຂອງຕົນ ເພື່ອປະສານງານກັບຈຸດສອບຖາມ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແລະ ໜ່ວຍງານແຈ້ງຂໍ້ມູນສຸຂານາໄມ ແລະ ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ທີ່ກ່ຽວຂ້ອງກັບການກະກຽມ, ການຮັບ ແລະ ການຈັດຕັ້ງປະຕິບັດມາດຕະຖານ, ລະບຽບການເຕັກນິກ ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງ ໃຫ້ທັນຕາມເວລາທີ່ກໍານົດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 3 ຂອງດໍາລັດວ່າດ້ວຍການແຈ້ງ ແລະ ການສະໜອງຂໍ້ມູນທີ່ຕິດພັນກັບການຄ້າ ສະບັບເລກທີ 363/ນຍ, ລົງວັນທີ 19 ສິງຫາ 2010.

ບັນດາຂະແໜງການທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນປະກອບມີດັ່ງລຸ່ມນີ້:

  1. ຂະແໜງການອຸດສາຫະກໍາ ແລະ ການຄ້າ;
  2. ຂະແໜງການຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ;
  3. ຂະແໜງການກະສິກໍາ ແລະ ປ່າໄມ້;
  4. ຂະແໜງການພະລັງງານ ແລະ ບໍ່ແຮ່;
  5. ຂະແໜງການໂຍທາທິການ ແລະ ຂົນສົ່ງ;
  6. ຂະແໜງການໄປສະນີ ແລະ ໂທລະຄົມມະນາຄົມ;
  7. ຂະແໜງການສາທາລະນະສຸກ;
  8. ຂະແໜງການອື່ນໆທີ່ກ່ຽວຂ້ອງ ຕ້ອງຮັບຜິດຊອບຕໍ່ການຮ່ວມມື ກັບຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ເພື່ອຕອບຄໍາຖາມ ແລະ ສະໜອງເອກະສານ ແລະ ຂໍ້ມູນທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 8. ສິດ ແລະ ໜ້າທີ່ຂອງຈຸດປະສານງານຂັ້ນສູນກາງ ແລະ ທ້ອງຖິ່ນ
ສິດຂອງຈຸດປະສານງານມີດັ່ງນີ້:

  1. ເຂົ້າຮ່ວມກອງປະຊຸມ ແລະ ສໍາມະນາ, ການເຜີຍແຜ່ ແລະ ການຝຶກອົບຮົມທີ່ກ່ຽວຂ້ອງ ກັບວຽກງານການເຄື່ອນໄຫວຈຸດສອບຖາມ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແລະ ການແຈ້ງຂໍ້ມູນ;
  2. ຄົ້ນຄວ້າຊອກຫາການຊ່ວຍເຫຼືອ ດ້ານວິຊາການຈາກຈຸດສອບຖາມ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແລະ ໜ່ວຍງານແຈ້ງຂໍ້ມູນສຸຂານາໄມ ແລະ ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ເພື່ອປັບປຸງການເຄື່ອນໄຫວ ແລະ ການປະສານງານ;

ໜ້າທີ່ຂອງຈຸດປະສານງານມີດັ່ງນີ້:

  1. ຕິດຕາມ ແລະ ລາຍງານກ່ຽວກັບການກະກຽມ, ການຮັບຮອງ ແລະ ການຈັດຕັ້ງປະຕິບັດມາດຕະຖານ, ລະບຽບການເຕັກນິກ ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງ ໃຫ້ແກ່ຈຸດສອບຖາມ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແລະ ໜ່ວຍງານແຈ້ງຂໍ້ມູນສຸຂານາໄມ ແລະ ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ຢູ່ພາຍໃນຂະແໜງການຂອງຕົນ ພາຍໃນເວລາທີ່ກໍານົດໄວ້;
  2. ເມື່ອໄດ້ຮັບຄໍາຖາມຈາກຈຸດສອບຖາມ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແລະ/ຫຼື ໜ່ວຍງານແຈ້ງຂໍ້ມູນສຸຂານາໄມ ແລະ ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ, ຈຸດປະສານງານຕ້ອງສົ່ງຄໍາຕອບ ແລະ ຂໍ້ມູນທີ່ກ່ຽວຂ້ອງພາຍໃນເວລາທີ່ກໍານົດ;
  3. ຖ້າຄໍາຖາມກ່ຽວກັບ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ຫາກຖືກຍື່ນໄປຫາຈຸດປະສານງານໂດຍກົງ, ຈຸດປະສານງານຈະສົ່ງຕໍ່ໄປໃຫ້ຈຸດສອບຖາມ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ເພື່ອດໍາເນີນການອັນເໝາະສົມ. ຂ້າງເທິງ

ໝວດທີ 5
ງົບປະມານ ແລະ ກາປະທັບສໍາລັບຈຸດສອບຖາມ

ມາດຕາ 9. ງົບປະມານ
ງົບປະມານຂອງຈຸດສອບຖາມ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແມ່ນນໍາໃຊ້ງົບປະມານຂອງກົມຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ, ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ. ຂ້າງເທິງ

ມາດຕາ 10. ກາປະທັບ
ໃຫ້ຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ນໍາໃຊ້ກາປະທັບຂອງກົມຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ, ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ. ຂ້າງເທິງ

ໝວດທີ 6
ບົດບັນຍັດສຸດທ້າຍ

ມາດຕາ 11. ການຈັດຕັ້ງປະຕິບັດ
ມອບໃຫ້ກົມຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ເປັນຈຸດໃຈກາງປະສານງານ ກັບຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງມີປະສິດທິຜົນ. ຂ້າງເທິງ

ມາດຕາ 12. ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງສາມສິບວັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ຫຼັງຈາກການພິມເຜີຍແຜ່ໃນວາລະສານທາງການ. ທຸກຂໍ້ຕົກລົງ ແລະ ລະບຽບການອື່ນໆ ທີ່ໄດ້ປະກາດໃຊ້ໃນເມື່ອກ່ອນ ຫາກຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກລົບລ້າງ. ຂ້າງເທິງ

ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ
ຫົວໜ້າອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ
ສຈ.ດຣ. ບຸນຕຽມ ພິດສະໄໝ

 

# ຫົວຂໍ້ ດາວໂຫຼດ
1 Regulation on the Organization and Operation of the Technical Barriers to Trade Enquiry Point No. 1199/PMO-NAST PDF
2 ຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຈຸດສອບຖາມ ສິ່ງກີດຂວາງດ້ານເຕັກນິກ ຕໍ່ການຄ້າ ເລກທີ 1199/ອວຕຊ-ສນຍ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.