ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

   ກະຊວງອຸດສາຫະກໍາ ແລະ ການຄ້າ       ເລກທີ 1440/ອຄ.ກຂອ
ນະຄອນຫລວງວຽງຈັນ, ວັນທີ 04 ກັນຍາ 2008

ແຈ້ງການ

ເຖິງ :  ທ່ານຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫລວງ.
ເລື່ອງ : ການຄຸ້ມຄອງພາຫະນະລາກແກ່ໄມ້ , ເຄື່ອງຈັກຂຸດຄົ້ນໄມ້, ເຄື່ອງຈັກປຸງແຕ່ງໄມ້.

  • ເພື່ອເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງວຽກງານທຸລະກິດໄມ້ໃຫ້ໄປຕາມນະໂຍບາຍຂອງລັດ.
  • ເພື່ອເຮັດໃຫ້ວຽກງານການຄຸ້ມຄອງພາຫະນະລາກແກ່ໄມ້, ເຄື່ອງຈັກຂຸດຄົ້ນໄມ້ ແລະ ເຄື່ອງຈັກປຸງແຕ່ງໄມ້ ໃຫ້ໄດ້ຮັບການປະຕິບັດຢ່າງຖືກຕ້ອງຕາມລະບຽບກົດໝາຍ.

ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າອອກແຈ້ງການໃຫ້ພະແນກອຸດສາຫະກຳ ແລະ ການຄ້າຈັດຕັ້ງປະຕິບັດດັ່ງນີ້:

  1. ການອະນຸຍາດນຳເຂົ້າ, ນຳໃຊ້ພາຫະນະຂຸດຄົ້ນໄມ້ ແລະ ຂົນສົ່ງໄມ້, ເຄື່ອງຈັກຂຸດຄົ້ນໄມ້ຕ້ອງໄດ້ຜ່ານ ການເຫັນດີຈາກ ກະຊວງກະສິກຳ ແລະ ປ່າໄມ້ເສຍກ່ອນ, ກະຊວງອຸດສາຫະກຳ ແລະ ການຄ້າ (ກົມການນໍາເຂົ້າ ແລະ ສົ່ງອອກ) ຈຶ່ງອອກອະນຸຍາດໃຫ້.
  2. ການຈຳໜ່າຍເຄື່ອງຈັກປຸງແຕ່ງໄມ້ທຸກຊະນິດ, ການມີໄວ້ໃນຄອບຄອງ ແລະ ການນຳໃຊ້ອຸປະກອນ ແລະ ເຄື່ອງຈັກດັ່ງກ່າວມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ເປັນຜູ້ຄຸ້ມຄອງ ບົນພື້ນຖານຫລັກການ ທີ່ກຳນົດໄວ້ ໃນ ຂໍ້ຕົກລົງ ສະບັບເລກທີ 0221/ອຄ, ລົງວັນທີ 13/02/2007 ວ່າດ້ວຍ ມາດຕະຖານໂຮງງານອຸດສາຫະກໍາປຸງແຕ່ງໄມ້, ຫວາຍ ແລະ ໄມ້ປ່ອງ.
  3. ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ສົມທົບກັບຂະແໜງການກ່ຽວຂ້ອງ ໃນການດຳເນີນການ ກວດກາ ການຂຶ້ນທະບຽນພາຫະນະ ສະເພາະລາກແກ່ໄມ້, ເຄື່ອງຈັກຂຸດຄົ້ນໄມ້, ອຸປະກອນ ຫລື ເຄື່ອງຈັກຕັດໄມ້ທຸກຊະນິດທີ່ໄດ້ນຳເຂົ້າ ແລະ ມີແລ້ວກ່ອນແຈ້ງການ ສະບັບນີ້ ແຕ່ບໍ່ມີບັນຊີ ຄຸ້ມຄອງລະອຽດ ເພື່ອຕາມລະບຽບການກ່ຽວຂ້ອງ.
  4. ໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ໂດຍສົມທົບກັບຂະແໜງການທີ່ກ່ຽວຂ້ອງ ດຳເນີນມາດຕະການ ຢ່າງເດັດຂາດຕໍ່ຜູ້ລ່ວງລະເມີດ.
  5. ສຳລັບເຄື່ອງຈັກຂຸດຄົ້ນໄມ້, ພາຫະນະລາກແກ່-ຂົນສົ່ງໄມ້ ຮັບໃຊ້ໂຄງການທີ່ ລັດຖະບານອະນຸມັດຕ້ອງໄດ້ ປະຕິບັດຕາມ ລະບຽບການສະເພາະ.
  6. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ ລົງລາຍເຊັນເປັນຕົ້ນໄປ, ບັນດາແຈ້ງການ ຫລື ລະບຽບການທີ່ມີ ເນື້ອໃນຂັດກັບແຈ້ງການສະບັບນີ້ແມ່ນຖືກລົບລ້າງ.

ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ.
ດຣ. ນາມ ວິຍະເກດ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the Management of wood transport vehicle, wood extraction machinery, and wood processing machinery No. 1440/MoIC.DIMEX PDF
2 ແຈ້ງການ ກ່ຽວກັບ ການຄຸ້ມຄອງ ພາຫະນະລາກແກ່ໄມ້, ເຄື່ອງຈັກຂຸດຄົ້ນໄມ້, ເຄື່ອງຈັກປຸງແຕ່ງໄມ້ ເລກທີ 1440/ອຄ.ກຂອ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.