ເປີດນຳໃຊ້ ລະບົບ ອີຊີໂອ (e-CO) ປັບປຸງໃໝ່ ລຸ້ນທີ່ 2

     ໃນວັນທີ 31 ກໍລະກົດ 2024 ທີ່ ໂຮງແຮມເມືອງແທງ, ນະຄອນຫຼວງວຽງຈັນ. ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເປີດໂຕລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ (e-CO) ທີ່ໄດ້ປັບປຸງໃໝ່ ໂດຍການເປັນປະທານຮ່ວມຂອງ ທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນ. Heather Variava ເອກອັກຄະລັດຖະທູດປະເທດສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ເຂົ້າຮ່ວມຈາກພາກລັດ ແລະ ບໍລິສັດເອກະຊົນ ຫຼາຍກວ່າ 100 ທ່ານ ເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ທາງອອນລາຍ.  

     ທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ໄດ້ເນັ້ນໜັກເຖິງການສະໜັບສະໜູນຂອງ ອົງການ USAID ໃນການຮ່ວມພັດທະນາຍຸດທະສາດແຫ່ງຊາດ ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ອຳນວຍຄວາມສະດວກໃຫ້ແກ່ການຄ້າຂ້າມແດນ, ພ້ອມດຽວກັນ ທ່ານ ຍັງໄດ້ກ່າວວ່າ: “ການເປີດນຳໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ ຖືເປັນບາດກ້າວສຳຄັນໃນການອໍານວຍຄວາມສະດວກໃຫ້ແກ່ພາກທຸລະກິດຂອງ ສປປ ລາວ ໂດຍສະເພາະ ການປັບປຸງຂັ້ນຕອນໃຫ້ມີຄວາມງ່າຍດາຍ, ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດເຂົ້າເຖິງຕະຫຼາດໃໝ່ໆ ແລະ ປະກອບສ່ວນເຂົ້າໃນການເຕີບໃຫຍ່ຂອງຂະແໜງການສົ່ງອອກຂອງພວກເຮົາ”.

     ທ່ານ ນ. Variava ເອກອັກຄະລັດຖະທູດ ໄດ້ສະແດງຄວາມຍິນດີນໍາລັດຖະບານ ສປປ ລາວ ໂດຍສະເພາະ ແມ່ນກະຊວງອຸດສາຫະກຳ ແລະ ການຄ້າ ສຳລັບຄວາມເປັນຜູ້ນຳ ໃນການສ້າງຄວາມອາດສາມາດໃຫ້ແກ່ການແຂ່ງຂັນຂອງພາກທຸລະກິດ ຜ່ານການປັບປຸງ ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ (e-CO) ແລະ ກ່າວຍ້ອງຍໍຊົມເຊີຍໃນຄວາມພະຍາຍາມຮ່ວມກັນ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນການສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການເຕີບໂຕຂອງພາກທຸລະກິດໃຫ້ຫຼາຍຂຶ້ນ, ຊຶ່ງທ່ານໄດ້ກ່າວວ່າ: “ງານໃນມື້ນີ້ ໄດ້ສະເຫຼີມສະຫຼອງ ຄວາມພະຍາຍາມຮ່ວມກັນຂອງພວກເຮົາ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ ທັງພາກລັດ ແລະ ພາກເອກະຊົນນຳໃຊ້ ເວັບໄຊທ໌ນີ້ ໃນການປັບປຸງການເຊື່ອມໂຍງຂອງຕະຫຼາດໃນລະດັບພາກພື້ນ ແລະ ສາກົນ”.

     ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ (e-CO) ແມ່ນຄຸ້ມຄອງໂດຍກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ຊຶ່ງເປີດໃຫ້ບໍລິການແກ່ບັນດາທຸລະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດຢື່ນຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຢ່າງເປັນທາງການໄດ້ທາງອອນລາຍ. ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າມີບົດບາດສຳຄັນ ສຳລັບການຄ້າ ລະຫວ່າງ ປະເທດ ເພາະວ່າ ສາມາດສະແດງຫຼັກຖານແຫຼ່ງກຳເນີດຂອງສິນຄ້າ ເຮັດໃຫ້ສິນຄ້າ ມີສິດທິພິເສດໃນການສົ່ງອອກສິນຄ້າຂ້າມແດນລະຫວ່າງປະເທດ. ນອກຈາກນັ້ນ, ລະບົບໃໝ່ e-CO ແມ່ນຈະສ້າງປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ບັນດາໜ່ວຍທຸລະກິດຂອງລາວ, ຊຶ່ງຈະຊ່ວຍໃຫ້ພາກທຸລະກິດສາມາດສົ່ງອອກສິນຄ້າທີ່ເປັນໄປຕາມເງື່ອນໄຂຕ່າງໆ, ຈ່າຍພາສີໃນອັດຕາທີ່ໜ້ອຍລົງ ຫຼື ປອດພາສີ, ລະບົບນີ້ ຍັງຊ່ວຍເພີ່ມຂີດຄວາມສາມາດໃນການແຂ່ງຂັນໃນຕະຫຼາດໂລກ. ພ້ອມດຽວກັນນັ້ນ, ຍັງຊ່ວຍປັບປຸງຂັ້ນຕອນການຈ່າຍອາກອນ, ຫຼຸດຜ່ອນຄວາມຊັກຊ້າ ແລະ ຄ່າໃຊ້ຈ່າຍ ໃນການປະກອບເອກະສານຕ່າງໆ, ຊຶ່ງຈະຊ່ວຍອໍານວຍຄວາມສະດວກໃນການເຄືື່ອນຍ້າຍສິນຄ້າໃຫ້ມີຄວາມສະດວກວອງໄວຂຶ້ນ.

     ສຳລັບພາກສ່ວນໃດທີ່ສົນໃຈໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ເບີໂທ: 021450255 ຫຼື ສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌ https://www.ecolao.gov.la/

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.