ຕີລາຄາການຈັດຕັ້ງປະຕິບັດວຽກງານ ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ.

     ໃນຕອນເຊົ້າ ວັນສຸກທີ 31 ພຶດສະພາ 2024, ທີ່ ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ. ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມ ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ ຫຼື ກອງເລຂາຂັ້ນສຸນກາງ) ໄດ້ຈັດ “ກອງປະຊຸມກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຄັ້ງທີ 02”. ໃຫ້ກຽດເປັນປະທານໂດຍ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຈາກພາກລັດ ທັງສູນກາງ ແລະ ຕ່າງແຂວງ ໃນຂອບເຂດທົ່ວປະເທດ ທີ່ໄດ້ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ ຈໍານວນ 600 ກ່ວາທ່ານ.

     ໂດຍສືບເນື່ອງຈາກ ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ) ທົ່ວປະເທດ ຄັ້ງທີ I ໄດ້ຈັດຂຶ້ນໃນວັນທີ 21 ມິຖຸນາ 2023 ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວ   ໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໂດຍໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃນໄລຍະຜ່ານມາ ແລະ ແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2023. ສະນັ້ນ, ກອງປະຊຸມ ກຄອຄຂ.ສ ໃນຄັ້ງນີ້ ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດຜ່ານມາໃນປີ 2023 ແລະ ກະກຽມປັບປຸງແຜນວຽກງານຈຸດສຸມໃນໄລຍະທ້າຍປີ 2024 ເຖິງຕົ້ນປີ 2025 ໃຫ້ຊັດເຈນ ແລະ ເປັນເອກະພາບກັນຂື້ນຕື່ມ.

     ໃນໄລຍະ 6 ເດືອນທ້າຍປີ 2023 ຫາ 6 ເດືອນຕົ້ນປີ 2024 ສາມາດຕີລາຄາໄດ້ວ່າ ໜ້າວຽກຈຸດສຸມຂອງ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທີ່ ກອງເລຂາກໍ່ຄືສອງໜ່ວຍງານ (ການຄ້າ ແລະ ການຂົນສົ່ງ) ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຜັນຂະຫຍາຍແຜນວຽກຈຸດສຸມ ເຊັ່ນ: ປັບປຸງກົນໄກການປະສານງານ ແລະ ສ້າງຄວາມເຂັ້ມແຂງ, ເກັບກຳຂໍ້ມູນ, ສ້າງ ແລະ ປັບປຸງ ນະໂຍບາຍ ແລະ ນິຕິກຳ, ຫັນເປັນທັນສະໄໝ ແລະ ເຊື່ອມຕໍ່ລະບົບຂໍ້ມູນຂ່າວສານ ຊື່ງທັງໝົດ 6 ກຸ່ມວຽກ ແລະ  28 ໜ້າວຽກ ໃນນີ້ ຜ່ານການປະເມີນເຫັນວ່າ ສາມາດຈັດຕັ້ງປະຕິບັດ ໄດ້ສໍາເລັດ 13 ໜ້າວຽກ ຫຼື 46%, ສ່ວນອີກ 15 ໜ້າວຽກ (54%) ແມ່ນຈະສືບຕໍ່ປະຕິບັດ.

     ກ່ອນປິດວາລະ, ກອງເລຂາ ໄດ້ຖືເອົາໂອກາດນີ້ໄດ້ນໍາສະເໜີກົນໄກ ກ່ຽວກັບການສ້າງ, ທົບທວນຄືນ ແລະ ປັບປຸງນິຕິກຳ ແລະ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ຂອງ ສປປ ລາວ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສ້າງນິຕິກຳ, ສັນຍາ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ໂດຍໄດ້ສະເໜີໃຫ້ມີໜ່ວຍງານສະເພາະພາຍໃຕ້ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນຄະນະ ເພື່ອການປະເມີນຜົນກະທົບດ້ານນິຕິກໍາ (RIA) ຂອງບັນດາລະບຽບການ ຫຼື ມາດຕະການ NTM; ສະເໜີຂະແໜງການທີ່ຮັບຜິດຊອບສ້າງນິຕິກໍາ ໃນເວລາສ້າງ ຫຼື ປັບປຸງ ນິຕິກໍາ ແມ່ນໃຫ້ມີຕາງໜ້າໜ່ວຍງານສະເພາະຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເຂົ້າຮ່ວມຄົ້ນຄວ້າ ແລະ ມີຄໍາເຫັນ; ສະເໜີກະຊວງ ຍຸຕິທໍາ ສືບຕໍ່ເຜີຍແຜ່ກົດໝາຍວ່າດ້ວຍການສ້າງນິຕິກຳ ໃຫ້ກວ້າງຂວາງ ໂດຍສະເພາະແມ່ນ ຂະແໜງການລັດທີ່ມີພາລະບົດບາດໃນການສ້າງນິຕິກຳ ແລະ ມາດຕະການ NTM ແລະ ເພີ່ມທະວີການປະສານງານຢ່າງໃກ້ຊິດ ກັບ ຂະແໜງການກ່ຽວຂ້ອງ ເພື່ອເອົາຮ່າງນິຕິກໍາ ແລະ ນິຕິກໍາທີ່ປະກາດໃຊ້ທຸກປະເພດ ລົງໃນຈົດໝາຍເຫດລັດຖະການ.

     ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານພ້ອມດ້ວຍແຂກທີ່ຖືກເຊີນທັງໝົດໄດ້ເຫັນດີກັບບາງຂໍ້ຂອງບົດລາຍງານ ແລະ ສະເໜີໃຫ້ມີການປັບປຸງບາງເນື້່ອໃນ ເຊິ່ງຈະມອບໃຫ້ ກອງເລຂາ ສັງລວມຄໍາເຫັນຕ່າງໆ ຂອງຜູ້ເຂົ້າຮ່ວມກອງປະຊຸມ ເພື່ອປັບປຸງເຂົ້າໃນຮ່າງບົດລາຍງານ ເພື່ອກະກຽມເນື້ອໃນລາຍງານຕໍ່ກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຄັ້ງທີ 2 ພາຍໃນເດືອນມິຖຸນາ 2024 ທີ່ຈະມາເຖິງນີ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.