ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງອຸດສາຫະກຳ ແລະ ການຄ້າ

ຫ້ອງການ

ເລກທີ 0609/ຫອຄ

ນະຄອນຫຼວງວຽງຈັນ, ວັນທີ 14 ມີນາ 2024

 

ແຈ້ງການ

          ເຖິງ:  - ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ

               - ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ

               - ວິສາຫະກິດທີ່ດໍາເນີນກິດຈະການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການໃນຂອບເຂດທົ່ວປະເທດ

        ເລື່ອງ: ສືບຕໍ່ການລົງທະບຽນ ຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ແລະ ການບໍລິການ.

 

  • ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 0634/ອຄ.ກຈພງ, ລົງວັນທີ 01 ກໍລະກົດ 2020;
  • ອີງຕາມ ຂໍ້ຕົກລົງ ວ່າດ້ວຍການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 0752/ອຄ, ລົງວັນທີ 23 ພຶດສະພາ 2023.

 

ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ຂໍຖືເປັນກຽດ ແຈ້ງມາຍັງ ທ່ານ ຊາບວ່າ ກົມການຄ້າຕ່າງປະ ເທດ ໄດ້ສຳເລັດການປັບປຸງລະບົບການລົງທະບຽນ ແລະ ຄຸ້ມຄອງຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ທ່ານ ເພື່ອຊາບ ດັ່ງນີ້:

  1. ເລີ້ມແຕ່ວັນທີ 18 ມີນາ 2024 ວິສາຫະກິດທີ່ດໍາເນີນກິດຈະການນໍາເຂົ້າ ແລະ ສົ່ງອອກສິນຄ້າ ແລະ ການບໍລິການ ສາມາດປະກອບເອກະສານ ແລະ ດຳເນີນການລົງທະບຽນຕາມຂັ້ນຕອນທີ່ກຳນົດໄວ້ໃນລະບົບ  ໂດຍຜ່ານເວັບໄຊ໌ https://imex-enterprise.laoconnect.la/.
  2. ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເນັ້ນໜັກແຈ້ງໃຫ້ຜູ້ທີ່ດຳເນີນກິດຈະການສົ່ງອອກສິນຄ້າກະສິກຳ (ເຂົ້າກິນ, ກາເຟ, ຊາ, ມັນຕົ້ນ, ຢາງພາລາ ແລະ ອື່ນໆ) ແລະ ຜູ້ທີ່ດຳເນີນກິດຈະການດ້ານການບໍລິການ ເຊັ່ນ: ຂົນສົ່ງ ສາກົນ, ປະກັນໄພ, ທ່ອງທ່ຽວ, ການໂຮງແຮມ, ການຄົມມະນາຄົມ (ໄປສະ ນີ, ໂທລະສັບ), ການກໍ່ສ້າງ, ທາງດ້ານການເງິນ, ພາກລັດຖະບານ, ຄ່າຮັບຈ້າງການຜະລິດ ຫຼື ແປຮູບ, ຄ່າບໍລິ ການສ້ອມແປງ ແລະ ບໍາລຸງຮັກສາຄ່າທຳນຽມການໃຊ້ຊັບສິນທາງປັນຍາ, ຄ່າບໍລິການດ້ານເຕັກນິກ, ທີ່ປຶກສາ ແລະ ຄ່າບໍລິການທຸລະກິດອື່ນໆ.
  3. ໃບຢັ້ງຢືນການລົງທະບຽນ ຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ການບໍລິການ ທີ່ອອກໃຫ້ນັບຕັ້ງແຕ່ວັນທີ   18 ມີນາ 2024 ແມ່ນຈະນຳໃຊ້ໃບຢັ້ງຢືນສະບັບປັບປຸງ (ຄັດຕິດມາພ້ອມນີ້) ຊຶ່ງຈະນຳໃຊ້ປ່ຽນແທນໃບຢັ້ງ ຢືນສະບັບເກົ່າ. ສຳລັບຜູ້ປະກອບການທີ່ໄດ້ລົງທະບຽນ ແລະ ໄດ້ຮັບໃບຢັ້ງຢືນແລ້ວ ແມ່ນສາມາດສືບຕໍ່ນຳໃຊ້ໃບຢັ້ງຢືນດັ່ງກ່າວໄດ້.
  4. ວິສາຫະກິດທີ່ສຳເລັດການລົງທະບຽນແລ້ວ ຕ້ອງໄດ້ໄປພົວພັນກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ ພາຍໃນເວລາ 5 ວັນລັດຖະການ ຫຼັງຈາກທີ່ໄດ້ຮັບໃບຢັ້ງຢືນ ເພື່ອແຈ້ງຂໍ້ມູນກ່ຽວກັບບັນຊີເງິນຝາກທີ່ຈະເປີດ ຫຼື ຫັນ ເປັນບັນຊີສະເພາະ ກ່ຽວກັບການນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ການບໍລິການ ເພື່ອອອກ ໜັງສືຢັ້ງຢືນໄປແຈ້ງຕໍ່ທະນາຄານທຸລະກິດ.
  5. ວິສາຫະກິດໃດທີ່ບໍ່ໄດ້ລົງທະບຽນນຳກົມການຄ້າຕ່າງປະເທດ ແລະ ບໍ່ສຳເລັດການເປີດ ຫຼື ຫັນບັນຊີສະເພາະ ກ່ຽວກັບການນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ການບໍລິການ ຈະບໍ່ສາມາດດຳເນີນທຸລະກຳທາງການເງິນກັບທະນາຄານ ແລະ ບໍ່ສາມາດແຈ້ງດຳເນີນການນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ການບໍລິການໄດ້.
  6. ມອບໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເປັນເຈົ້າການສົມທົບກັບຂະແໜງການທີ່ກ່ຽວຂ້ອງ, ຫ້ອງການຄຸ້ມຄອງເຂດເສດຖະກິດພິເສດ, ສະພາການຄ້າ ແລະ ອຸດສາຫະກຳ ແລະ ທະນາຄານທຸລະກິດ ແຈ້ງໃຫ້ບັນດາວິສາຫະກິດທີ່ດຳເນີນກິດຈະການນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ການບໍລິການ ທີ່ຂື້ນກັບການຄຸ້ມຄອງຂອງແຂວງ, ນະຄອນຫຼວງ ດຳເນີນການລົງທະບຽນໃຫ້ສຳເລັດ.

 

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນຂອງແຈ້ງການສະບັບນີ້ດ້ວຍ.

ຫົວໜ້າຫ້ອງການ

ປອ. ບົວວັນ ວິລະວົງ

 

 

# ຫົວຂໍ້ ດາວໂຫຼດ
1 Notification in continuing to register importers and exporters of goods and services, No. 0609/PSO.MOIC, date 14 March 2024. PDF
2 ແຈ້ງການ ສືບຕໍ່ການລົງທະບຽນ ຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ແລະ ການບໍລິການ, ເລກທີ 0609/ຫອຄ, ລົງວັນທີ 14 ມີນາ 2024. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.