ສປປ ລາວ ມີມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະຈໍາປີ 2023 ປະມານ 15.558 ລ້ານໂດລາສະຫະລັດ ແລະ ໄດ້ເພີ່ມຂື້ນ 3,5 ສ່ວນຮ້ອຍ ທຽບໃສ່ປີ 2022.

ສິນຄ້າສົ່ງອອກຕົ້ນຕໍ 10 ອັນດັບ

ມູນຄ່າການສົ່ງອອກສິນຄ້າທັງໝົດ ປະມານ 8.370 ລ້ານໂດລາສະຫະລັດ ແລະ ໄດ້ເພີ່ມຂື້ນ 3,5 ສ່ວນຮ້ອຍ ທຽບໃສ່ປີ 2022. ໃນນີ້, ສິນຄ້າສົ່ງອອກຫຼັກ 10 ອັນດັບ ປະກອບມີ: ໄຟຟ້າ 2.382 ລ້ານໂດລາສະຫະລັດ, ຄຳປະສົມ-ຄຳແທ່ງ 703 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 467 ລ້ານໂດລາສະຫະລັດ, ແຮ່ທອງ 425 ລ້ານໂດລາສະຫະລັດ, ແຮ່ເຫຼັກ 411 ລ້ານໂດລາສະຫະລັດ, ເກືອກາລີ 401 ລ້ານໂດລາສະຫະລັດ,  ມັນຕົ້ນ 333 ລ້ານໂດລາສະຫະລັດ, ຢາງພາລາ 310 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 284 ລ້ານໂດລາສະຫະລັດ ແລະ ນ້ຳຕານ 265 ລ້ານໂດລາສະຫະລັດ.

ສິນຄ້ານໍາເຂົ້າຕົ້ນຕໍ 10 ອັນດັບ

ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະມານ 7.189 ລ້ານໂດລາສະຫະລັດ ແລະ ໄດ້ເພີ່ມຂື້ນ 5 ສ່ວນຮ້ອຍ ທຽບໃສ່ປີ 2022. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ປະກອບມີ: ກາຊວນ  952 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 606 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 580 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 451 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ, ແອັດຊັງພິເສດ 428 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...) 344 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 314 ລ້ານໂດລາສະຫະລັດ, , ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 231 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 224 ລ້ານໂດລາສະຫະລັດ ແລະ ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...) 223 ລ້ານໂດລາສະຫະລັດ.

ປະເທດສົ່ງອອກຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍໃນ 05 ອັນດັບມີ: ໄທ ປະມານ 2.884 ລ້ານໂດລາສະຫະລັດ, ຈີນ ປະມານ 2.504 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 1.391 ລ້ານໂດລາສະຫະລັດ, ອົດສະຕາລີ ປະມານ 385 ລ້ານໂດລາສະຫະລັດ ແລະ ກໍາປູເຈຍ ປະມານ 200 ລ້ານໂດລາສະຫະລັດ.

ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍໃນ 05 ອັນດັບມີ: ໄທ ປະມານ 3.334 ລ້ານໂດລາສະຫະລັດ, ຈີນ ປະມານ 2.393 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 349 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ 226 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 159 ລ້ານ ໂດລາສະຫະລັດ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?