ປະເທດ ອັງກິດ ກໍາລັງປັບປຸງໃບຢັ້ງຢືນສຸຂະພາບສັດ ແລະ ຜະລິດຕະພັນສັດ

     ສະຖານທູດ ແຫ່ງ ສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ໄດ້ສົ່ງໜັງສືເຖິງ ກົມເອີຣົບ ແລະ ອາເມລິກາ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອໃຫ້ແຈ້ງຕໍ່ໃຫ້ ກົມລ້ຽງສັດ ແລະ ການປະມົງ, ກະຊວງ ກະສິກໍາ ແລະ ປ່າໄມ້ ຊາບກ່ຽວກັບການນໍາໃຊ້ໃບຢັ້ງຢືນສຸຂະພາບສັດຮູບແບບໃໝ່ໃນການການສົ່ງອອກສັດມີຊີວິດ ແລະ ຜະລິດຕະພັນສັດ ທີ່ມີແຫຼ່ງກຳເນີດ ປະເທດອັງກິດ ເຂົ້າມາ ລາວ. ດັ່ງລາຍລະອຽດຕໍ່ໄປນີ້: ກົດ

     ສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ (ປະເທດອັງກິດ) ໄດ້ມີການປັບປຸງໃບຢັ້ງຢືນສຸຂະພາບສັດຮູບແບບໃໝ່ ໃນການສົ່ງອອກສັດມີຊີວິດ ແລະ ຜະລິດຕະພັນສັດ ທີ່ມີແຫຼ່ງກໍາເນີດຈາກ ປະເທດອັງກິດ ເຂົ້າມາ ປະເທດລາວ, ຊຶ່ງໃບຢັ້ງຢືນສຸຂະພາບສັດຮູບແບບໃໝ່ນີ້ ແມ່ນຍັງຮັກສາດ້ານເນື້ອໃນໄວ້ຄືເກົ່າ ແຕ່ປ່ຽນຈາກເຈ້ຍສີຄໍາອອ່ນກາມົງກຸດ “Crown Gold” ແບບທີ່ເຄີຍໃຊ້ຜ່ານມາ ເປັນແບບພີມໃສ່ເຈ້ຍສີຂາວແທນ ແລະ ໃບຢັ້ງຢືນແຕ່ລະໜ້າຈະມີເຄື່ອງໝາຍເພື່ອຄວາມປອດໄພແບບດິຈິຕໍ ຈໍານວນ 02 ແບບ ຫຼື ກາໝາຍທີ່ີຮູ້ກັນໃນນາມ “Watermark”

     ໃບຢັ້ງຢືນສຸຂະພາບສັດຮູບແບບໃໝ່ນີ້ ແມ່ນນໍາໃຊ້ສະເພາະການສົ່ງອອກສັດຈາກ ປະເທດອັງກິດ ແບບເປັນປະຈໍາ ເທົ່ານັ້ນ, ສໍາລັບການສົ່ງອອກແບບດົນໆເທື່ອໜຶ່ງ ຫຼື ສົ່ງອອກພຽງຄັ້ງດຽວ ຕົວຢ່າງ: ການຍົກຍ້າຍສັດຈາກສວນສັດ ແມ່ນຍັງສືບຕໍ່ນໍາໃຊ້ແບບຟອມກາມົງກຸດສີຄໍາອ່ອນ “Crown Gold Paper” ແບບທີ່ເຄີຍໃຊ້ຜ່ານມາ ຄືເກົ່າ.

     ນອກຈາກນີ້, ທາງ ປະເທດອັງກິດ ຍັງແນະນໍາ ການເປີດບໍລິການໃຫ້ເຂົ້າກວດເບິ່ງໃບຢັ້ງຢືນສຸຂະພາບສັດ ທາງອອນລາຍໄດ້  “Check a UK EHC”, ຊຶ່ງການບໍລິການນີ້ຈະຊ່ວຍໃຫ້ເຈົ້າໜ້າທີປະຈໍາດ່ານ ສາມາດກວດເບິ່ງໃບຢັ້ງຢືນສຸຂະພາບສັດຂອງ ປະເທດອັງກິດ “UK EHC” ໄດ້ໄວ ແລະ ສະດວກຂຶ້ນ.

     ການນໍາໃຊ້ໃບຢັ້ງຢືນສຸຂະພາບສັດຮູບແບບໃໝ່ນີ້ ຈະຊ່ວຍໃຫ້ການສົ່ງອອກສັດ ແລະ ຜະລິດຕະພັນສັດຂອງທຸກພາກສ່ວນ ມີປະສິດທິພາບ ແລະ ມີຄວາມປອດໄພ. ໃບຢັ້ງຢືນສຸຂະພາບສັດ (EHCs) ເພື່ອສົ່ງອອກສັດ ແລະ ພະລິດຕະພັດສັດ ຈາກ ປະເທດອັງກິດ ເຂົ້າມາ ປະເທດ ລາວ ຈະເລີ່ມນໍາໃຊ້ນັບແຕ່ ວັນທີ 9 ຕຸລາ 2024 ເປັນຕົ້ນໄປ.

ລາຍລະອຽດເພີມເຕີມ ກະລຸນາຕິດຕໍ່ຫາ ທີ່ຢູ່ຕໍ່ໄປນີ້: [email protected]

ຫຼື ຜູ້ປະສານງານຝ່າຍລາວ: ທ່ານນາງ ບຸດດາວັນ ມະຫາລາດ, ທີ່ປຶກສາດ້ານການສົ່ງອອກ, Email: [email protected]; 020 5938 1315, ສະຖານທູດ ແຫ່ງ ສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍານະຄອນຫຼວງວຽງຈັນ, ເບີໂທຕິດຕໍ່: 030 770 0000.

 

ສໍາລັບຂໍ້ມູນສະເພາະ: EHCs issued by APHA

https://check.apply-export-health-certificate.service.gov.uk/ or Email: [email protected]

 

EHCs issued by DAERA

https://selfservice.daera-ni.gov.uk/Daera/Forms/#/ValidateCertificate

or Email: [email protected]

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.