ບົດລາຍງານສະບັບນີ້ໄດ້ຖືກກະກຽມຂຶ້ນ ໂດຍການສະໜັບສະໜູນຂອງ  UNESCAP  ແລະ ໃນນາມຂອງສໍານັກ ງານກອງເລຂາ ອໍານວຍຄວາມສະດວກທາງດ້ານການຄ້າແຫ່ງຊາດ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ໄດ້ມີການວິເຄາະຕົ້ນທຶນດ້ານການຄ້າແບບທະວິພາຄີລະຫວ່າງ ສປປ ລາວ ແລະ ຄູ່ຄ້າ 46 ປະເທດ ເພື່ອແນໃສ່ວັດແທກຄວາມກ້າວໜ້າຂອງ ສປປ ລາວ ທາງດ້ານການອໍານວຍຄວາມສະດວກ ທາງດ້ານ ການຄ້າ.

ບົດລາຍງານສະບັບດັ່ງກ່າວ ຍັງໄດ້ກ່າວເຖິງຄວາມໝາຍ ແລະ ການຕີຄວາມໝາຍ ຂອງຄ່າໃຊ້ຈ່າຍທາງການຄ້າ ໃນລະດັບທະວິພາຄີແບບຄົບວົງຈອນ ແລະ ຄ່າໃຊ້ຈ່າຍທາງການຄ້າແບບຄົບວົງຈອນບໍ່ລວມຄ່າພາສີ ພ້ອມທັງ ໄດ້ລະບຸປັດໄຈທີ່ຈະນໍາໄປສູ່ ຄວາມແຕກຕ່າງໃນການປະຕິບັດງານລະຫວ່າງ ສປປ ລາວ ແລະ ປະເທດອື່ນໆ ໃນຂົງເຂດອາຊີປາຊີຟິກ.

# ຫົວຂໍ້ ດາວໂຫຼດ
1 Report on the Comprehensive Trade Costs of Lao People's Democratic Republic PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.