ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງອຸດສາຫະກຳ ແລະ ການຄ້າ

ຫ້ອງການ

ເລກທີ 2666/ຫອຄ

ນະຄອນຫຼວງວຽງຈັນ, ວັນທີ 09 ຕຸລາ 2024

 

ແຈ້ງການ

 

          ເຖິງ:  - ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ.

                 - ບັນດາບໍລິສັດ ນຳເຂົ້າ ແລະ ສົ່ງອອກ, ຜູ້ຂາຍຍົກ-ຂາຍຍ່ອຍ ແລະ ຜູ້ຜະລິດພາຍໃນ ໃນຂອບເຂດທົ່ວປະເທດ.

         ເລື່ອງ:  ໂຈະການນຳເຂົ້າ ແລະ ຈຳໜ່າຍ ຜະລິດຕະພັນອາຫານ ທີ່ບໍ່ໄດ້ຂຶ້ນທະບຽນ ແລະ ພິມເລກທະບຽນ    ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ.

 

 

 

  • ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 2072/ອຄ, ລົງວັນທີ 15 ພະຈິກ 2023;
  • ອີງຕາມ ຄຳສັ່ງວ່າດ້ວຍ ການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນ ຂອງ ເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ 13/ນຍ, ລົງວັນທີ 29 ສິງຫາ 2023;
  • ອີງຕາມ ແຈ້ງການຫ້ອງວ່າການສູນກາງພັກ ພັກປະຊາຊົນປະຕິວັດລາວ ກ່ຽວກັບທິດຊີ້ນຳກ່ຽວກັບວຽກງານຈຸດສຸມໃນການຄຸ້ມຄອງລາຄາສິນຄ້າ ແລະ ການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 383/ຫສພ, ລົງວັນທີ 13 ສິງຫາ 2024;
  • ອີງຕາມ ການເຫັນດີເປັນເອກະພາບຂອງ ກົມອາຫານ ແລະ ຢາ, ກະຊວງ ສາທາລະນະສຸກ.

 

ເພື່ອປະຕິບັດໃຫ້ຄວາມສອດຄ່ອງກັບກົດໝາຍວ່າດ້ວຍອາຫານ ແລະ ນິຕິກໍາທີ່ກ່ຽວຂ້ອງຂອງກະຊວງສາທາລະນະສຸກ ຮັບປະກັນຄວາມປອດໄພຂອງຜູ້ບໍລິໂພກ.

ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ:

 

  1. ໂຈະການນຳເຂົ້າ ແລະ ຈຳໜ່າຍ ຜະລິດຕະພັນອາຫານ ເປັນຕົ້ນ ຜະລິດຕະພັນນໍ້າດື່ມໃນພາຊະນະບັນຈຸປິດ,  ເຄື່ອງດື່ມຊູກຳລັງ, ເຄື່ອງດື່ມປະສົມວິຕາມິນຕ່າງໆ, ອາຫານເສີມ ແລະ ປາແດກປຸງສຸກສຳເລັດຮູບ ທີ່ບໍ່ແຈ້ງຂຶ້ນທະບຽນ ນໍາກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ບໍ່ໄດ້ພິມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ ນັບແຕ່ວັນທີ 1 ມັງກອນ 2025 ເປັນຕົ້ນໄປ ຈົນກວ່າຈະມີການປ່ຽນແທນແຈ້ງການສະບັບນີ້;
  2. ການພິມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ ຕ້ອງດຳເນີນມາແຕ່ຕົ້ນທາງ (ຈາກໂຮງງານ) ແລະ ໃຫ້ເລີ່ມປະຕິບັດແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ໃນໄລຍະຂ້າມຜ່ານການຈັດຕັ້ງປະຕິບັດ ບໍລິສັດນຳເຂົ້າ ແລະ ສົ່ງອອກ, ຜູ້ຂາຍຍົກ-ຂາຍຍ່ອຍ ແລະ ຜູ້ຜະລິດພາຍໃນ ສາມາດພິມເປັນສະຕິກເກີ້ ຕິດໃສ່ຜະລິດຕະພັນໄດ້.
  3. ມອບໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເປັນເຈົ້າການສົມທົບ ພະແນກສາທາລະນະສຸກ, ພະແນກການເງິນ ແລະ ບັນດາດ່ານນຳເຂົ້າ ເຂັ້ມງວດໃນການຕິດຕາມ ກວດກາ ແລະ ຫ້າມບໍ່ໃຫ້ມີການນຳເຂົ້າ ແລະ ຈຳໜ່າຍໃນທຸກຮູບແບບ ຫາກບໍ່ໄດ້ແຈ້ງຂຶ້ນທະບຽນ ແລະ ພິມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ.
  4. ໃຫ້ບັນດາ ບໍລິສັດນຳເຂົ້າ, ຮ້ານຂາຍຍົກ-ຂາຍຍ່ອຍ ແລະ ຜູ້ຜະລິດພາຍໃນ ຮີບຮ້ອນພົວພັນກັບກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ເພື່ອຂຶ້ນທະບຽນຜະລິດຕະພັນ ແລະ ພິມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍອາຫານ ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013 ໃຫ້ສໍາເລັດກ່ອນວັນທີ 31 ທັນວາ 2024.
  5. ບໍລິສັດນຳເຂົ້າ, ຮ້ານຂາຍຍົກ-ຂາຍຍ່ອຍ ແລະ ຜູ້ຜະລິດພາຍໃນ ທີ່ລະເມີດແຈ້ງການສະບັບນີ້ ຈະຖືກປະຕິບັດມາດຕະການປັບໄໝ, ຍຶດສິນຄ້າ ລວມໄປເຖິງການໂຈະ ຫຼື ຍົກເລີກສິດ ໃນການເປັນຜູ້ນຳເຂົ້າ, ຂາຍຍົກ-ຂາຍຍ່ອຍ ແລະ ຜະລິດ.
  6. ມອບໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ສະຫຼຸບລາຍງານ ການຈັດຕັ້ງປະຕິບັດມາຍັງ ກົມການແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຊ້າສຸດບໍ່ໃຫ້ກາຍອາທິດທີ 3 ຂອງແຕ່ລະເດືອນ.
  7. ແຈ້ງການສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

 

ຫົວໜ້າຫ້ອງການ

ປອ. ບົວວັນ ວິລະວົງ

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ໂຈະການນໍາເຂົ້າ ແລະ ຈໍາໜ່າຍ ຜະລິດຕະພັນອາຫານ ທີ່ບໍ່ໄດ້ຂື້ນທະບຽນ ແລະ ພີມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ, ເລກທີ 2666/ຫອຄ, ລົງວັນທີ 09 ຕຸລາ 2024. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.