ການນໍາໃຊ້ ໃບທະບຽນວິສາຫະກີດ ແລະ ແບບພິມ ສະບັບປັບປຸງໃໝ່ ເລີ່ມແຕ່ທີ 29 ເມສາ 2024 ເປັນຕົ້ນໄປ 

     

     ອີງຕາມແຈ້ງການ ການນໍາໃຊ້ ໃບທະບຽນວິສາຫະກິດ ສະບັບປັບປຸງໃໝ່ ແລະ ແບບພິມໃໝ່ ກ່ຽວກັບ ວຽກງານທະບຽນວິສາຫະກິດ, ເລກທີ 0151/ກທວ, ລົງວັນທີ 08 ເມສາ 2024 ໂດຍອີງໃສ່ມາດຕາ 18 ຂອງກົດໝາຍ ວ່າດ້ວຍວິສາຫະກິດ (ສະບັບປັບປຸງ), ເລກທີ 33/ສພຊ, ວັນທີ 29 ທັນວາ 2022.

 ການນໍາໃຊ້ ໃບທະບຽນວິສາຫະກິດ ສະບັບປັບປຸງໃໝ່ ແລະ ແບບພິມໃໝ່ນີ້ ແມ່ນຈະເລີ່ມຈັດຕັ້ງປະຕິບັດ ໃນວັນທີ 29 ເມສາ 2024 ເປັນຕົ້ນໄປ. ລາຍລະອຽດດາວໂຫລດແບບພິມຕາມຮູບຄີວອາຂ້າງລຸ່ມນີ້ ຫຼື ກົດລີ້ງ: https://onedrive.live.com/?authkey=%21AKnxDEGAmD16A%5FI&id=94B8981C5BCEEA34%2129099&cid=94B8981C5BCEEA34

     

     ໃນນີ້ແບບພີມໃໝ່ໄດ້ແບ່ງອອກເປັນ 2 ປະເພດສໍາລັບ ບຸກຄົນ, ນິຕິບຸກຄົນ ແມ່ນມີ 11 ແບບພິມ ແລະ ສໍາລັບເຈົ້າໜ້າທີທະບຽນວິສາຫະກິດ ແມ່ນມີ 7 ແບບພິມ. ລາຍລະອຽດເພີມເຕີມສາມາດເບິ່ງໃນແຈ້ງການທີ່ກ່າວມາຂ້າງເທິ່ງນັ້ນ.

     ສອບຖາມເພີມເຕີມ ກະລຸນາຕິດຕໍ່ ກົມທະບຽນວິສາຫະກິດ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ທີລີ້ງ: http://www.erm.gov.la/index.php/  ຫຼື ເບີຕິດຕໍ່: 021 412011 ຫຼື 021 453865.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.