ລາຍງານຄວາມຄືບໜ້າ ແລະ ແຜນສືບຕໍ່ຈັດຕັ້ງປະຕິບັດ WTO-TFA

     ຕອນເຊົ້າ ວັນທີ 23 ກໍລະກົດ 2024 ທີ່ ໂຮງແຮມ ສຸພັດຕຣາ, ນະຄອນຫຼວງວຽງຈັນ. ກົມການຄ້າຕ່າງປະເທດ (ກົມ ຄຕ), ກະຊວງ ອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ໃນນາມຫ້ອງການ ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກ (WTO-TFA) ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ ຄຕ ໂດຍມີຜູ້ເຂົ້້າຮ່ວມຈາກຂະແໜງການທີ່ກ່ຽວຂ້ອງ ເຊັ່ນ ຂະແໜງສາທາ, ການເງິນ, ກະສິກໍາ ແລະ ທະນາຄານ ແຫ່ງ ສປປ ລາວ ຈໍານວນ 45 ທ່ານ.

     ສປປ ລາວ ໄດ້ໃຫ້ສັດຕະຍາບັນໃນການຈັດຕັ້ງປະຕິບັດສັນຍາ ວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າໃນຂອບອົງການຄ້າໂລກ (WTO-TFA) ຄັ້ງວັນທີ 29 ກັນຍາ 2015. ຕໍ່ມາ, ກະຊວງ ອຄ ໃນນາມເປັນຈຸດປະສານງານໃນການຈັດຕັ້ງປະຕິບັດສັນຍາ WTO-TFA ໄດ້ສໍາເລັດການສ້າງແຜນດໍາເນີນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 (05 ປີ) ເພື່ອກໍານົດວິໄສທັດ ແລະ ແຜນຈັດຕັ້ງປະຕິບັດສັນຍາ WTO-TFA ແລະ ວຽກງານຕ່າງໆທີ່ປິ່ນອ້ອມວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ. ປະຈຸບັນ, ຫ້ອງການ ກຄອຄຂ.ສ ກໍາລັງສ້າງຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 5 ປີ (2024-2028) ເພື່ອບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

     ສັນຍາ WTO-TFA ແບ່ງອອກເປັນ 03 ໝວດ ຄື:  ໝວດ A ແມ່ນໝວດທີ່ສາມາດຈັດຕັ້ງປະຕິບັດໄດ້ເລີຍ,  ໝວດ B ແມ່ນໝວດທີ່ສາມາດຈັດຕັ້ງປະຕິບັດໄດ້ ແຕ່ຕ້ອງການເວລາ ແລະ ໝວດ C ແມ່ນໝວດທີ່ຕ້ອງການເວລາ ແລະ ຄວາມຊ່ວຍເຫຼືອໃນການຈັດຕັ້ງປະຕິບັດ, ຊຶ່ງນັບແຕ່ ປີ 2015 ເປັນຕົ້ນມາ, ສປປ ລາວ ໄດ້ມີພັນທະສັນຍາ ຈັດຕັ້ງປະຕິບັດ WTO-TFA ຈໍານວນທັງໝົດ 36 ມາດຕະການ ໃນນັ້ນ, ນອນໃນໝວດ A ມີ 13 ມາດຕະການ, ໝວດ B ມີ 11 ມາດຕະການ ແລະ ໝວດ C ມີ 12 ມາດຕະການ, ປະຈຸບັນແມ່ນຍັງ 15 ມາດຕະການ ທີ່ຕ້ອງໄດ້ປະເມີນຄືນຄວາມຄືບໜ້າ ແລະ ສືບຕໍ່ຈັດຕັ້ງປະຕີບັດໃຫ້ສໍາເລັດໃນຕໍ່ໜ້າ.

     ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າ, ປຶກສາຫາລື ແລະ ປະກອບຄໍາເຫັນ ຢ່າງກົງໄປກົງມາ ຈາກບັນດາຂະແໜງການທີ່ກ່ຽວຂ້ອງ ຕໍ່ກັບການຈັດຕັ້ງປະຕິບັດແຕ່ລະມາດຕະການໃນໄລຍະຜ່ານມາ ພ້ອມດຽວກັນກໍ່ໄດ້ເປັນເອກະພາກັນກໍານົດໄລຍະເວລາ ພ້ອມເຫດຜົນ ເພື່ອກະກຽມສະເໜີຕໍ່ອົງການຄ້າໂລກ ເພື່ອຂະຫຍາຍໄລຍະເວລາຈັດຕັ້ງປະຕິບັດແຕ່ລະມາດຕາໃນຕໍ່ໜ້າ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.