ເປີດຮັບຄໍາຄິດເຫັນປະກອບໃສ່ 05 ຮ່າງມາດຕະຖານກ່ຽວກັບການກໍ່ສ້າງ

     ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບບັນດາບໍລິສັດ, ໂຮງງານ ພ້ອມດ້ວຍຄະນະກໍາມະການເຕັກນິກແຫ່ງຊາດ, ສະພາມາດຕະຖານແຫ່ງຊາດ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ຄົ້ນຄ້ວາ ຮ່າງເນື້ອໃນ, ເຕັກນິກ, ຫຼັກການປະຕິບັດໃນການດັດແກ້ ແລະ ປັບປຸງມາດຕະຖານ ລາວ ຈໍານວນ 05 ສະບັບ ເພື່ອຮັບໃຊ້ເຂົ້າໃນການກໍ່ສ້າງ. ສະນັ້ນ, ເພື່ອເຮັດໃຫ້ບັນດາຮ່າງມາດຕະຖານດັ່ງກ່າວ ມີຄວາມຖືກຕ້ອງ ແລະ ສົມບູນ ຈຶ່ງເປີດຮັບຄໍາເຫັນຈາກສາທາລະນະ ເພື່ອນໍາໄປປັບປຸງເນື້ອໃນຂອງແຕ່ລະຮ່າງມາດຕະຖານ ຕາມຄວາມເໝາະສົມ ກ່ອນທີ່ຈະປະກາດນໍາໃຊ້ຢ່າງເປັນທາງການ. ເນື້ອໃນຂອງຮ່າງ 05 ມາດຕະຖານ ແມ່ນມີດັ່ງລຸ່ມນີ້:

  1. ຮ່າງ ມາດຕະຖານ ແຜ່ນຢາງກັນຊືມທີ່ຜະລິດຈາກທາດສັງເຄາະແບບມີກາວ (Self-adhering polymer modified bituminous waterproof sheet)
  2. ຮ່າງ ມາດຕະຖານ ໂພລີຢູຣິເທນເຄືອບກັນຊຶມ (STANDARD FOR POLYURETHANE WATERPROOFING COATING)
  3. ຮ່າງ ມາດຕະຖານ ຊີມັງປະສົມ (STANDARD FOR MIXED CEMENT)
  4. ຮ່າງ ມາດຕະຖານ ຄອນກຼີດບ໋ອກຕັນຮັບນໍ້າໜັກ (STANDARD FOR SOLID LOAD BEARING CONCRETE BLOCK)
  5. ຮ່າງ ມາດຕະຖານປູນສໍາເລັດຮູບໂບກຝາຄອນກຼີດພາຍໃນ (STANDARD PUTTY FOR INTERIOR)

     ທ່ານ ສາມາດປະກອບຄໍາເຫັນ ພ້ອມທັງສົ່ງຄໍາເຫັນຂອງທ່ານ ມາຍັງ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໂທ: + 856 21 732 371 ຫຼື ສົ່ງຫາ ຄະນະຜູ້ຮັບຜິດຊອບໂດຍກົງ (ທ່ານ ບຸນທະວີ, ເບີມືຖື/ວອດແອບ: +856 20 94 491 916 ຫຼື ອີເມລ໌ [email protected]).

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.