ສປປ ລາວ ເປັນເຈົ້່າພາບ ໄຂກອງປະຊຸມ ສະພາເຂດການຄ້າເສລີອາຊຽນ ຄັ້ງທີ 38 ຢ່າງເປັນທາງການ

     ໃນວັນທີ 16 ກັນຍາ 2024 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ, ສປປ ລາວ ໃນນາມເປັນເຈົ້າພາບຈັດກອງປະຊຸມອາຊຽນ ໄດ້ໄຂກອງປະຊຸມ ສະພາເຂດການຄ້າເສລີອາຊຽນ ຄັ້ງທີ 38 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ (ASEAN Economic Ministers - AEM). ໃຫ້ກຽດເຂົ້າຮ່ວມໂດຍ ສປປ ລາວ ມີທ່ານລັດຖະມົນຕີສະພາເຂດການຄ້າເສລີອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ, ທ່ານລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕິມໍເລດສເຕ ແລະ ບັນດາທ່ານຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ.

     ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ນັບແຕ່ອາຊຽນໄດ້ສ້າງຕັ້ງເຂດການຄ້າເສລີອາຊຽນ ໃນປີ 1992 ເປັນຕົ້ນມາ ພາກພື້ນອາຊຽນ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະ ການຫຼຸດຜ່ອນ ແລະ ລົບລ້າງອັດຕາພາສີ ການສ້າງຄວາມສະດວກທາງດ້ານການຄ້າ ແລະ ການຫັນເປັນທັນສະໄໝດ້ານການເຊື່ອມໂຍງລະບົບແຈ້ງພາສີ ແລະ ອື່ນໆ. ປະຈຸບັນນີ້, ອາຊຽນ ໄດ້ລົບລ້າງອັດຕາພາສີເກືອບໝົດທຸກລາຍການສິນຄ້າ ກວມເອົາ 98.6% ຂອງລາຍການອັດຕາພາສີທັງໝົດ ແລະ ສືບຕໍ່ພັດທະນາລະບົບແຈ້ງພາສີ ປະຕູດຽວອາຊຽນຢ່າງຕໍ່ເນື່ອງ. ເຊິ່ງເປັນການຫຼຸດຜ່ອນຕົ້ນທຶນການຄ້າ ແລະ ອໍານວຍຄວາມສະດວກແກ່ພາກທຸລະກິດ ໃນພາກພື້ນຂອງພວກເຮົາ. ບັນດາຜົນສໍາເລັັດດັ່ງກ່າວ ໄດ້ຊຸກຍູ້ການຄ້າພາຍໃນອາຊຽນ ໃຫ້ມີການຂະຫຍາຍຕົວ ໂດຍການສະແດງອອກ ໃນປີ 2023 ມູນຄ່າການຄ້າພາຍໃນອາຊຽນ ສາມາດບັນລຸໄດ້ 759 ຕື້ ໂດລາສະຫະລັດ ກວມເອົາ 21.5 % ຂອງມູນຄ່າການຄ້າທັງໝົດຂອງອາຊຽນ.

     ທ່ານຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມຄືບໜ້າຂອງການເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ຫວັງຢ່າງຍິ່ງວ່າ ການເຈລະຈາຍົກລະດັບສັນຍາດັ່ງກ່າວ ຈະສາມາດສຳເລັດໃນປີ 2025 ຕາມທີ່ໄດ້ກໍານົດໄວ້ ເພື່ອສືບຕໍ່ເພີ່ມທະວີການເຊື່ອມໂຍງການຄ້າດ້ານສິນຄ້າໃນພາກພື້ນອາຊຽນ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງຕື່ມອີກ.

   ຍ້ອນຄວາມເອົາໃຈໃສ່ ແລະ ຄວາມເປັນເຈົ້າການຂອງ ຄະນະເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແລະ ບັນດາ ໜ່ວຍງານທີ່ກ່ຽວຂ້ອງ ທີ່ໄດ້ຈັດຕັ້ງປະຕິບັດບັນດາຄຳໝັ້ນສັນຍາ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ແຜນງານອາຊຽນ ເພື່ອຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ ປີ 2025 ໃນປີຜ່ານມາ ໄດ້ບັນລຸຕາມເປົ້າໝາຍຫຼາຍດ້ານ ໂດຍສະເພາະພວກເຮົາສາມາດແກ້ໄຂ ບັນດາຂໍ້ຄົງຄ້າງທີ່ເກີດຈາກການຈັດຕັ້ງປະຕິບັດສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ການນໍາໃຊ້ການແລກປ່ຽນບັນດາເອກະສານການຄ້າແບບເອເລັກໂຕຼນິກ ຜ່ານລະບົບບໍລິການແຈ້ງພາສີປະຕູດຽວອາຊຽນ.

    ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ປຶກສາຫາລື ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງ ຄະນະເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ບົດລາຍງານຄະນະເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ຖະແຫຼງການຮ່ວມຂອງກອງປະຊຸມສະພາເຂດການຄ້າເສລີອາຊຽນ ຄັ້ງທີ 38 ເພື່ອຮັບປະກັນຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ຮຽກຮ້ອງມາຍັງ ບັນດາທ່ານລັດຖະມົນຕີ ໃຫ້ການສະໜັບສະໜູນ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອແກ້ໄຂບັນຫາຮ່ວມກັນ ແລະ ມີທິດຊີ້ນໍາທີ່ຊັດເຈນຕໍ່ບັນຫາດັ່ງກ່າວ ແນໃສ່ສ້າງສະພາບແວດລ້ອມທີ່ເອື້ອອໍານວຍແກ່ການສົ່ງເສີມການຄ້າໃນພາກພື້ນຂອງພວກເຮົາ ໃຫ້ນັບມື້ນັບເພີ່ມຂຶ້ນ.

 

ແຫຼ່ງຂໍ້ມູນຂ່າວສານ: ກະຊວງ ອຸດສາຫະກໍາ ແລະ ການຄ້າ: https://www.moic.gov.la/?p=13625

ພາບ: ໄພວັນ ໂຄດວັນທາ

ຂ່າວ: ເພັດປະກາຍ ສີສົມບູນ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.