ສ້າງຄວາມຊຳນານໃຫ້ແກ່ເຈົ້າໜ້າທີ່ ແລະ ຜູ້ປະກອບການທາງດ້ານ ອີຊີໂອ ຢູ່ແຂວງພາກໃຕ້

     ໃນລະຫວ່າງ ວັນທີ 16-17 ກັນຍາ 2024, ກົມການຄ້າຕ່າງປະເທດ (ກົມ ຄຕ), ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ຮ່ວມມືກັບ ອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດ ໄດ້ສືບຕໍ່ຈັດກອງປະຊຸມຝຶກອົບຮົມ ກ່ຽວກັບການນຳໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ໃຫ້ແກ່ 5 ແຂວງພາກໃຕ້ ກໍ່ຄື: ແຂວງສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື. ໂດຍການເປັນປະທານຮ່ວມຂອງ ທ່ານ ພຸດສະຫວັນ ຂຸນຈັນທະ, ຮອງຫົວໜ້າກົມການຄ້າຕ່າງປະເທດ, ພ້ອມດ້ວຍ ທ່ານ ປອ ບຸນຍະເດດ ທອງສະຫວັນ, ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ, ແລະ ທ່ານ ນາງ ພັນມະນີ ຄຳພີລະວົງ, ຫົວໜ້າໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດ ພ້ອມດ້ວຍນັກສໍາມະນາກອນທີ່ມາຈາກພາກລັດ ແລະ ບັນດາບໍລິສັດ ຫຼາຍກວ່າ 80 ທ່ານ.

     ລະບົບອອກໃບຍັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ (e-CO) ສະບັບປັບປຸງ ທີ່ໄດ້ເປີດຕົວຢ່າງເປັນທາງການໃນວັນທີ 31 ກໍລະກົດ 2024 ທີ່ຜ່ານມາ ເພື່ອອໍານວຍຄວາມສະດວກໃນການສົ່ງອອກ ແລະ ຮັບປະກັນໃຫ້ຜູ້ປະກອບການສົ່ງອອກ ສາມາດນໍາໃຊ້ສິດທິພິເສດຈາກສັນຍາທາງການຄ້າໄດ້ຢ່າງເຕັມທີ່. ຫຼັງຈາກນັ້ນ, ກົມ ຄຕ ໄດ້ຮ່ວມມືກັບ USAID ຈັດຝຶກອົບຮົມໃຫ້ຫຼາຍແຂວງ ເຊັ່ນ: ນະຄອນຫລວງ, ແຂວງວຽງຈັນ, ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ໃນຕົ້ນເດືອນກັນຍາຜ່ານມານີ້.

     ທ່ານ ພຸດສະຫວັນ ຂຸນຈັນທະ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຝຶກອົບຮົມໃນຄັ້ງນີ້ວ່າ “ການຝຶກອົບຮົມ ຈະຮັບປະກັນວ່າ ບັນດາຫົວໜ່ວຍທຸລະກິດຈະໄດ້ຮັບປະໂຫຍດຢ່າງເຕັມທີ່ຈາກລະບົບອອນລາຍນີ້, ໃນຂະນະທີ່ເຈົ້າໜ້າທີ່ອອກໃບຢັ້ງຢືນ e-CO ກໍ່ມີຄວາມຊໍານິຊໍານານໃນການອະນຸຍາດໃຫ້ມີຄວາມສະດວກ ແລະ ວ່ອງໄວຂື້ນ”.

     ໃນຄະນະທີ, ທ່ານ ປອ ບຸນຍະເດດ ທອງສະຫວັນ ໄດ້ກ່າວຂອບໃຈ ກົມ ຄຕ ແລະ USAID ສຳລັບການຈັດກອງປະຊຸມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ຄວາມເຂົ້າໃຈໃນການຫັນເປັນທັນສະໄໝ ແລະ ມີການຈັດຕັ້ງປະຕິບັດທີ່ເປັນເອກະພາບກັນທັງພາກລັດ ແລະ ຫົວໜ່ວຍທຸລະກິດ ເພື່ອຄວາມສະດວກ, ວ່ອງໄວ ແລະ ແກ້ໄຂຊ່ອງຫວ່າງ ເວລາອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ.  

     ພ້ອມດຽວກັນນັ້ນ, ທ່ານ ນາງ ພັນມະນີ ຄຳພີລະວົງ ໄດ້ສະແດງຄວາມຍິນດີນໍາ ກົມ ຄຕ ສຳລັບຄວາມເປັນຜູ້ນຳ ໃນການສ້າງຄວາມອາດສາມາດໃຫ້ແກ່ການແຂ່ງຂັນຂອງພາກທຸລະກິດຜ່ານການອຳນວຍຄວາມສະດວກໃຫ້ແກ່ ຜູ້ປະກອບການສົ່ງອອກໂດຍນຳໃຊ້ລະບົບ e-CO ແລະ ກ່າວຍ້ອງຍໍຊົມເຊີຍໃນຄວາມພະຍາຍາມຮ່ວມກັນ ລະຫວ່າງ ກົມ ຄຕ ແລະ USAID ໃນການສົ່ງເສີມສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການເຕີບໂຕຂອງພາກທຸລະກິດໃຫ້ຫຼາຍຂຶ້ນ.

     ການຝຶກອົບຮົມນີ້ແມ່ນຖືໄດ້ວ່າເປັນສ່ວນໜຶ່ງຂອງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ ກະຊວງ ອຄ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບ e-CO ເຊິ່ງອຳນວຍຄວາມ ສະດວກໃນການຍື່ນຂໍ ແລະ ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທີ່ມີສິດທິພິເສດ, ຊ່ວຍໃຫ້ບັນດາວິສາຫະກິດສາມາດຮຽກຮ້ອງສິດທິພິເສດທາງການຄ້າ ລະຫວ່າງປະເທດ. ການປັບປຸງ ແລະ ເພີມເຕີມອົງປະກອບໃສ່ລະບົບປະກອບມີ ການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກທີ່ໄວຂຶ້ນ ແລະ ການອອກໃບຢັ້ງຢືນພາຍໃຕ້ ຂໍ້ຕົກລົງທາງການຄ້າໃໝ່, ການໃຊ້ງານທີ່ໄດ້ຮັບການປັບປຸງຂຶ້ນ ແລະ ການຈັດປະເພດສິນຄ້າທີ່ຖືກຕ້ອງ ໂດຍໃຊ້ລະຫັດ HS ເພື່ອເຮັດໃຫ້ການດໍາເນີນທຸລະກິດດ້ານການຄ້າໃຫ້ໄວຂຶ້ນ. ນອກຈາກນີ້, ກົມ ຄຕ ໄດ້ມີແຜນການຈະສືບຕໍ່ຈັດຝຶກອົບຮົມວຽກງານດັ່ງໃຫ້ບັນດາແຂວງພາກເໜືອໃນເວລາອັນໃກ້ນີ້.

     ສໍາລັບພາກສ່ວນຜູ້ປະກອບການໃດທີ່ສົນໃຈໃນການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ  ແລະ ການຄ້າ  ເບີໂທ: 021 450 255 ຫຼື ສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌ https://ecolao.gov.la/

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.