ມູນຄ່າການຄ້າຕ່າງປະເທດ ປະຈໍາເດືອນພຶດສະພາ ປີ 2024 ປະຕີບັດໄດ້ 1,116 ລ້ານໂດລາສະຫະລັດ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາເດືອນ ພຶດສະພາ 2024 ບັນລຸໄດ້ 1,116 ລ້ານໂດລາສະຫະລັດ, ທຽບໃສ່ ເດືອນ ເມສາ ຜ່ານມາ ແມ່ນຫຼຸດລົງປະມານ 0.5%. ໃນນີ້, ມູນຄ່າສົ່ງອອກບັນລຸໄດ້ 483 ລ້ານໂດລາສະຫະລັດ, ເພີ່ມຂື້ນ 4% ແລະ ມູນຄ່ານໍາເຂົ້າ ບັນລຸໄດ້ 634 ລ້ານໂດລາສະຫະລັດ,  ຫຼຸດລົງ 4% ທຽບໃສ່ເດືອນ ເມສາ ຜ່ານມາ. ສິນຄ້າທີ່ສົ່ງອອກຕົ້ນຕໍ 05 ອັນດັບປະກອບມີ: ເກືອກາລີ, ຄໍາປະສົມ, ແຮ່ທອງ, ມັນຕົ້ນ ແລະ ນໍ້າຕານ. ສິນຄ້າທີ່ນໍາເຂົ້າຕົ້ນຕໍ 05 ອັນດັບປະກອບມີ: ນໍ້າມັນກາຊວນ, ພາຫະນະທາງບົກ, ອຸປະກອນກົນຈັກ, ເຫຼັກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ.

(ແຫຼ່ງຂໍ້ມູນ: ກົມພາສີ, ກະຊວງການເງິນ)

ສິນຄ້າສົ່ງອອກຕົ້ນຕໍ

ມູນຄ່າການສົ່ງອອກສິນຄ້າທັງໝົດ ປະຕິບັດໄດ້ ປະມານ 483 ລ້ານໂດລາສະຫະລັດ, ເພີ່ມຂື້ນ 4% ທຽບໃສ່ ເດືອນເມສາຜ່ານມາ. ໃນນີ້, ສິນຄ້າສົ່ງອອກຫຼັກ ປະກອບມີ: ເກືອກາລີ 46 ລ້ານໂດລາສະຫະລັດ, ແຮ່ທອງ 38 ລ້ານໂດລາສະຫະລັດ, ຄໍາປະສົມ ແລະ ຄຳແທ່ງ 33 ລ້ານໂດລາສະຫະລັດ, ນໍ້າຕານ 24 ລ້ານໂດລາສະຫະລັດ,ເຄື່ອງດື່ມ 20 ລ້ານໂດລາສະຫະລັດ, ຢາງພາລາ 19 ລ້ານໂດລາສະຫະລັດ, ແປງມັນຕົ້ນ 17 ລ້ານໂດລາສະຫະລັດ, ໝາກກ້ວຍ 17 ລ້ານໂດລາສະຫະລັດ, ມັນຕົ້ນ 16 ລ້ານໂດລາສະຫະລັດ, ແລະ ແຮ່ເຫຼັກ 12 ລ້ານໂດລາສະຫະລັດ.

ສິນຄ້ານໍາເຂົ້າຕົ້ນຕໍ  

ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕິບັດໄດ້ປະມານ 634 ລ້ານໂດລາສະຫະລັດ ແລະ ຫຼຸດລົງ 4% ທຽບໃສ່ ເດືອນເມສາ ຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫຼັກ ປະກອບມີ: ນ້ຳມັນກາຊວນ 91 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 57 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 54 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ ແລະ ເຫຼັກກ້າ 41 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 28 ລ້ານໂດລາສະຫະລັດ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 24 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 24 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ-ແອັດຊັງພິເສດ 22 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...) 19 ລ້ານໂດລາສະຫະລັດ ແລະ ອາລູມີນຽມ ແລະ ເຄື່ອງທີ່ເຮັດດ້ວຍອາລູມີນຽມ 5 ລ້ານໂດລາສະຫະລັດ.

ປະເທດສົ່ງອອກຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບປະກອບມີ: ຈີນ ປະມານ 184 ລ້ານໂດລາສະຫະລັດ, ໄທ ປະມານ 107 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 104 ລ້ານໂດລາສະຫະລັດ, ອາເມລິກາ ປະມານ 20 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ 18 ລ້ານໂດລາສະຫະລັດ.

ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບປະກອບມີ: ໄທ ປະມານ 267 ລ້ານໂດລາສະຫະລັດ, ຈີນ ປະມານ 252 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 34 ລ້ານໂດລາສະຫະລັດ, ສ.ອາເມລິກາ 18 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 10 ລ້ານ ໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ ພຶດສະພາ ປີ 2024 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.