ປຶກສາຫາລືບັນຫາທີ່ຕິດພັນກ່ຽວກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ

ຕອນເຊົ້າຂອງວັນທີ 16 ຕຸລາ 2024, ທີ່ ໂຮງແຮມ Double Tree by Hilton, ນະຄອນຫຼວງວຽງຈັນ, ກົມການຄ້າຕ່າງປະເທດ (ກົມ ຄຕ), ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນ ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ  ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດ “ກອງປະຊຸມປຶກສາຫາລື ກ່ຽວກັບການແກ້ໄຂບັນຫາຂອງພາກທຸລະກິດ ທີ່ຕິດພັນກັບການຄ້າ ແລະ ການຂົນສົ່ງ” ໂດຍການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າ ກຄອຄຂ.ສ, ຜູ້ຊີ້ນໍາໜ່ວຍງານອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ (ອນຄ.ສ), ຊຶ່ງມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດ ທັງແບບເຊິ່ງໜ້າ ແລະ ທາງໄກ ຫຼາຍກວ່າ 50 ທ່ານ.

ທ່ານ ຮອງລັດຖະມົນຕີ ໄດ້ກ່າວວ່າ: ການແກ້ໄຂບັນຫາ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ມີບົດບາດສໍາຄັນ ແລະ ຈໍາເປັນຕໍ່ກັບຕໍ່ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນ ການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຂອງປະເທດ ລວມທັງການຫຼຸດຜ່ອນຂັ້ນຂອດ, ເວລາ ແລະ ຕົ້ນທຶນທາງດ້ານການຄ້າ ແລະ ການຂົນສົ່ງໃນການດໍາເນີນທຸລະກິດ ລ້ວນແລ້ວແຕ່ເປັນສິ່ງທີ່ຈໍາເປັນ ທີ່ຕ້ອງໄດ້ຮັບການແກ້ໄຂ ເພື່ອເພີ່ມຄວາມອາດສາມາດໃນການແຂ່ງຂັນຂອງ ສປປ ລາວ ແນ່ໃສ່ເຮັດໃຫ້ການແກ້ໄຂບັນຫາທາງດ້ານທຸລະກິດຕ່າງໆ ທັນກັບສະພາບການ, ມີຄວາມສະດວກ ແລະ ຄ່ອງຕົວຂຶ້ນກວ່າເກົ່າ.

ກອງປະຊຸມໄດ້ສຸມໃສ່ປຶກສາຫາລື, ປະກອບຄໍາເຫັນ ແລະ ຊອກຫາແນວທາງແກ້ໄຂ 6 ບັນຫາ ຄື:  (1) ການສະເໜີຂະຫຍາຍເວລາບໍລິການຢູ່ດ່ານ; (2) ການກໍານົດນໍ້າໜັກລົດຂົນສົ່ງ; (3)ໂຄງສ້າງລາຄານໍ້າມັນ ແລະ ການຢອດສານມາເກີ້ (4) ການໃຫ້ສິດທິພິເສດໃນການແລກປ່ຽນເງິນຕາ; (5) ການເກັບຄ່າບໍລິການຢູ່ທ່າບົກວັງເຕົ່າສູງ ແລະ (6) ການເກັບຄ່າບໍລິການທ່າບົກເປັນສະກຸນເງິນຕາ. ຊຶ່ງໃນຕອນທ້າຍ ກອງປະຊຸມໄດ້ເຫັນດີເປັນເອກະພາບຕໍ່ກັບການລາຍງານບັນຫາ ແລະ ຂໍ້ສະເໜີວິທີການແກ້ໄຂ ທີ່ໄດ້ປຶກສາຫາລື ພ້ອມທັງມອບໃຫ້ກອງເລຂາເຮັດເປັນບົດບັນທຶກກອງປະຊຸມ ແລະ ເຮັດບົດລາຍງານຫາທ່ານຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ເພື່ອຊາບ ແລະ ໃຫ້ທິດຊີ້ນຳ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.