ຜູ້ທີ່ເຮັດວຽກໃນຕຳແໜ່ງດັ່ງກ່າວ ຈະໄດ້ຮ່ວມງານກັບທີມງານຂະໜາດນ້ອຍ ແຕ່ ຄ່ອງແຄ້ວ ເຊິ່ງເປັນທີມງານທີ່ຮັບຜິດຊອບ ສູນຂໍ້ມູນຂ່າວສານດ້ານການຄ້າ ໂດຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອເຮັດໃຫ້ເວັບໄຊທ໌ມີຄວາມທັນສະໄໝ ແລະ ທັນກັບເຫດການສະເໝີ. ຜູ້ປະສານງານທາງດ້ານເນື້ອໃນ ຈະເປັນຈຸດປະສານງານທີ່ສຳຄັນໃຫ້ ແກ່ເພື່ອນຮ່ວມງານໃນກົມການນຳເຂົ້າ ແລະ ສົ່ງອອກ ແລະ ບັນດາເພື່ອນຮ່ວມຕຳແໜ່ງທີ່ເຮັດວຽກຢູ່ໃນ ກະຊວງກົມກອງອຶ່ນໆໃນການເກັບກຳ ແລະ ວິເຄາະຂໍ້ມູນ (ເອກະສານນິຕິກຳ ລະບຽບການ ມາດຕະການ ຂ່າວສານ ແລະ ປະກາດແຈ້ງການຕ່າງໆ ເປັນຕົ້ນ) ແລະ ອັບໂຫຼດຂໍ້ມູນຕ່າງໆເຫຼົ່ານັ້ນເພື່ອໃຫ້ຜູ້ທີ່ສົນໃຈທົ່ວໄປສາມາດ ໄດ້ຮັບຂ່າວສານທັນຕໍ່ເຫດການປະຈຸບັນ.

ຜູ້ປະສານງານທາງດ້ານເນື້ອໃນເຮັດວຽກປະສານງານຢ່າງໃກ້ຊິດກັບເວັບມາສເຕີ ແລະ ຄະນະນຳໃນກົມ ການນຳເຂົ້າ ແລະ ສົ່ງອອກ ເພື່ອຈັດວາງໂຄງສ້າງ ແລະ ອອກແບບການນຳສະເໜີຂໍ້ມູນຢູ່ເທີງໜ້າ ເວັບໄຊທ໌ຕໍ່ກັບຜູ້ສົນໃຈທົ່ວໄປ.

ຜູ້ປະສານງານທາງດ້ານເນື້ອໃນ ຕ້ອງຊອກຮູ້ ກ່ຽວກັບ ບັນດາການພັດທະນາຕ່າງໆທີ່ພົວພັນເຖິງ ການອຳນວຍຄວາມສະດວກທາງດ້ານການຄ້າ ທີ່ກຳລັງເກີດຂຶ້ນຢູ່ໃນ ສປປ ລາວ ຢູ່ສະເໝີ, ມີຄວາມຄິດລິເລີ້ມ ແລະ ກະຕືລືລົ້ນ ໃນການຊອກ ຄົ້ນຫາຂໍ້ມູນໃໝ່ ໆ ດ້ວຍຕົນເອງ ຢູ່ສະເໝີ.

ຕຳແໜ່ງນີ້ເປັນຕຳແໜ່ງທີ່ມີຄວາມສຳຄັນໃນໂຄງການທີ່ເປັນອົງປະກອບອັນສຳຄັນໃນການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ເປັນໜື່ງໃນເງື່ອນໄຂສຳຄັນຂອງການເຂົ້າເປັນສະມາຊິກອົງການການຄ້າ ໂລກ.  ດັ່ງນັ້ນ ຜູ້ຍື່ນສະໜັກໃນຕໍາແໜ່ງນີ້ຕ້ອງມີຄວາມເຂົ້າໃຈຕໍ່ກັບປະເດັນຕ່າງໆ ກ່ຽວກັບ ຄວາມໂປ່ງໃສ ຂອງ ຂໍ້ມູນ ທາງດ້ານການຄ້າ ແລະ ຄວາມສຳຄັນຂອງມັນໃນການບໍລິຫານສູນຂໍ້ມູນຂ່າວສານທາງດ້ານ ການຄ້າ.

ເງື່ອນໄຂເບື້ອງຕົ້ນຂອງຜູ້ສະໝັກຄວນຈົບການສຶກສາລະດັບປະຣິນຍາຕຣີ ໃນສາຂາ ເສດຖະສາດ, ການບໍລິຫານທຸລະກິດ, ກົດໝາຍ ຫຼື ໃນຂະແໜງທີ່ກ່ຽວພັນກັບການຄ້າ. ຜູ້ສະໝັກຄວນມີທັກສະ ທົ່ວໄປສຳລັບເຮັດວຽກໃນຫ້ອງການ (ເຊັ່ນ: Word, Excel) ຄວນມີທັກສະທີ່ດີໃນການສື່ສານ, ການປະສານງານ ກັບບຸກຄົນອຶ່ນ. ສາມາດເຮັດວຽກພາຍໃຕ້ຄວາມກົດດັນ ແລະ ມີຄວາມຄິດລິເລີ່ມ. ຄວາມສາມາດໃນການສື່ສານດ້ວຍພາສາອັງກິດຖືເປັນເງື່ອນໄຂສຳຄັນ. ຜູ້ສະໝັກທີ່ໄດ້ຮັບຄັດເລື່ອກຈະໄດ້ຮັບການຝຶກອົບຮົມໃນຂະນະປະຕິບັດວຽກ.

ສຳລັບທ່ານທີ່ສົນໃຈສະໝັກຕໍາແໜ່ງດັ່ງກ່າວ, ສາມາດຂໍຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ [email protected] ຫຼື ໂທ: +856 21 453 982.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.