ຜ່ານມາການນໍາເຂົ້າ-ສົ່ງອອກສິນຄ້າ ແມ່ນໄດ້ປະຕິບັດຫຼາຍຂັ້ນຕອນ, ເອກະສານບໍ່ວ່າຈະຢູ່ຕາມດ່ານຂາອອກ-ຂາເຂົ້າ ລວມທັງການຈໍລະຈອນເຄື່ອນຍ້າຍສິນຄ້າ ພາຍໃນປະເທດແມ່ນປະສົບກັບຄວາມຫຍຸ້ງຍາກ ແລະ ຊັກຊ້າໃນການແຈ້ງ, ການກວດເອກະສານ. ການເຄື່ອນຍ້າຍສິນຄ້າຈາກເມືອງຫາເມືອງ, ແຂວງຫາແຂວງ ຕ້ອງໄດ້ມີການຢຸດຈອດ ເພື່ອກວດກາເອກະສານ, ກວດກາສິນຄ້າຫຼາຍບ່ອນ. ບັນຫານີ້ເຮັດໃຫ້ການດໍາເນີນທຸລະກິດ ຕ້ອງປະສົບກັບບັນຫາຄ່າໃຊ້ຈ່າຍຕ່າງໆ ທີ່ບໍ່ຈໍາເປັນເຊິ່ງເກີດຂຶ້ນ ໃນການຂົນສົ່ງ ເຄື່ອນຍ້າຍສິນຄ້າຂອງຕົນ. ສົ່ງຜົນໃຫ້ລາຄາສິນຄ້າມີລາຄາສູງຂຶ້ນໄປພ້ອມໆກັນ. ດັ່ງນັ້ນຄໍາສັ່ງແນະນໍາສະບັບດັ່ງກ່າວນີ້ ແມ່ນເປັນບ່ອນອີງ ແລະ ເປັນບາດກ້າວໜຶ່ງ ໃນການສ້າງສິ່ງອໍານວຍຄວາມສະດວກ ໃນການຈໍລະຈອນສິນຄ້າຂອງ ສປປ ລາວ ໃນການກ້າວໄປສູ່ການຄ້າຂາຍແບບເສລີຖືກກົດໝາຍ.

 

ດາວໂຫຼດພາສາລາວ: ຄໍາສັ່ງແນະນໍາກ່ຽວກັບການລົບລ້າງສິ່ງກີດຂວາງ ທີ່ເປັນອຸປະສັກຕໍ່ການຈໍລະຈອນສິນຄ້າ ເລກທີ 0395/ອຄ

# ຫົວຂໍ້ ດາວໂຫຼດ
1 Instruction on eliminating the obstacles encountering the circulations of goods PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.