ສປປ ລາວ ເປັນປະເທດບູລິມາສິດຄູ່ຄ້າຂອງ ນັກລົງທຶນອົດສະຕຣາລີ

 

     ລັດຖະບານອົດສະຕຣາລີ ກຽມພ້ອມທີ່ຈະຊຸກຍູ້ການເຊື່ອມຕໍ່ການຄ້າ ແລະ ການລົງທຶນກັບພາກພື້ນອາຊຽນ ໂດຍໃຫ້ບູລິມະສິດພິເສດແກ່ການສົ່ງເສີມການຄ້າ ແລະ ການລົງທຶນໃນ ສປປ ລາວ ພາຍໃຕ້ຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ຮອດປີ 2040. ເຊິ່ງ 1 ໃນບັນດາບໍລິສັດອົດສະຕາລີທີ່ໄດ້ລົງທຶນຢູ່ລາວທີ່ລັດຖະບານອົດສຕຣາລີໃຫ້ການສະໜັບສະໜູນ ກໍ່ຄື ບໍລິສັດລິນຟອກສ (Linfox).

     ລັດຖະບານອົດສຕາລີໄດ້ມີຄວາມພະຍາຍາມໃນການ ຊຸກຍູ້ສົ່ງເສີມສ້າງຜົນປະໂຫຍດອັນສູງສຸດ ພາຍໃຕ້ກອບສັນຍາການຄ້າເສລີ ອາຊຽນ - ອົດສະຕາລີ - ນິວຊີແລນ. ເນື່ອງໃນໂອກາດອັນດີທີ່ ທ່ານ ທີມ ແອ, ຮອງລັດຖະມົນຕີກະຊວງການຄ້າອົດສະຕຣາລີ ໄດ້ມາຮ່ວມກອງປະຊຸມເສດຖະກິດອາຊຽນ ຄັ້ງທີ 56 ທີ່ນະຄອນຫຼວງວຽງຈັນ  ທີ່ ສ ປປ ລາວ ເປັນເຈົ້າພາບນັ້ນ, ໂດຍທ່ານ ທິມ ພ້ອມຄະນະໄດ້ລົງໄປຢ້ຽມຢາມ ບໍລິສັດລິນຟອກສ (https://www.linfox.com/about-linfox/locations/laos/) ທີ່ເປັນບໍລິສັດ ບໍລິການດ້ານ ໂລຊິສຕິກ ເເລະ ການສະໜອງ ຊັ້ນນໍາໃນພາກພື້ນ. ລັດຖະບານອົດສຕຣາລີ ໄດ້ຊຸກຍູ້ສະໜັບສະໜູນ ການລົງທຶນເພີມເຕີມ ຫຼາຍກວ່າ 10 ລ້ານໂດລາສະຫະລັດ ໃນລະບົບໂລຈິດສຕິກ ແລະ ການຂົນສົ່ງ ຢູ່ລາວ ເພື່ອຊ່ວຍສ້າງວຽກເຮັດງານທຳທີ່ດີ ໃຫ້ແກ່ຄົນຂັບລົດຢູ່ລາວ ໂດຍຕ້ອງໄດ້ຜ່ານການຝຶກແອບ ແລະ ປະຕິບັດຕົວຈີງ ເພື່ອຮັບປະກັນຄວາມຊໍານິຊໍານານໃນການຂັບລົດໃຫ້ມີຄຸນນະພາບ ແລະ ປອດໄພທີ່ສຸດ.  

     ບໍລິສັດລິນຟອກສ ຍັງຊ່ວຍສົ່ງເສີມຜະດັນໃຫ້ລະບົບ ໂລຈິດສະຕິ ແລະ ຂົນສົ່ງ ໃຫ້ມີປະສິດທິພາບຫຼາຍຂຶ້ນໃນການປັບປຸງການຜະລິດເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຂອງປະເທດລາວ. ບໍລິສັດລິນຟອກສ ໄດ້ລົງທຶນໃນອາຊີ ເປັນເວລາ 30 ປີ ແລະ ໃນລາວ ຢ່າງໜ້ອຍ 10 ປີ. ເນື່ອງຈາກວ່າ ສປປ ລາວ ເປັນປະເທດທີ່ໄດ້ຖືກເອີ້ນວ່າປະເທດເຊື່ອມຈອດເຊື່ອມໂຍງ, ຊຶ່ງ ລີນຟອກສ ມີຄວາມມຸ້ງໝັ້ນຢາກຊ່ວຍໃຫ້ລັດຖະບານລາວບັນລຸແຜນຍຸດທະສາດການເຊື່ອມຈອດເຊື່ອມໂຍງ ໂດຍມີການສົ່ງເສີມສ້າງໂອກາດໃຫ້ນັກທຸລະກິດລາວໄດ້ເຂົ້າຮ່ວມກັບສະພາທຸລະກິດ ອົດສະຕຣາລີ ໃນການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຄວາມຕ້ອງການຂອງນັກລົງທຶນອົດສະຕຣາລີອີກດ້ວຍ.

     ກຸ່ມບໍລິສັດ ລີນຟອກສ ສາກົນ ຖືໄດ້ວ່າເປັນອີກ ບໍລິສັດຕ່າງຊາດທີ່ໄດ້ລົງທຶນຢູ່ລາວຫຼາຍພໍສົມຄວນ ໂດຍໄດ້ປະຕິບັດຕາມຄໍາໝັ້ນສັນຍາຂອງ ລັດຖະບານອົດສຕຣາລີ ໃນການຂະຫຍາຍທຸລະກິດ ເພື່ອສ້າງຄວາມເປັນເລີດດ້ານການດຳເນີນງານໃນພາກພື້ນ. ມາເຖິງປະຈຸບັນ ລັດຖະບານອົດສຕຣາລີ ໄດ້ໃຫ້ການສະໜັບສະໜູນການລົງທືນຕື່ມອີກໃນມູນຄ່າສູງກ່ວາ 10 ລ້ານໂດລາສະຫະລັດ ເຂົ້າໃນການປັບປຸງລະບົບການຂົນສົ່ງ ແລະ ການຍົກຍ້າຍສິນຄ້າຂອງລົດຍົກ ໃຫ້ມີຄວາມທັນສະໄໝ ແລະ ສະດວກວ່ອງໄວ, ໂດຍສະເພາະ ໃຫ້ສາມາດຮັບມືກັບສະພາບເສັ້ນທາງທີ່ທ້າທາຍຢູ່ລາວ ເພື່ອຮັບປະກັນໃຫ້ສາມາດສະໜອງການຂົນສົ່ງທີ່ປອດໄພ, ມີປະສິດທິພາບ ແລະ ມີຄວາມໃວ້ວ່າງໃຈຈາກລູກຄ້າທີ່ສຸດ.

     ອີງຕາມຂໍ້ມູນອ້າງອີງຈາກ ເວັບໄຊທ໌ DFAT, ໄດ້ໃຫ້ຮູ້ວ່າ ໃນລະຫວ່າງປີ 2022-2023 ການຄ້າສອງດ້ານ ແລະ ການບໍລິການມີມູນຄ່າ 594 ລ້ານໂດລາສະຫະລັດ. ໃນຄະນະທີ, ອົດສະຕຣາລີ ສົ່ງອອກສິນຄ້າ 39 ລ້ານໂດລາສະຫະລັດ ແລະ ການບໍລິການ 63 ລ້ານໂດລາສະຫະລັດ ໃຫ້ແກ່ລາວ. ພ້ອມດຽວກັນນັ້ນ, ການນໍາເຂົ້າຈາກລາວ ມີມູນຄ່າ 492 ລ້ານໂດລາສະຫະລັດ. ໃນນັ້ນ, ສິນຄ້ານໍາເຂົ້າຕົ້ນຕໍປະກອບມີ: ຄໍາ, ອຸປະກອນ ແລະ ຊີ້ນສ່ວນ ໂທລະຄົມ, ເກີບ, ໄມ້ວາຍນີວ, ແລະ ໄມ້ອັດ.

 

ແຫຼ່ງຂໍ້ມູນ: ໜັງສືພີມວຽງຈັນທາມສ  ວັນທີ 24 ກັນຍາ 2024

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.