ຜົນຂອງກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຄັ້ງທີ 2

     ໃນວັນທີ 24 ມິຖຸນາ 2024, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນຫ້ອງການກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ) ທົ່ວປະເທດ ຄັ້ງທີ II ຂຶ້ນທີ່ີ ທີ່ໂຮງແຮມຈໍາປາສັກແກຣນ, ແຂວງຈຳປາສັກ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ໃຫ້ກຽດເຂົ້າຮ່ວມໂດຍບັນດາ ທ່ານລັດຖະມົນຕີ-ຮອງລັດຖະມົນຕີ, ເຈົ້າແຂວງ-ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ພະນັກງານຫລັກແຫລ່ງ ຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ທາງໄກ ລວມທັງໝົດ 580 ທ່ານ.  

     ກອງປະຊຸມຄັ້ງນີ້ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າ ກຄອຄຂ.ສ ໄດ້ລາຍຜ່ານຮ່າງບົດສະຫຼຸບ, ຕີລາຄາດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງໃນ 6 ເດືອນທ້າຍປີ 2023 ຫາ 6 ເດືອນຕົ້ນປີ 2024 ແລະ ແຜນການປີ 2024-2025 ຊຶ່ງສັງລວມໄດ້ທັງໝົດ 6 ກຸ່ມວຽກໃຫຍ່ ແລະ 28 ໜ້າວຽກຍ່ອຍ. ຜ່ານການປະເມີນ, ໃນ 28 ໜ້າວຽກນີ້ ສາມາດປະຕິບັດສໍາເລັດ 15 ໜ້າວຽກ, ກວມເອົາ 53%, ສ່ວນອີກ 13 ໜ້າວຽກ ຫຼື 47% ແມ່ນບໍ່ທັນສໍາເລັດ.

     ກອງປະຊຸມຍັງໄດ້ພ້ອມກັນປຶກສາຫາລື ແລະ ຕີລາຄາຢ່າງເປັນເອກະສັນກັນວ່າ: ມີຫລາຍໜ້າວຽກສໍາຄັນທີ່ຄະນະກໍາມະການສາມາດປັບປຸງໄດ້ຢ່າງສໍາເລັດ, ແຕ່ຍັງມີບາງໜ້າວຽກໄດ້ແກ່ຍາວ ແລະ ບໍ່ທັນສໍາເລັດຕາມແຜນການ ຄື: ການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 12/ນຍ ຍັງບໍ່ທັນເຂັ້ມງວດ ແລະ ບໍ່ເປັນເອກະພາບກັນ; ການອອກອະນຸຍາດ, ຢັ້ງຢືນການນໍາເຂົ້າ-ສົ່ງອອກ ແລະ ເຄື່ອນຍ້າຍສິນຄ້າ ມີຄວາມຊໍ້າຊ້ອນ; ການອອກນິຕິກໍາຍັງບໍ່ທັນໄດ້ຮັບການປະເມີນຜົນກະທົບດ້ານລະບຽບການ (RIA) ຕາມກົດໝາຍທີ່ກໍານົດໄວ້; ຈຸດກວດກາຕາມເສັ້ນທາງລະຫວ່າງເມືອງຫາເມືອງ ແລະ ແຂວງຫາແຂວງຍັງມີຫລາຍ ແລະ ມີທ່າອ່ຽງເພີ່ມຂຶ້ນ; ການປັບປຸງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs), ການຈັດຕັ້ງປະຕິບັດສັນຍາ WTO-TFA ແລະ ການແກ້ໄຂບັນຫາຂອງພາກທຸລະກິດ ທີ່ຕິດພັນກັບການຄ້າ ແລະ ການຂົນສົ່ງ ຍັງມີຄວາມລ່າຊ້າ; ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ເພື່ອຮັບຜິດຊອບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຍັງຈໍາກັດ; ການປະສານງານລະຫວ່າງ ຂະແໜງ ອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງ ໂຍທາທິການ ແລະ ຂົນສົ່ງ ຍັງບໍ່ທັນຄ່ອງຕົວ; ການເປີດໂອກາດໃຫ້ພາກທຸລະກິດໄດ້ປະກອບຄໍາເຫັນຕໍ່ການປັບປຸງນິຕິກໍາຍັງມີໜ້ອຍ; ການນໍາໃຊ້ລະບົບທັນສະໄໝເຂົ້າໃນວຽກການຄ້າ ແລະ ການຂົນສົ່ງຍັງຈໍາກັດ; ການສ້າງແຜນຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຍັງບໍ່ທັນສໍາເລັດ ແລະ ອື່ນໆ. ເພື່ອແກ້ໄຂໜ້າວຽກທີ່ຄົງຄ້າງ, ຄະນະກໍາມະການໄດ້ຫັນວຽກດັ່ງກ່າວ ແລະ ວຽກອື່ນໆທີ່ສໍາຄັນ ເປັນວຽກຈຸດສຸມ ເພື່ອສືບຕໍ່ຄົ້ນຄວ້າ ແລະ ແກ້ໄຂໃຫ້ສໍາເລັດໂດຍໄວ.

     ໃນຕອນທ້າຍຂອງກອງປະຊຸມ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວສະຫຼຸບໂດຍມອບໃຫ້ທຸກຂະແໜງການ ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ວຽກງານ, ສືບຕໍ່ຄົ້ນຄວ້າ ແລະ ປຶກສາຫາລື ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາ ແລະ ສິ່ງອຸດຕັນ ຕໍ່ກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ແນໃສ່ສ້າງສິ່ງແວດລ້ອມທີ່ເອື້ອອໍານວຍຄວາມສະດວກ ແລະ ດຶງດູດການລົງທຶນຈາກຕ່າງປະເທດ ເພື່ອກະຕຸ້ນການພັດທະນາເສດຖະກິດຂອງປະເທດໃຫ້ດີຂຶ້ນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.