ສາລະບານ

ໝວດທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ຂອບເຂດການນໍາໃຊ້
ມາດຕາ 3. ຄວາມໝາຍຂອງຄໍາສັບ

ໝວດທີ II - ການກວດກາ

ມາດຕາ 4. ການວິເຄາະ ແລະ ການປະເມີນຄວາມສ່ຽງ
ມາດຕາ 5. ການຈັດປະເພດຄວາມສ່ຽງຂອງອາຫານ
ມາດຕາ 6. ປະເພດ ແລະ ຄວາມຖີ່ຂອງການກວດກາ
ມາດຕາ 7. ແຜນການເກັບຕົວຢ່າງ ແລະ ວິທີການວິເຄາະ
ມາດຕາ 8. ມາດຕະການສຸກເສີນ
ມາດຕາ 9. ການກວດກາອາຫານທີ່ຂາຍແຄມທາງ
ມາດຕາ 10. ເປົ້າໝາຍຂອງການກວດກາ

ໝວດທີ III - ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ກວດກາອາຫານ

ມາດຕາ 11. ການແຕ່ງຕັ້ງເຈົ້າໜ້າທີ່ກວດກາອາຫານ
ມາດຕາ 12. ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ກວດກາອາຫານ
ມາດຕາ 13. ລາຍງານການກວດກາ, ແຈ້ງການເປັນລາຍລັກອັກສອນ ແລະ ໃບຮັບ
ມາດຕາ 14. ການຝຶກອົບຮົມເຈົ້າໜ້າທີ່ກວດກາອາຫານ
ມາດຕາ 15. ຫ້ອງທົດລອງທີ່ເປັນທາງການ
ມາດຕາ 16. ການຮ່ວມມືກັບຂະແໜງການອື່ນທີ່ກ່ຽວຂ້ອງ
ມາດຕາ 17. ການຮຽກເກັບຄືນຜະລິດຕະພັນ

ໝວດທີ IV - ການກວດກາທຸລະກິດອາຫານ

ມາດຕາ 18. ປະເພດການກວດກາ
ມາດຕາ 19. ພັນທະ ແລະ ຄວາມຮັບຜິດຊອບຂອງຜູ້ປະກອບການທຸລະກິດອາຫານ ໃນເວລາດໍາເນີນການກວດກາ
ມາດຕາ 20. ອາຫານ ຫຼື ທຸລະກິດອາຫານທີ່ສອດຄ່ອງກັບ ລະບຽບກົດໝາຍວ່າດ້ວຍອາຫານ ພາຍຫຼັງການກວດກາ
ມາດຕາ 21. ອາຫານທີ່ບໍ່ເໝາະສົມສໍາລັບການບໍລິໂພກ
ມາດຕາ 22. ການນໍາໃຊ້ສະຖານທີ່ນອກຂອບເຂດການອະນຸຍາດ

ໝວດທີ V - ການກວດກາອາຫານນໍາເຂົ້າ

ມາດຕາ 23. ການປະເມີນຄວາມສ່ຽງສໍາລັບອາຫານນໍາເຂົ້າ
ມາດຕາ 24. ຂັ້ນຕອນການກວດກາ ແລະ ການກໍານົດສໍາລັບອາຫານນໍາເຂົ້າ
ມາດຕາ 25. ຄວາມທຽບເທົ່າ
ມາດຕາ 26. ຄ່າໃຊ້ຈ່າຍກ່ຽວກັບການກວດກາ-ທົດສອບອາຫານນໍາເຂົ້າ ຫຼື ຄວາມສອດຄ່ອງຕາມແຈ້ງການ

ໝວດທີ VI - ການກວດກາອາຫານສໍາລັບສົ່ງອອກ

ມາດຕາ 27. ການອອກເອກະສານຢັ້ງຢືນ ເພື່ອການສົ່ງອອກ

ໝວດທີ VII - ບົດບັນຍັດອື່ນ

ມາດຕາ 28. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 29. ການທົດແທນ
ມາດຕາ 30. ການກວດສອບ
ມາດຕາ 31. ຄ່າທໍານຽມ
ມາດຕາ 32. ການລົງໂທດທາງບໍລິຫານ
ມາດຕາ 33. ການກະທໍາຜິດທາງອາຍາ
ມາດຕາ 34. ການກະທໍາຜິດໂດຍເຈົ້າໜ້າທີ່ກວດກາ
ມາດຕາ 35. ການຮ້ອງຮຽນ

ໝວດທີ VIII - ບົດບັນຍັດສຸດທ້າຍ

ມາດຕາ 36. ການຈັດຕັ້ງປະຕິບັດ
ມາດຕາ 37. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງສາທາລະນະສຸກ    ເລກທີ 297/ກຊສ
ນະຄອນຫຼວງວຽງຈັນ, ວັນທີ 24 ກຸມພາ 2012

ຂໍ້ຕົກລົງ
ວ່າດ້ວຍການກວດກາອາຫານ

  • ອີງຕາມ ກົດໝາຍວ່າດ້ວຍອາຫານ ສະບັບເລກທີ 04/ສພຊ, ລົງວັນທີ 15 ພຶດສະພາ 2004;
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ເລກທີ 114/ນຍ, ລົງວັນທີ 04 ກໍລະກົດ 2008 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກ;
  • ອີງຕາມ ການສະເໜີຂອງກົມອາຫານ ແລະ ຢາ, ສະບັບເລກທີ 894/ກອຢ ລົງວັນທີ 10/2/2012.

ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ອອກຂໍ້ຕົກລົງ:

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ຂໍ້ຕົກລົງສະບັບນີ້ວາງອອກ ເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການກວດກາອາຫານ ແລະ ທຸລະກິດອາຫານໃນ ສປປ ລາວ ແນໃສ່ປົກປ້ອງຜູ້ບໍລິໂພກ ຈາກອາຫານທີ່ບໍ່ປອດໄພ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການຄ້າຜະລິດຕະພັນອາຫານ. ຂ້າງເທິງ

ມາດຕາ 2. ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນໍາໃຊ້ໃນການກວດກາອາຫານ ແລະ ທຸລະກິດອາຫານທີ່ດໍາເນີນໃນ ສປປ ລາວ, ລວມທັງການກວດວິເຄາະສານເຄມີ ຫຼື ຢາຕົກຄ້າງໃນອາຫານ. ຂໍ້ຕົກລົງສະບັບນີ້ ບໍ່ກວມເອົາການກວດກາ ການຜະລິດກະສິກໍາເບື້ອງຕົ້ນເຊັ່ນ: ໂຮງຂ້າສັດ ຫຼື ການລ້ຽງສັດ ເພື່ອເປັນອາຫານ ຫຼື ການນໍາເຂົ້າຊີ້ນ ແລະ ປາທີ່ຄຸ້ມຄອງໂດຍຂະແໜງການອື່ນ. ຂ້າງເທິງ

ມາດຕາ 3. ຄວາມໝາຍຂອງຄໍາສັບ

ຄໍາສັບຕ່າງໆທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງລຸ່ມນີ້:

  1. ການກວດກາ ໝາຍເຖິງ ການກວດສອບອາຫານ, ວັດຖຸດິບປຸງແຕ່ງອາຫານ, ທຸລະກິດອາຫານ, ສະຖານທີ່ ຫຼື ລະບົບຄວບຄຸມອາຫານ, ລວມທັງການທົດສອບຜະລິດຕະພັນສຸດທ້າຍ ແລະ ທີ່ກໍາລັງປຸງແຕ່ງ ເພື່ອຮັບປະກັນຄວາມສອດຄ່ອງ ກັບບັນດາມາດຕະຖານຄວາມປອດໄພ ແລະ ຄຸນນະພາບ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ;
  2. ເຈົ້າໜ້າທີ່ກວດກາ ໝາຍເຖິງ ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນທາງການໂດຍ ລັດຖະມົນຕີວ່າການກະຊວງ ສາທາລະນະສຸກ ແລະ ທີ່ມີຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດຕາມທີ່ໄດ້ກໍານົດໄວ້ ໃນຂໍ້ຕົກລົງສະບັບນີ້;
  3. ຄວາມທຽບເທົ່າ ໝາຍເຖິງ ຄວາມສາມາດໃນການບັນລຸຈຸດປະສົງດຽວກັນ ຂອງລະບົບກວດກາ ແລະ ການຢັ້ງຢືນທີ່ຕ່າງກັນ;
  4. ອາຫານ ໝາຍເຖິງ ສານໃດໜຶ່ງທີ່ມະນຸດບໍລິໂພກ ແລະ ດື່ມໃນຮູບແບບສົດ, ສຸກ, ດິບ ຫຼື ໄດ້ຜ່ານການປຸງແຕ່ງແລ້ວ, ຍົກເວັ້ນຢາ;
  5. ທຸລະກິດອາຫານ ໝາຍເຖິງ ກິດຈະການໃດໜຶ່ງທີ່ດໍາເນີນການຜະລິດ, ການປຸງແຕ່ງ, ການກະກຽມ, ການເກັບຮັກສາ, ການຫຸ້ມຫໍ່, ການໃສ່ສະຫຼາກ, ການຂາຍ, ການບໍລິການ, ການຂົນສົ່ງ, ການນໍາເຂົ້າ, ການສົ່ງອອກ, ການຈໍາໜ່າຍ ແລະ ການວາງສະແດງອາຫານ ລວມເຖິງການບໍລິຈາກ ແລະ ງານການກຸສົນກ່ຽວກັບອາຫານ, ແຕ່ບໍ່ລວມເອົາການຂາຍອາຫານແຄມທາງ;
  6. ຜູ້ດໍາເນີນທຸລະກິດອາຫານ ໝາຍເຖິງ ຜູ້ທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນທຸລະກິດອາຫານ ຕາມກົດໝາຍຂອງ ສປປ ລາວ;
  7. ຄວາມປອດໄພຂອງອາຫານ ໝາຍເຖິງ ການຮັບປະກັນວ່າ ອາຫານຈະບໍ່ກໍ່ໃຫ້ເກີດອັນຕະລາຍ ຕໍ່ຜູ້ບໍລິໂພກ ໃນຂະບວນການຜະລິດ, ການກະກຽມ ຫຼື ການບໍລິໂພກ ອີງຕາມຈຸດປະສົງນໍາໃຊ້ຂອງອາຫານດັ່ງກ່າວ;
  8. ລະບົບຄວາມປອດໄພຂອງອາຫານ ໝາຍເຖິງ ກົນໄກ ຫຼື ຂັ້ນຕອນທີ່ສາມາດກວດສອບໄດ້ ທີ່ນໍາໃຊ້ໃນທຸລະກິດອາຫານ ເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງເປັນລະບົບ ເພື່ອເຮັດໃຫ້ອາຫານສອດຄ່ອງກັບ ບັນດາຂໍ້ບັງຄັບທີ່ໄດ້ກໍານົດໄວ້ ພາຍໃຕ້ນິຕິກໍາວ່າດ້ວຍຄວາມປອດໄພຂອງອາຫານ ໃນ ສປປ ລາວ;
  9. ສິ່ງເຈືອປົນ ໝາຍເຖິງ ສິ່ງທີ່ເຮັດໃຫ້ອາຫານບໍ່ສະອາດ ຫຼື ບໍ່ປອດໄພ ເພື່ອເຮັດໃຫ້ຜູ້ບໍລິໂພກ ເຂົ້າໃຈຜິດ ຫຼື ໃຫ້ຄຸນຄ່າປອມ ຫຼື ເພື່ອປິດບັງຂໍ້ບົກຜ່ອງ ດ້ວຍການເພີ່ມສິ່ງເຈືອປົນພາຍນອກ ທີ່ຕໍ່າກວ່າມາດຕະຖານ ຫຼື ປອມແປງເຂົ້າໃນອາຫານ ຫຼື ໂດຍການບໍ່ເອົາໃສ່ ຫຼື ເອົາສ່ວນປະສົມທີ່ມີຄຸນຄ່າ ຫຼື ຈໍາເປັນໃນອາຫານອອກ;
  10. ສານປົນເປື້ອນ ໝາຍເຖິງ ສານໃດໜຶ່ງທີ່ຕື່ມໃສ່ອາຫານ ແບບບໍ່ໄດ້ເຈດຕະນາ ຊຶ່ງເປັນຜົນເນື່ອງຈາກການຜະລິດ, ການປະກອບ, ການປຸງແຕ່ງ, ການກະກຽມ, ການຮັກສາ, ການບັນຈຸ, ການຫຸ້ມຫໍ່, ການຂົນສົ່ງ ຫຼື ການຄອບຄອງອາຫານດັ່ງກ່າວ ຫຼື ຊຶ່ງເປັນຜົນ ເນື່ອງຈາກການປົນເປື້ອນຈາກສິ່ງແວດລ້ອມ;
  11. ສານຕົກຄ່້າງ ໝາຍເຖິງ ສານທີ່ຫຼົງເຫຼືອຈາກການນໍາໃຊ້ ໃນຂະບວນການຕ່າງໆເຊັ່ນ: ການໃຊ້ຢາປາບສັດຕູພືດ, ຢາປົວສັດ, ຢາຂ້າຫຍ້າ ແລະ ສານເຄມີທໍາຄວາມສະອາດຕ່າງໆ;
  12. ການຜະລິດ ໝາຍເຖິງ ຂະບວນການກະກຽມ, ການປຸງແຕ່ງ, ການເກັບຮັກສາ ແລະ ຂັ້ນຕອນອື່ນໆ ເພື່ອໃຫ້ກາຍເປັນຜະລິດຕະພັນ;
  13. ອາຫານປອມແປງຊື່ການຄ້າ ໝາຍເຖິງ ອາຫານທີ່ມີສະຫຼາກ, ຍີ່ຫໍ້, ຂໍ້ຄວາມ ຫຼື ການໂຄສະນາໃດໜຶ່ງທີ່ບໍ່ຖືກຕ້ອງ, ຫຼອກລວງ ຫຼື ພາໃຫ້ເຂົ້າໃຈຜິດກ່ຽວກັບຜະລິດຕະພັນ;
  14. ສະຖານທີ່ ໝາຍເຖິງ ອາຄານ, ເຕັ້ນ ຫຼື ໂຄງສ້າງອື່ນໆ, ແບບຖາວອນ ຫຼື ຊົ່ວຄາວ, ລວມທັງທີ່ດິນ ບ່ອນທີ່ສິ່ງດັ່ງກ່າວຕັ້ງຢູ່ ແລະ ທີ່ດິນຕິດກັນທີ່ໃຊ້ກ່ຽວກັບສິ່ງດັ່ງກ່າວ ແລະ ລວມທັງຖະໜົນ, ບ່ອນຫວ່າງ ຫຼື ສະຖານທີ່ພັກຜ່ອນສາທາລະນະ ຫຼື ພາຫະນະທີ່ໃຊ້ ສໍາລັບການດໍາເນີນທຸລະກິດອາຫານ;
  15. ການວິເຄາະຄວາມສ່ຽງ ໝາຍເຖິງ ຂັ້ນຕອນທີ່ປະກອບມີການປະເມີນຄວາມສ່ຽງ, ການບໍລິຫານຄວາມສ່ຽງ ແລະ ການສື່ສານຄວາມສ່ຽງ;
  16. ການປະເມີນຄວາມສ່ຽງ ໝາຍເຖິງ ຂະບວນການທີ່ອີງໃສ່ວິທະຍາສາດ ທີ່ປະກອບດ້ວຍການກໍານົດຄວາມອັນຕະລາຍ, ຄຸນລັກສະນະຂອງຄວາມອັນຕະລາຍ, ການປະເມີນການຮັບເອົາຄວາມອັນຕະລາຍ ແລະ ລັກສະນະຂອງຄວາມສ່ຽງ;
  17. ການຄຸ້ມຄອງຄວາມສ່ຽງ ໝາຍເຖິງ ຂະບວນການທີ່ແຍກຈາກການປະເມີນຄວາມສ່ຽງ, ການຊັ່ງຊາຄວາມສໍາຄັນຂອງນະໂຍບາຍ, ການປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ, ໂດຍການພິຈາລະນາການປະເມີນຄວາມສ່ຽງ ແລະ ບັນດາປັດໄຈອື່ນໆທີ່ສໍາຄັນ ສໍາລັບການປົກປ້ອງສຸຂະພາບຂອງຜູ້ບໍລິໂພກ ແລະ ການສົ່ງເສີມການປະຕິບັດການຄ້າທ່ຽງທໍາ ແລະ ຖ້າຈໍາເປັນຕ້ອງໄດ້ຄັດເລືອກ ມາດຕະການປ້ອງກັນ ແລະ ການຄວບຄຸມທີ່ເໝາະສົມ;
  18. ການສື່ສານຄວາມສ່ຽງ ໝາຍເຖິງ ການພົວພັນແລກປ່ຽນຂໍ້ມູນຂ່າວສານ ແລະ ຄໍາຄິດເຫັນຢ່າງລະອຽດ ກ່ຽວກັບຂະບວນການວິເຄາະຄວາມສ່ຽງ, ບັນດາປັດໄຈທີ່ກ່ຽວຂ້ອງກັບຄວາມສ່ຽງ ແລະ ແນວຄວາມຄິດ ແລະ ການຮັບຮູ້ກ່ຽວກັບຄວາມສ່ຽງ ໃນບັນດາຜູ້ປະເມີນຄວາມສ່ຽງ, ຜູ້ຄຸ້ມຄອງບໍລິຫານຄວາມສ່ຽງ. ຜູ້ບໍລິໂພກ, ພາກອຸດສາຫະກໍາ, ມະຫາວິທະຍາໄລ ຫຼື ພາກສ່ວນທີ່ມີຄວາມສົນໃຈອື່ນໆ ລວມທັງການອະທິບາຍ;
  19. ຜະລິດຕະພັນເບື້ອງຕົ້ນ ໝາຍເຖິງ ຜະລິດຕະພັນທີ່ເປັນວັດຖຸດິບທີ່ໄດ້ມາຈາກດິນ ຫຼື ນໍ້າ, ທະເລຊຶ່ງລວມມີຜະລິດຕະພັນຈາກການປູກການລ້ຽງ, ການຫາປາ ຫຼື ຈາກປ່າ. ຜະລິດຕະພັນດັ່ງກ່າວ ອາດຂາຍ ຫຼື ນໍາໃຊ້ເປັນວັດຖຸດິບ ສໍາລັບການປຸງແຕ່ງ ຫຼື ຜະລິດໃນໂຮງງານ;
  20. ຊຸດສິນຄ້ານໍາເຂົ້າ ໝາຍເຖິງ ຈໍານວນສິນຄ້າທີ່ນໍາເຂົ້າມາໜຶ່ງຄັ້ງ. ຂ້າງເທິງ

ໝວດທີ II
ການກວດກາ

ມາດຕາ 4. ການວິເຄາະ ແລະ ການປະເມີນຄວາມສ່ຽງ

ກົມອາຫານ ແລະ ຢາ (ຕໍ່ໄປຂຽນວ່າ: ກອຢ) ຕ້ອງມີການວິເຄາະຄວາມສ່ຽງກ່ອນ ເພື່ອກໍານົດວ່າຈະດໍາເນີນການກວດກາ, ການຢ້ຽມຢາມ, ການເກັບຕົວຢ່າງ ຫຼື ການທົດສອບ.

ການປະເມີນຄວາມສ່ຽງ ຕ້ອງອີງໃສ່ຂໍ້ມູນທາງດ້ານວິທະຍາສາດ ທີ່ກ່ຽວຂ້ອງກັບກໍລະນີຂອງ ສປປ ລາວ, ຕ້ອງນໍາໃຊ້ຂໍ້ມູນດ້ານປະລິມານເທົ່າທີ່ເປັນໄປໄດ້, ຕ້ອງຄໍານຶງເຖິງຂໍ້ມູນດ້ານຄຸນນະພາບ, ຄວນຄໍານຶງເຖິງວິທີການຜະລິດ. ການເກັບມ້ຽນ ແລະ ການຈັດການທີ່ກ່ຽວຂ້ອງ ທີ່ນໍາໃຊ້ໃນຕ່ອງໂສ້ອາຫານ ລວມທັງການປະຕິບັດແບບພື້ນເມືອງ, ວິທີການວິເຄາະ, ການເກັບຕົວຢ່າງ ແລະ ການກວດກາ ແລະ ຄວນຄໍານຶງເຖິງລະດັບຜົນກະທົບທາງລົບ ສະເພາະຕໍ່ສຸຂະພາບ.

ບັນດາຂໍ້ຈໍາກັດ, ຄວາມບໍ່ແນ່ນອນ ແລະ ສົມມຸດຕິຖານຕ່າງໆ ທີ່ເປັນຜົນກະທົບໃນການປະເມີນຄວາມສ່ຽງ ຕ້ອງໄດ້ມີການພິຈາລະນາ ແລະ ບັນທຶກໄວ້ໃນເອກະສານດ້ວຍຄວາມໂປ່ງໃສ.

ການປະເມີນຄວາມສ່ຽງ ຕ້ອງອີງໃສ່ການໄດ້ຮັບຄວາມສ່ຽງຕົວຈິງ, ໂດຍຄໍານຶງເຖິງສະພາບການຕ່າງໆ ລວມທັງກຸ່ມຄົນອ່ອນແອ ແລະ ມີຄວາມສ່ຽງສູງ ແລະ ບັນດາຜົນກະທົບຕໍ່ສຸຂະພາບແບບກະທັນຫັນ, ຊໍາເຮື້ອ, ສະສົມ ຫຼື ແບບປະສົມປະສານໃນກໍລະນີທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 5. ການຈັດປະເພດຄວາມສ່ຽງຂອງອາຫານ

ການຈັດປະເພດຄວາມສ່ຽງຂອງອາຫານມີ 3 ປະເພດ: ສູງ, ກາງ ແລະ ຕໍ່າດັ່ງນີ້:

  1. ອາຫານຄວາມສ່ຽງສູງ

ອາຫານຄວາມສ່ຽງສູງ ແມ່ນອາຫານສໍາລັບກຸ່ມຜູ້ບໍລິໂພກ ທີ່ມີຄວາມສ່ຽງສູງເຊັ່ນ: ເດັກນ້ອຍໃນໄວອະນຸບານລົງມາ, ຄົນເຈັບ ແລະ ຄົນຊະລາ ຫຼື ອາຫານພິເສດເຊັ່ນ: ອາຫານຮົມຄວັນ, ອາຫານຫຸ້ມຫໍ່ບໍ່ມີອາກາດ, ອາຫານກະປ໋ອງ, ອາຫານເດັກນ້ອຍ ແລະ ຂະບວນການໃດໜຶ່ງທີ່ຍືດອາຍຸອາຫານອອກ ແລະ ອາຫານພ້ອມກິນ, ຜະລິດຕະພັນນົມ, ກຸ້ງ, ຫອຍ, ໄຂ່ດິບໃນອາຫານ, ອາຫານສໍາລັບໂຮງໝໍ, ອາຫານທຸກຊະນິດທີ່ມີຄວາມຊຸ່ມສູງ ແລະ ມີທາດໂປຣເຕອີນສູງ ຊຶ່ງຕ້ອງມີລະບົບຄວບຄຸມອຸນຫະພູມ.

  1. ອາຫານຄວາມສ່ຽງປານກາງ

ອາຫານຄວາມສ່ຽງປານກາງ ແມ່ນອາຫານທີ່ມາຈາກສະຖານທີ່ປຸງແຕ່ງ, ຮ້ານອາຫານທີ່ມີຫຼາຍລາຍການອາຫານ, ການຈັດການວັດຖຸດິບ, ການກະກຽມທີ່ຊັບຊ້ອນ ລວມທັງການຫຸງຕົ້ມ, ແຊ່ເຢັນ, ການອຸ່ນຊົ່ວຄາວ ເຊິ່ງມີອາຫານທີ່ເປັນອັນຕະລາຍຕ່າງໆເຊັ່ນ: ອາຫານພ້ອມກິນ ຫຼື ເຮັດໃຫ້ຮ້ອນ ແລະ ເສີບທັນທີ, ຕົວຢ່າງ: ຊີ້ນ ແລະ ໄກ່ດິບ ທີ່ຈະຕ້ອງເຮັດໃຫ້ສຸກກ່ອນການບໍລິໂພກ, ຜະລິດຕະພັນປາແຊ່ແຂງ, ຜະລິດຕະພັນອາຫານທີ່ມີກົດຕໍ່າ, ນໍ້າໝາກໄມ້ ແລະອື່ນໆ ເຊິ່ງມີປະຫວັດການຄວບຄຸມກວດກາ ບັນດາປັດໄຈຄວາມສ່ຽງຂອງພະຍາດທີ່ເກີດຈາກອາຫານ.

  1. ອາຫານຄວາມສ່ຽງຕໍ່າ

ອາຫານຄວາມສ່ຽງຕໍ່າ ແມ່ນອາຫານທີ່ວາງຂາຍໃນຮ້ານຂາຍຍ່ອຍ, ອາຫານຫຸ້ມຫໍ່ໄວ້ ທີ່ບໍ່ໄດ້ໃຫ້ກຸ່ມຄົນອ່ອນແອບໍລິໂພກ, ຮ້ານອາຫານຈານດ່ວນ, ຮ້ານອາຫານທີ່ມີລາຍການອາຫານໜ້ອຍ, ການກະກຽມ. ການແຕ່ງກິນ ແລະ ບໍລິການທັນທີ, ບໍ່ມີການແຊ່ເຢັນ, ການຮັກສາຮ້ອນໃນເວລາສັ້ນ, ລວມທັງອາຫານປຸງແຕ່ງ, ວັດຖຸດິບທີ່ຮັກສາສໍາລັບການປຸງແຕ່ງ, ອາຫານແຫ້ງຫຸ້ມຫໍ່ ຫຼື ອາຫານສໍາເລັດຮູບ ແລະ ອາຫານທີ່ມີປະຫວັດວ່າ ເປັນອາຫານທີ່ມີຄວາມສ່ຽງຕໍ່າ ແລະ ສາມາດຄວບຄຸມ ໃນບັນດາຂັ້ນຕອນການຜະລິດ. ຕົວຢ່າງອາຫານຄວາມສ່ຽງຕໍ່າມີ ອາຫານຫຸ້ມຫໍ່ປະເພດແຫ້ງ, ອາຫານປະເພດເຂົ້າສາລີແຫ້ງ, ຖົ່ວແຫ້ງ, ຜະລິດຕະພັນນໍ້າຕານ, ນໍ້າມັນ, ໄຂມັນ, ອາຫານດອງ, ກວນໝາກໄມ້, ວຸ້ນ ແລະ ຜະລິດຕະພັນແຊ່ເຄັມແຫ້ງ, ປະເພດຖົ່ວ ຍົກເວັ້ນຖົ່ວດິນ (ທີ່ມີອັຟະລາຕົກຊິນ).

ກະຊວງສາທາລະນະສຸກ ເປັນຜູ້ກໍານົດ ແລະ ເຜີຍແຜ່ລາຍການອາຫານຄວາມສ່ຽງສູງ, ປານກາງ ແລະ ຕໍ່າ ແລະ ກໍານົດມາດຕະການຄວບຄຸມທີ່ເໝາະສົມ ໂດຍອີງໃສ່ມາດຕາ 4 ຂອງຂໍ້ຕົກລົງສະບັບນີ້ ລວມທັງບັນດາຄວາມສ່ຽງກໍາລັງເກີດຂຶ້ນ ໃນປະເທດຕົ້ນກໍາເນີດ ຫຼື ໃນການຜະລິດພາຍໃນ, ການແຜ່ລະບາດພະຍາດໃດໜຶ່ງ ຫຼື ແຈ້ງຈາກກະຊວງກະສິກໍາ ແລະ ປ່າໄມ້, ກໍາມະທິການກົດລະຫັດອາຫານສາກົນ, ອົງການສຸຂະພາບສັດໂລກ, ອົງການອາຫານ ແລະ ກະສິກໍາ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ຮັບຜິດຊອບເລື່ອງຄວາມປອດໄພຂອງອາຫານ. ຂ້າງເທິງ

ມາດຕາ 6. ປະເພດ ແລະ ຄວາມຖີ່ຂອງການກວດກາ

ປະເພດ ແລະ ຄວາມຖີ່ຂອງການກວດກາ ຕ້ອງອີງຕາມຄວາມສ່ຽງຂອງອາຫານ ທີ່ມີຕໍ່ສຸຂະພາບ ແລະ ຄວາມປອດໄພຂອງຄົນ ແລະ ຕ້ອງສົມສ່ວນກັບລະດັບຄວາມສ່ຽງ ຂອງອາຫານດັ່ງກ່າວ. ໃນການກໍານົດຄວາມຖີ່ຂອງການກວດກາ ວ່າຈະໜ້ອຍຫຼາຍເທົ່າໃດນັ້ນ, ກົມອາຫານ ແລະ ຢາ ຕ້ອງພິຈາລະນາທຸກປັດໄຈທີ່ກ່ຽວຂ້ອງເຊັ່ນ:

  1. ຄວາມສ່ຽງຂອງຜະລິດຕະພັນ ຫຼື ສິ່ງຫຸ້ມຫໍ່ຕໍ່ສຸຂະພາບຂອງຄົນ;
  2. ຄວາມອາດເປັນໄປໄດ້ຂອງການລະເມີດຂໍ້ບັງຄັບ;
  3. ກຸ່ມຜູ້ບໍລິໂພກເປົ້າໝາຍ;
  4. ຂະໜາດ ແລະ ລັກສະນະຂອງການປຸງແຕ່ງ ໃນຂັ້ນຕໍ່ໄປຂອງຜະລິດຕະພັນ;
  5. ປະຫວັດການປະຕິບັດຕາມຂໍ້ບັງຄັບ ຂອງຜູ້ຜະລິດ, ຜູ້ປຸງແຕ່ງ, ໂຮງງານຜະລິດ, ຜູ້ສົ່ງອອກ, ຜູ້ນໍາເຂົ້າ ແລະ ຜູ້ຈໍາໜ່າຍ;
  6. ໃນກໍລະນີການນໍາເຂົ້າ:
  1. ຄວາມໜ້າເຊື່ອຖືຂອງລະບົບກວດກາອາຫານ ທີ່ດໍາເນີນໂດຍຜູ້ຜະລິດ, ຜູ້ປຸງແຕ່ງໃນໂຮງງານ ແລະ ຜູ້ດູແລບໍລິການໃນຕ່ອງໂສ້ການສະໜອງ, ພ້ອມທັງລະບົບການກວດກາ ແລະ ການຮັບຮອງຂອງປະເທດຜູ້ສົ່ງອອກ;
  2. ໃບຢັ້ງຢືນກ່ຽວກັບຄວາມປອດໄພອາຫານ ຈາກປະເທດຜູ້ສົ່ງອອກ;
  3. ການກໍານົດຄວາມທຽບເທົ່າຂອງການກວດກາ ແລະ ການຢັ້ງຢືນ;
  4. ການບັນທຶກຄວາມເຂົ້າໃຈ ຫຼື ສັນຍາຮັບຮູ້ສອງຝ່າຍລະຫວ່າງ ສປປ ລາວ ແລະ ປະເທດຜູ້ສົ່ງອອກ.

ຄວາມຖີ່ຂອງການກວດກາ ສໍາລັບອາຫານຄວາມສ່ຽງສູງ, ຄວາມສ່ຽງກາງ ແລະ ຄວາມສ່ຽງຕໍ່າມີດັ່ງນີ້:

  1. ໃນກໍລະນີນໍາເຂົ້າ

ໃນກໍລະນີມີໃບຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພອາຫານ ຫຼື ຄັດຕິດໃບຢັ້ງຢືນການວິເຄາະ ແລະ ການກວດສອບຈາກຫ້ອງທົດລອງ ທີ່ມີການຮັບຮອງຈາກປະເທດຜູ້ສົ່ງອອກ ຊຶ່ງຢັ້ງຢືນຄຸນລັກສະນະທີ່ ສປປ ລາວ ຕ້ອງການທົດສອບ, ຕ້ອງກວດກາດັ່ງນີ້: ໜຶ່ງໃນທຸກໆຫ້າຊຸດສິນຄ້ານໍາເຂົ້າ ສໍາລັບອາຫານຄວາມສ່ຽງສູງ; ໜຶ່ງໃນທຸກສິບຊຸດສິນຄ້ານໍາເຂົ້າ ສໍາລັບອາຫານຄວາມສ່ຽງກາງ; ແລະ ໜຶ່ງໃນທຸກສິບຫ້າຊຸດສິນຄ້ານໍາເຂົ້າ ສໍາລັບອາຫານຄວາມສ່ຽງຕໍ່າ.

ໃນກໍລະນີທີ່ບໍ່ມີໃບຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພອາຫານ ຄັດຕິດມານໍາ ຫຼື ມີ ແຕ່ບໍ່ຖືກຕ້ອງ, ຕ້ອງກວດກາດັ່ງນີ້: ກວດທຸກຊຸດສິນຄ້ານໍາເຂົ້າ ສໍາລັບອາຫານຄວາມສ່ຽງສູງ; ໜຶ່ງໃນສາມຊຸດສິນຄ້ານໍາເຂົ້າ ສໍາລັບອາຫານຄວາມສ່ຽງກາງ; ແລະ ໜຶ່ງໃນສິບຊຸດສິນຄ້ານໍາເຂົ້າ ສໍາລັບອາຫານຄວາມສ່ຽງຕໍ່າ.

ໃນກໍລະນີສິນຄ້າທີ່ກວດພົບ ບໍ່ສອດຄ່ອງກັບມາດຕະຖານທີ່ກ່ຽວຂ້ອງ, ຕ້ອງກວດດັ່ງນີ້: ກວດທຸກຊຸດສິນຄ້ານໍາເຂົ້າຕໍ່ມາ ຫ້າຄັ້ງສໍາລັບອາຫານຄວາມສ່ຽງສູງ; ສີ່ຄັ້ງສໍາລັບອາຫານຄວາມສ່ຽງກາງ ແລະ ສາມຄັ້ງສໍາລັບອາຫານຄວາມສ່ຽງຕໍ່າ ລຽນຕິດຈົນກວ່າບໍ່ພົບພໍ້ການລະເມີດມາດຕະຖານ.

ສໍາລັບອາຫານນໍາເຂົ້າທີ່ຖືກຜະລິດພາຍໃຕ້ GMP, GHP ແລະ HACCP ແລະ ໄດ້ຮັບການຢັ້ງຢືນ, ຕ້ອງໄດ້ສຸ່ມກວດໜຶ່ງໃນສິບຊຸດສິນຄ້ານໍາເຂົ້າ ສໍາລັບອາຫານຄວາມສ່ຽງສູງ; ໜຶ່ງໃນທຸກສິບຫ້າຊຸດສິນຄ້ານໍາເຂົ້າ ສໍາລັບອາຫານຄວາມສ່ຽງກາງ ແລະ ໜຶ່ງໃນທຸກຊາວຊຸດສິນຄ້ານໍາເຂົ້າ ສໍາລັບຄວາມສ່ຽງຕໍ່າ.

ລະດັບຄວາມຖີ່ຂອງການກວດກາ ອາດຈະຫຼຸດລົງ ຖ້າຫາກຜູ້ນໍາເຂົ້າມີປະຫວັດ ປະຕິບັດຖືກຕ້ອງຕາມຂໍ້ບັງຄັບ.

ຜູ້ນໍາເຂົ້າອາຫານຕ້ອງໄດ້ຮັບການຈົດທະບຽນນໍາ ກົມອາຫານ ແລະ ຢາ ຕາມລະບຽບການຈົດທະບຽນອາຫານ ທີ່ໄດ້ກໍານົດໄວ້ຕ່າງຫາກ.

  1. ໃນກໍລະນີຜະລິດພາຍໃນ

ທຸລະກິດອາຫານພາຍໃນ ຕ້ອງໄດ້ຮັບການອະນຸຍາດຈາກ ກະຊວງສາທາລະນະສຸກ ກ່ອນການດໍາເນີນການທຸລະກິດ ຊຶ່ງຕ້ອງໄດ້ປະຕິບັດພາຍໃຕ້ລະບົບ HACCP ທີ່ສະໜັບສະໜູນໂດຍ ການນໍາໃຊ້ GHP ແລະ GMPs ແລະ ຈະຖືກກວດກາທຸກໆສາມເດືອນ ສໍາລັບອາຫານຄວາມສ່ຽງສູງ; ຫົກເດືອນສໍາລັບອາຫານຄວາມສ່ຽງກາງ ແລະ ສິບສອງເດືອນ ສໍາລັບອາຫານຄວາມສ່ຽງຕໍ່າ ໂດຍເຈົ້າໜ້າທີ່ກວດກາອາຫານ. ອາດມີການກວດກາຖີ່ຂຶ້ນ ຖ້າມີການຮ້ອງທຸກຈາກສາທາລະນະຊົນ, ມີການລະເມີດຊໍ້າ ຫຼື ບໍ່ມີການແກ້ໄຂທີ່ມີປະສິດທິຜົນ.

ກະຊວງສາທາລະນະສຸກຈະກໍານົດ, ແບ່ງ ແລະ ຈັດລຽງລາຍຊື່ບັນດາທຸລະກິດອາຫານ ທີ່ມີຄວາມສ່ຽງສູງ, ປານກາງ ແລະ ຕໍ່າເຂົ້າໃນເອກະສານຊ້ອນທ້າຍ ເພື່ອກໍານົດຄວາມຖີ່ຂອງການກວດກາ ໂດຍພິຈາລະນາເຖິງຄວາມຈໍາເປັນ ແລະ ຜົນກະທົບຕ່າງໆດ້ານສຸຂະພາບ ຈາກພະຍາດທີ່ເກີດຈາກອາຫານໃນກຸ່ມຜູ້ບໍລິໂພກໃດໜຶ່ງ.

ກົມອາຫານ ແລະ ຢາ ຕ້ອງໄດ້ດັດປັບລັກສະນະ ແລະ ຄວາມຖີ່ຂອງການກວດກາ ທີ່ຈະຕ້ອງບໍ່ມີຄວາມເຂັ້ມງວດເກີນໄປ ໃນເວລາທີ່ມີການປະຕິບັດເປັນລະບົບ ແລະ ສອດຄ່ອງກັບຂໍ້ກໍານົດກົດໝາຍຢ່າງສະໝໍ່າສະເໝີ. ໃນເວລາມີການລະບາດຂອງພະຍາດ ທີ່ເກີດຈາກອາຫານ, ການກວດພົບທາງດ້ານລະບາດວິທະຍາ ແລະ ການພົບພໍ້ການລະເມີດໃນດ່ານນໍາເຂົ້າ ກົມອາຫານ ແລະ ຢາ ຕ້ອງໄດ້ດັດປັບລັກສະນະ ແລະ ຄວາມຖີ່ຂອງການກວດກາ ໃຫ້ເຂັ້ມງວດຂຶ້ນ ໂດຍຕ້ອງແຈ້ງ ແລະ ເຜີຍແຜ່ໃຫ້ແກ່ສາທາລະນະຊົນ, ພາກທຸລະກິດ ແລະ ຂະແໜງການກ່ຽວຂ້ອງຮັບຮູ້ນໍາ. ຂ້າງເທິງ

ມາດຕາ 7. ແຜນການເກັບຕົວຢ່າງ ແລະ ວິທີການວິເຄາະ

ແຜນການເກັບຕົວຢ່າງ ແລະ ວິທີການວິເຄາະ ທີ່ກໍານົດໃນຄູ່ມືການກວດກາ ຕ້ອງອີງໃສ່ມາດຕະຖານ ແລະ ຄູ່ມືຂອງກົດລະຫັດອາຫານສາກົນ ຫຼື ຖ້າບໍ່ມີ ແມ່ນໃຫ້ອີງໃສ່ແຜນການເກັບຕົວຢ່າງ ທີ່ໄດ້ຮັບຮອງຈາກສາກົນ ຫຼື ທີ່ມີລັກສະນະວິທະຍາສາດ. ຂ້າງເທິງ

ມາດຕາ 8. ມາດຕະການສຸກເສີນ

ໃນກໍລະນີທີ່ມີການແຜ່ລະບາດພະຍາດ ທີ່ເກີດຈາກອາຫານ ຫຼື ກໍລະນີສຸກເສີນ ດ້ານຄວາມປອດໄພດ້ານອາຫານ, ກະຊວງສາທາລະນະສຸກຕ້ອງອະນຸຍາດ:

  1. ໃຫ້ມີການກວດກາທຸລະກິດອາຫານ ໃນປະເທດຖີ່ຂຶ້ນກວ່າເກົ່າ;
  2. ໃຫ້ກວດກາທຸກໆຊຸດສິນຄ້ານໍາເຂົ້າ ທີ່ໜ້າສົງໄສ. ຂ້າງເທິງ

ມາດຕາ 9. ການກວດກາອາຫານທີ່ຂາຍແຄມທາງ

ກະຊວງສາທາລະນະສຸກ ຈະອອກລະບຽບການຕ່າງຫາກ ສໍາລັບການກວດກາ ແລະ ຄວບຄຸມອາຫານທີ່ຂາຍແຄມທາງ. ຂ້າງເທິງ

ມາດຕາ 10. ເປົ້າໝາຍຂອງການກວດກາ

ເຈົ້າໜ້າທີ່ກວດກາອາຫານ ຕ້ອງກວດກາດັ່ງລຸ່ມນີ້:

  1. ທຸລະກິດອາຫານ ແລະ ບໍລິເວນອ້ອມຮອບ, ພາຫະນະທີ່ໃຊ້ໃນການຂົນສົ່ງ ແລະ ອຸປະກອນເຄື່ອງມື ແລະ ວັດຖຸທີ່ໃຊ້ໃນການຜະລິດ, ການບໍາບັດ, ຈັດປະເພດ, ບັນຈຸຫຸ້ມຫໍ່, ຕິດສະຫຼາກ, ເກັບຮັກສາ, ເຄື່ອນຍ້າຍ, ປຸງແຕ່ງ, ບໍລິການ ຫຼື ຂາຍອາຫານໃດໜຶ່ງ;
  2. ອາຫານ, ສ່ວນປະກອບ, ທາດເພີ່ມ, ນໍ້າຢາຂ້າເຊື້ອ ແລະ ສານໃດໜຶ່ງ ຫຼື ຂັ້ນຕອນ ຫຼື ວິທີການໃດໜຶ່ງທີ່ນໍາໃຊ້ ໃນການຜະລິດ, ການປຸງແຕ່ງ ຫຼື ການຕະຫຼາດກ່ຽວກັບອາຫານ;
  3. ການອະນາໄມສ່ວນບຸກຄົນ ແລະ ເຄື່ອງນຸ່ງຫົ່ມຂອງພະນັກງານ ທີ່ເຮັດວຽກໃນທຸລະກິດອາຫານ;
  4. ວັດຖຸຫຸ້ມຫໍ່ອາຫານ ແລະ ຕູ້ຂົນສົ່ງສິນຄ້າອາຫານ;
  5. ການອະນາໄມ, ການຂ້າເຊື້ອ ແລະ ການບໍາລຸງຮັກສາໃນທຸລະກິດອາຫານ;
  6. ການຕິດສະຫຼາກອາຫານ; ແລະ
  7. ເອກະສານທີ່ກ່ຽວຂ້ອງກັບທຸລະກິດອາຫານນັ້ນ. ຂ້າງເທິງ

ໝວດທີ III
ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ກວດກາອາຫານ

ມາດຕາ 11. ການແຕ່ງຕັ້ງເຈົ້າໜ້າທີ່ກວດກາອາຫານ

ລັດຖະມົນຕີວ່າການກະຊວງສາທາລະນະສຸກ ເປັນຜູ້ອະນຸມັດແຕ່ງຕັ້ງຜູ້ທີ່ມີຄຸນສົມບັດ, ຄວາມຮູ້ ແລະ ຄວາມສາມາດ ໃນຂະແໜງການວິທະຍາສາດອາຫານ, ການຢາ, ເຄມີສາດ, ຊີວະສາດ ແລະ ໄດ້ຜ່ານການສອບເສັງ ສໍາລັບການເປັນເຈົ້າໜ້າທີ່ກວດກາອາຫານໃນ ສປປ ລາວ. ຂ້າງເທິງ

ມາດຕາ 12. ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ກວດກາອາຫານ

  1. ເຈົ້າໜ້າທີ່ກວດກາອາຫານມີສິດເຂົ້າ, ຕິດຕາມ, ກວດກາສະຖານທີ່ຂອງທຸລະກິດອາຫານ ຫຼື ສະຖານທີ່ຜະລິດອື່ນໆ ໂດຍສະເພາະໃນເວລາຜະລິດ, ແປຮູບ, ບໍາບັດ, ຈັດລະດັບ, ຫຸ້ມຫໍ່, ຕິດສະຫຼາກ, ເກັບຮັກສາ, ເຄື່ອນຍ້າຍ, ຂາຍ, ປຸງແຕ່ງ ແລະ ບໍລິການ, ຍົກເວັ້ນສະຖານທີ່ພັກອາໄສ;
  2. ເຈົ້າໜ້າທີ່ກວດກາ ຕ້ອງແຈ້ງບັດເຈົ້າໜ້າທີ່ກວດກາຂອງຕົນ ຕໍ່ເຈົ້າຂອງທຸລະກິດອາຫານ ຫຼື ຜູ້ທີ່ຮັບຜິດຊອບກ່ອນດໍາເນີນການກວດກາ;
  3. ອີງຕາມຄູ່ມືການກວດກາ, ເຈົ້າໜ້າທີ່ກວດກາສາມາດ:

3.1. ກວດກາທຸລະກິດອາຫານ ແລະ ອາຫານໃດໜຶ່ງ, ວັດຖຸ ຫຼື ສານທີ່ກ່ຽວຂ້ອງກັບການຜະລິດ, ແປຮູບ, ບໍາບັດ, ຈັດລະດັບ, ຫຸ້ມຫໍ່, ຕິດສະຫຼາກ, ເກັບຮັກສາ, ເຄື່ອນຍ້າຍ, ຂາຍ, ຈໍາໜ່າຍ, ປຸງແຕ່ງ, ບໍລິການອາຫານໃດໜຶ່ງ;

3.2. ກວດສອບ, ສໍາເນົາ ຫຼື ຄັດເລືອກເອົາເອກະສານໃດໜຶ່ງ ລວມທັງໃບອະນຸຍາດຕ່າງໆ ທີ່ອອກໃຫ້ທຸລະກິດອາຫານດັ່ງກ່າວ ແລະ ສາມາດຮຽກຮ້ອງໃຫ້ເຈົ້າຂອງທຸລະກິດອາຫານ ຫຼື ຜູ້ທີ່ຮັບຜິດຊອບ ສະໜອງຂໍ້ມູນໃດໜຶ່ງທີ່ກ່ຽວຂ້ອງ;

3.3. ວັດແທກ, ໃຊ້ເຄື່ອງໝາຍ, ນັບ, ເປີດ ແລະ ເກັບຕົວຢ່າງອາຫານໃດໜຶ່ງ, ວັດຖຸ ຫຼື ສານ ຫຼື ຫີບຫໍ່ ຫຼື ກ່ອງ ຫຼື ປິດປະຕູທີ່ມີການເຂົ້າເຖິງອາຫານ;

3.4. ກວດກາລາຍການອາຫານນໍາເຂົ້າ;

3.5. ກວດກາອາຄານ, ອຸປະກອນການຜະລິດ, ແຜນວຽກ ແລະ ການປະຕິບັດຕົວຈິງຂອງການອະນາໄມ, ຂ້າເຊື້ອ ແລະ ການບໍາລງຸຮັກສາ ໃນທຸລະກິດອາຫານ ຫຼື ສະຖານທີ່ ທີ່ກ່ຽວຂ້ອງກັບກິດຈະກໍາຜະລິດອາຫານ;

3.6. ກວດກາການໃສ່ສະຫຼາກອາຫານ ຫຼື ການກ່າວອ້າງກ່ຽວກັບອາຫານ ຫຼື ສ່ວນປະກອບຂອງອາຫານ;

3.7. ກວດກາລະບົບການຄວບຄຸມຄວາມປອດໄພຂອງອາຫານ ທີ່ໄດ້ນໍາໃຊ້ໃນທຸລະກິດ (GHP, GMP, HACCP) ລວມທັງເອກະສານ ແລະ ບົດບັນທຶກ;

3.8. ຖ່າຍຮູບ ຫຼື ບັນທຶກຮູບພາບ ເພື່ອເປັນຫຼັກຖານຂອງການກວດກາ;

3.9. ອາຍັດ ຫຼື ຍຶດຜະລິດຕະພັນອາຫານ, ອຸປະກອນ, ວັດຖຸດິບ, ເອກະສານ ຫຼື ສິ່ງຂອງໃດໜຶ່ງທີ່ບໍ່ສອດຄ່ອງ ກັບກົດໝາຍວ່າດ້ວຍອາຫານ ຫຼື ຂໍ້ຕົກລົງສະບັບນີ້ ໂດຍການແຈ້ງເຕືອນພ້ອມທັງເຊັນຮັບ ແລະ ຢັ້ງຢືນຈາກຜູ້ດໍາເນີນ ຫຼື ຜູ້ຮັບຜິດຊອບສະຖານທີ່ ຫຼື ສິ່ງຂອງດັ່ງກ່າວ;

3.10. ທໍາລາຍຜະລິດຕະພັນອາຫານທີ່ມີຄວາມສ່ຽງ. ວິທີການທໍາລາຍ ແມ່ນຕົກລົງກັນສອງຝ່າຍລະຫວ່າງ ເຈົ້າໜ້າທີ່ຄຸ້ມຄອງ ແລະ ຜູ້ປະກອບການທຸລະກິດອາຫານ ໂດຍການແຈ້ງເຕືອນຜູ້ດໍາເນີນ ຫຼື ຜູ້ຮັບຜິດຊອບສະຖານທີ່ ຫຼື ສິ່ງຂອງດັ່ງກ່າວ. ແຕ່ຄ່າໃຊ້ຈ່າຍໃນການທໍາລາຍ ແມ່ນເຈົ້າຂອງທຸລະກິດອາຫານ ເປັນຜູ້ຮັບຜິດຊອບທັງໝົດ;

3.11. ກວດສອບຄືນວ່າບັນດາເງື່ອນໄຂ ທີ່ໄດ້ກໍານົດໃນການຮັບຮອງ ຂອງສະຖານທີ່ແມ່ນຍັງໄດ້ບໍາລຸງຮັກສາໄວ້;

3.12. ແຈ້ງຄໍາຄິດຄໍາເຫັນ ເປັນລາຍລັກອັກສອນຕາມຄວາມເໝາະສົມ;

3.13. ເຮັດບົດບັນທຶກພ້ອມລົງລາຍເຊັນ ແລະ ເຮັດບົດລາຍງານຂອງການກວດກາ ຫຼື ການປະຕິບັດແຕ່ລະຄັ້ງ ຕາມມາດຕາ 14 ຂອງຂໍ້ຕົກລົງນີ້ກໍານົດໄວ້.

  1. ຫ້າມເຈົ້າໜ້າທີ່ກວດກາເປີດເຜີຍຄວາມລັບ ທີ່ກ່ຽວຂ້ອງກັບບຸກຄົນ ຫຼື ທຸລະກິດທີ່ພົບເຫັນ ໃນເວລາປະຕິບັດງານເປັນທາງການ, ຍົກເວັ້ນຖ້າມີການຮຽກຮ້ອງຈາກຂັ້ນເທິງ ຫຼື ສານ;
  2. ເຈົ້າໜ້າທີ່ກວດກາອາຫານຕ້ອງແຈ້ງຕໍ່ຫົວໜ້າ ກອຢ ຮັບຊາບກ່ຽວກັບການແຜ່ລະບາດພະຍາດ ທີ່ເກີດຈາກອາຫານໃຫ້ທັນເວລາ. ກ່ອນສົ່ງກັບຄືນ ຫຼື ທໍາລາຍອາຫານໃດໜຶ່ງ, ເຈົ້າໜ້າທີ່ກວດກາອາຫານ ຕ້ອງຂໍຄໍາສັ່ງຈາກຂັ້ນເທິງ ເປັນລາຍລັກອັກສອນ ຫຼື ຖ້າເວລາຈໍາກັດ ກໍ່ຕ້ອງຂໍອະນຸຍາດປາກເປົ່າໂດຍກົງ ແຕ່ຕ້ອງຂໍລາຍເຊັນອະນຸຍາດພາຍໃນຫ້າວັນ.
  3. ເຈົ້າໜ້າທີ່ກວດກາອາຫານ ອາດປະຕິບັດຄໍາສັ່ງຂອງ ກອຢ ໃຫ້ປິດຊົ່ວຄາວ ການດໍາເນີນທຸລະກິດອາຫານ ໃນກໍລະນີທີ່ມີການລະເມີດກົດໝາຍວ່າດ້ວຍອາຫານ ຫຼື ຂໍ້ຕົກລົງສະບັບນີ້ຢ່າງຮ້າຍແຮງ, ເປັນເວລາ 3 ວັນ ຊຶ່ງຂຶ້ນກັບໄລຍະເວລາການວິເຄາະ ແລະ ການສອບສວນເພີ່ມຕື່ມ. ໃນກໍລະນີທີ່ເຄີຍມີການລະບາດ ຂອງພະຍາດໃນອາຫານ ຫຼື ອາຫານເປັນພິດຫຼາຍຄັ້ງ ໄລຍະເວລາຈະເປັນ 7 ວັນ ຫົວໜ້າ ກອຢ ຕ້ອງແຈ້ງກະຊວງອຸດສາຫະກໍາ ແລະ ການຄ້າ (ກອຄ) ກ່ຽວກັບການລະເມີດກົດໝາຍວ່າດ້ວຍອາຫານ ແລະ ຂໍ້ຕົກລົງສະບັບນີ້ຂອງທຸລະກິດດັ່ງກ່າວ ແລະ ອາດສະເໜີໃຫ້ຖອນ ຫຼື ຍົກເລີກໃບອະນຸຍາດທຸລະກິດ;
  4. ເຈົ້າໜ້າທີ່ກວດກາອາຫານຕ້ອງ:
  • ໃຫ້ຄໍາປຶກສາກ່ຽວກັບການປະຕິບັດທີ່ດີ ແລະ ວິທີແກ້ໄຂໃດໜຶ່ງທີ່ເໝາະສົມ ແກ່ເຈົ້າຂອງ ຫຼື ຜູ້ຮັບຜິດຊອບທຸລະກິດອາຫານ ຖ້າຈໍາເປັນ ຫຼື ຖ້າມີການຮຽກຮ້ອງ;
  • ແຈ້ງເຕືອນກ່ຽວກັບບັນດາປັດໄຈສ່ຽງ ຂອງພະຍາດທີ່ມາຈາກອາຫານ ທີ່ກ່ຽວຂ້ອງກັບຜະລິດຕະພັນ ແລະ ສະຖານທີ່; ແລະ
  • ສື່ສານຄວາມຈໍາເປັນ ໃນການຄວບຄຸມບັນດາປັດໄຈສ່ຽງ ເພື່ອຮັບປະກັນຄວາມປອດໄພ ຂອງຜະລິດຕະພັນ ແລະ ການປົກປ້ອງສຸຂະພາບ. ຂ້າງເທິງ

ມາດຕາ 13. ລາຍງານການກວດກາ, ແຈ້ງການເປັນລາຍລັກອັກສອນ ແລະ ໃບຮັບ

ຫຼັງຈາກມີການກວດກາ ຫຼື ຄວບຄຸມ, ເຈົ້າໜ້າທີ່ກວດກາຕ້ອງກະກຽມ ບົດລາຍງານການກວດກາ ທີ່ມີຂໍ້ມູນຕາມທີ່ໄດ້ກໍານົດໄວ້ ຢູ່ໃນຄູ່ມືການກວດກາ, ລວມເຖິງຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງທີ່ຕ້ອງແກ້ໄຂ ແລະ ຂໍ້ແນະນໍາ. ຕ້ອງເຮັດສໍາເນົາບົດລາຍງານທີ່ມີກາຈໍ້າ ສາມສະບັບ, ສະບັບໜຶ່ງແມ່ນຜູ້ກວດກາເກັບໄວ້, ສະບັບໜຶ່ງໃຫ້ຜູ້ດໍາເນີນທຸລະະກິດອາຫານ ແລະ ອີກສະບັບໜຶ່ງແມ່ນໃຫ້ຫົວໜ້າ ກອຢ.

ໃນເມື່ອເຈົ້າໜ້າທີ່ກວດກາ ມີຫຼັກຖານພຽງພໍວ່າຜູ້ດໍາເນີນທຸລະກິດ ຫຼື ຜູ້ປະກອບການອາຫານ ບໍ່ປະຕິບັດຕາມກົດໝາຍວ່າດ້ວຍອາຫານ ຫຼື ຂໍ້ຕົກລົງສະບັບນີ້ ຕ້ອງຂຽນແຈ້ງຕັກເຕືອນຜູ້ດໍາເນີນທຸລະກິດ ຫຼື ຜູ້ປະກອບການດັ່ງກ່າວຄື:

  1. ຫຼັກຖານທີ່ສະແດງໃຫ້ເຫັນການລະເມີດ ກົດໝາຍວ່າດ້ວຍອາຫານ ຫຼື ຂໍ້ຕົກລົງສະບັບນີ້;
  2. ລະບຸມາດຕະການທີ່ເຈົ້າໜ້າທີ່ກວດກາອາຫານ ຕ້ອງການໃຫ້ຜູ້ດໍາເນີນທຸລະກິດ ຫຼື ຜູ້ປະກອບການອາຫານປະຕິບັດ ເພື່ອແກ້ໄຂການລະເມີດ ຕາມທີ່ໄດ້ກໍານົດໄວ້ ໃນວັກ 1;
  3. ຮຽກຮ້ອງໃຫ້ຜູ້ດໍາເນີນທຸລະກິດ ຫຼື ຜູ້ປະກອບການອາຫານ ປະຕິບັດຕາມມາດຕະການດັ່ງກ່າວ ຫຼື ມາດຕະການທີ່ທຽບເທົ່າ ພາຍໃນເວລາທີ່ກໍານົດໃນແຈ້ງການ.

ໃນກໍລະນີທີ່ບໍ່ມີບຸກຄົນໃດ ຢູ່ໃນສະຖານທີ່ປະກອບການ ຫຼື ເຈົ້າຂອງ ຫຼື ຜູ້ຮັບຜິດຊອບບໍ່ສາມາດມີໜ້າ, ການແຈ້ງການທີ່ກໍານົດພາຍໃຕ້ກົດໝາຍ ຫຼືຶ ຂໍ້ຕົກລົງສະບັບນີ້ ຕ້ອງປະຕິບັດໂດຍການຕິດແຈ້ງການ ໃນສະຖານທີ່ທຸລະກິດທີ່ເຫັນໄດ້ງ່າຍ ແລະ ການແຈ້ງດັ່ງກ່າວກໍ່ຖືວ່າ ເປັນການປະຕິບັດທີ່ດີ.

ເຈົ້າໜ້າທີ່ກວດກາອາຫານ ຕ້ອງເກັບຮັກສາບົດບັນທຶກ, ແຈ້ງການ, ໃບຮັບເງິນ ແລະ ຮ່າງບົດລາຍງານໄວ້. ຂ້າງເທິງ

ມາດຕາ 14. ການຝຶກອົບຮົມເຈົ້າໜ້າທີ່ກວດກາອາຫານ

ເຈົ້າໜ້າທີ່ກວດກາອາຫານທີ່ກ່ຽວຂ້ອງ ກັບການກວດກາ, ການຕິດຕາມ ແລະ ການຢັ້ງຢືນພິສູດ ຫຼື ກວດສອບກ່ຽວກັບຄວາມປອດໄພອາຫານ ແລະ ການອະນາໄມ ຕ້ອງໄດ້ຮັບການຝຶກອົບຮົມແຕ່ລະໄລຍະ ຈາກກະຊວງສາທາລະນະສຸກ.

ຫົວຂໍ້ການຝຶກອົບຮົມຕ້ອງປະກອບມີ:

  1. ເຕັກນິກຄວບຄຸມຕ່າງໆເຊັ່ນ: ການກວດກາແຕ່ລະຈຸດໃນຂັ້ນຕອນຂອງ ຕ່ອງໂສ້ອາຫານ, ການເກັບຕົວຢ່າງ, ການປະເມີນຄວາມບໍ່ສອດຄ່ອງ, ການຢັ້ງຢືນ ແລະ ການກວດສອບຕົວຢ່າງ;
  2. ຂໍ້ກໍານົດກົດໝາຍວ່າດ້ວຍອາຫານ;
  3. ຄວາມອັນຕະລາຍຕ່າງໆ ໃນການຜະລິດອາຫານ;
  4. ການປະເມີນກ່ຽວກັບລະບົບ HACCP/ແຜນງານການອະນາໄມ;
  5. ການປະເມີນລະບົບຄວບຄຸມຄຸນນະພາບ;
  6. ການຈັດຕັ້ງປະຕິບັດລະບົບການຢັ້ງຢືນທີ່ເປັນທາງການ;
  7. ການດໍາເນີນທາງກົດໝາຍ;
  8. ການກວດກາເອກະສານທີ່ເປັນລາຍລັກອັກສອນ ແລະ ການບັນທຶກ (ການທົບທວນເອກະສານ); ແລະ
  9. ການຄຸ້ມຄອງ ແລະ ການກວດກາລະບົບສືບຮ່ອງຮອຍປະຫວັດສິນຄ້າ. ຂ້າງເທິງ

ມາດຕາ 15. ຫ້ອງທົດລອງທີ່ເປັນທາງການ

ກະຊວງສາທາລະນະສຸກ ຮັບຜິດຊອບໃນການກໍານົດເອົາ ຫ້ອງທົດລອງໃດໜຶ່ງໃນ ສປປ ລາວ ຫຼື ຢູ່ຕ່າງປະເທດ ເພື່ອເປັນຫ້ອງທົດລອງທີ່ເປັນທາງການ ເພື່ອຈຸດປະສົງນໍາໃຊ້ໃນການກວດສອບ ແລະ ວິເຄາະທີ່ຈໍາເປັນ ໃນການປະຕິບັດຂໍ້ຕົກລົງສະບັບນີ້. ຂ້າງເທິງ

ມາດຕາ 16. ການຮ່ວມມືກັບຂະແໜງການອື່ນທີ່ກ່ຽວຂ້ອງ

  1. ພາກລັດ

ກະຊວງສາທາລະນະສຸກຕ້ອງສົມທົບ ແລະ ຮ່ວມມືກັບກະຊວງອື່ນໆທີ່ກ່ຽວຂ້ອງເຊັ່ນ: ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ ໃນການຄວບຄຸມປັດໄຈຄວາມສ່ຽງຂອງພະຍາດ ໃນອາຫານ.

ເຈົ້າໜ້າທີ່ກວດກາອາຫານ ທີ່ສາມາດນໍາໃຊ້ສິດອໍານາດຂອງຕົນ ພາຍໃຕ້ໝວດທີ III ນີ້ ເພື່ອຂໍຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່ ປ.ກ.ສ ໃນເວລາມີຄວາມຈໍາເປັນ.

ເຈົ້າໜ້າທີ່ພາສີຕ້ອງແຈ້ງການໃຫ້ ກອຢ ກ່ອນ ໃນເວລາທີ່ສິນຄ້າອາຫານນໍາເຂົ້າຮອດດ່ານ.

ເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງໄດ້ປະສານງານສົມທົບກັບ ກົມອາຫານ ແລະ ຢາ ໃນການອະນຸຍາດສ້າງຕັ້ງ ແລະ ດໍາເນີນການທຸລະກິດອາຫານ.

  1. ພາກເອກະຊົນ

ຜູ້ດໍາເນີນທຸລະກິດນໍາເຂົ້າ ແລະ ສົ່ງອອກ ຕ້ອງຮັບຜິດຊອບໃນການແຈ້ງສິນຄ້າ ໃຫ້ແກ່ເຈົ້າໜ້າທີ່ກວດກາອາຫານ ກ່ອນສິນຄ້າມາຮອດດ່ານ.

ຜູ້ດໍາເນີນການຜະລິດພາຍໃນ ຕ້ອງຮັບຜິດຊອບໃນການຮັບປະກັນ ການຜະລິດອາຫານໃຫ້ມີຄວາມປອດໄພ. ຂ້າງເທິງ

ມາດຕາ 17. ການຮຽກເກັບຄືນຜະລິດຕະພັນ

ເຈົ້າໜ້າທີ່ກວດກາອາຫານ ຕ້ອງສະເໜີຫົວໜ້າ ກອຢ ອອກຄໍາສັ່ງກ່ຽວກັບການຮຽກ ເກັບຄືນຜະລິດຕະພັນ ໃນຊຸດສິນຄ້ານໍາເຂົ້າ ຫຼື ຜະລິດຕະພັນສໍາລັບຈໍາໜ່າຍ ຫຼື ຂາຍໃນກໍລະນີທີ່ພົບພໍ້ຄວາມບໍ່ສອດຄ່ອງ ຫຼື ການແຈ້ງການຂອງຜູ້ດໍາເນີນທຸລະກິດ. ຫົວໜ້າກົມອາຫານ ແລະ ຢາ ພິຈາລະນາບົດລາຍງານ ແລະ ອອກຄໍາສັ່ງຮຽກເກັບຄືນຜະລິດຕະພັນ ພາຍໃນສອງວັນລັດຖະການ ທີ່ໄດ້ຮັບການສະເໜີຈາກ ຜູ້ກວດກາອາຫານ.

ກະຊວງສາທາລະນະສຸກ ຕ້ອງແຈ້ງໃຫ້ບັນດາກະຊວງ ຫຼື ອົງການສາກົນອື່ນໆ ພາຍຫຼັງການຮຽກເກັບຄືນຜະລິດຕະພັນດັ່ງກ່າວ, ຊີ້ແຈງເຫດຜົນຂອງການຕົກລົງອອກແຈ້ງການດັ່ງກ່າວ. ຂ້າງເທິງ

ໝວດທີ IV
ການກວດກາທຸລະກິດອາຫານ

ມາດຕາ 18. ປະເພດການກວດກາ

ອີງຕາມມາດຕາ 46 ຂອງກົດໝາຍວ່າດ້ວຍອາຫານ ແລະ ມາດຕາ 6 ຂອງຂໍ້ຕົກລົງສະບັບນີ້, ການກວດກາມີ 3 ປະເພດ:

  1. ກວດກາຕາມລະບົບປົກກະຕິ;
  2. ກວດກາໂດຍແຈ້ງລ່ວງໜ້າ; ແລະ
  3. ກວດກາແບບກະທັນຫັນ. ຂ້າງເທິງ

ມາດຕາ 19. ພັນທະ ແລະ ຄວາມຮັບຜິດຊອບຂອງຜູ້ປະກອບການທຸລະກິດອາຫານ ໃນເວລາດໍາເນີນການກວດກາ

ໃນເວລາດໍາເນີນການກວດກາ, ຜູ້ປະກອບການ ຫຼື ຜູ້ຮັບຜິດຊອບຕໍ່ທຸລະກິດອາຫານຕ້ອງ:

  1. ຮ່ວມມື ແລະ ອໍານວຍຄວາມສະດວກ ໃຫ້ແກ່ເຈົ້າໜ້າທີ່ກວດກາໃນການກວດກາ;
  2. ສະໜອງຂໍ້ມູນ ຫຼື ເອກະສານຕ່າງໆທີ່ກ່ຽວຂ້ອງ ຕາມຄວາມຮຽກຮ້ອງຂອງເຈົ້າໜ້າທີ່ກວດກາ;
  3. ອະນຸຍາດໃຫ້ເຈົ້າໜ້າທີ່ເກັບຕົວຢ່າງ ແລະ ຫຼັກຖານ ຊຶ່ງລວມທັງການຖ່າຍຮູບ ແລະ ບັນທຶກພາບ;
  4. ຮັບຜິດຊອບຕໍ່ການລະເມີດລະບຽບ ກົດໝາຍວ່າດ້ວຍອາຫານເຊັ່ນ: ອາຫານທີ່ໝົດອາຍຸ, ອາຫານທີ່ບໍ່ມີຂໍ້ມູນບອກແຈ້ງ ຫຼື ປອມແປງຍີ່ຫໍ້, ລວມທັງການຮັກສາອາຫານ ແລະ ວັດຖຸປຸງແຕ່ງອື່ນໆ ທີ່ບໍ່ຖືກຫຼັກອະນາໄມ; ແລະ
  5. ຮັບຜິດຊອບທຸກຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບ ການທົດສອບ ແລະ ການທໍາລາຍ ຫຼື ການຖິ້ມຜະລິດຕະພັນ. ຂ້າງເທິງ

ມາດຕາ 20. ອາຫານ ຫຼື ທຸລະກິດອາຫານທີ່ສອດຄ່ອງກັບ ລະບຽບກົດໝາຍວ່າດ້ວຍອາຫານ ພາຍຫຼັງການກວດກາ

ຜ່ານການກວດກາ, ຖ້າອາຫານ ຫຼື ທຸລະກິດອາຫານ ມີຄວາມສອດຄ່ອງກັບລະບຽບກົດໝາຍວ່າດ້ວຍອາຫານ ຫຼື ຂໍ້ຕົກລົງສະບັບນີ້, ເຈົ້າໜ້າທີ່ກວດກາອາຫານ ຕ້ອງເຮັດບົດບັນທຶກກ່ຽວກັບຄວາມສອດຄ່ອງ ດັ່ງກ່າວ, ລວມທັງໃຫ້ຂໍ້ແນະນໍາ ແລະ ແກ້ໄຂ ເພື່ອການປະຕິບັດໃຫ້ດີຂຶ້ນກວ່າເກົ່າ ຖ້າມີຄວາມຈໍາເປັນ. ຂ້າງເທິງ

ມາດຕາ 21. ອາຫານທີ່ບໍ່ເໝາະສົມສໍາລັບການບໍລິໂພກ

ໃນເມື່ອເຈົ້າໜ້າທີ່ກວດກາ ມີຫຼັກຖານພຽງພໍວ່າອາຫານໃດໜຶ່ງ ບໍ່ເໝາະສົມຕໍ່ການບໍລິໂພກ ຍ້ອນມີປັດໄຈຄວາມສ່ຽງ ທີ່ຈະພາໃຫ້ເກີດພະຍາດ, ຫຼື ອາດກໍ່ໃຫ້ເກີດອັນຕະລາຍຕໍ່ສຸຂະພາບ, ຫຼື ອາຫານໃດໜຶ່ງທີ່ໃສ່ສະຫຼາກ, ກາໝາຍ ຫຼື ໃຫ້ຂໍ້ມູນທີ່ເປັນການຕົວະຍົວະຫຼອກລວງຜູ້ຊົມໃຊ້ ຫຼື ອາຫານດັ່ງກ່າວບໍ່ສອດຄ່ອງ ກັບກົດໝາຍວ່າດ້ວຍອາຫານ ຫຼື ຂໍ້ຕົກລົງສະບັບນີ້, ເຈົ້າໜ້າທີ່ກວດກາຕ້ອງ:

  1. ເຮັດບົດບັນທຶກເປັນລາຍລັກອັກສອນ ແລະ ແຈ້ງບອກຜູ້ດໍາເນີນ ຫຼື ຜູ້ຮັບຜິດຊອບຕໍ່ທຸລະກິດອາຫານ ເພື່ອແກ້ໄຂຄວາມບໍ່ສອດຄ່ອງດັ່ງກ່າວ;
  2. ເມື່ອມີການກວດກາຄືນອີກເທື່ອໃໝ່ ພາຍໃນສອງອາທິດ, ຖ້າເຈົ້າໜ້າທີ່ກວດກາເຫັນວ່າ ຄວາມບໍ່ສອດຄ່ອງດັ່ງກ່າວໄດ້ມີການແກ້ໄຂ ຢ່າງເປັນທີ່ໜ້າພໍໃຈ ກໍຕ້ອງໄດ້ຖອນໃບແຈ້ງການຄືນ;
  3. ໃນກໍລະນີຄວາມບໍ່ສອດຄ່ອງບໍ່ໄດ້ຮັບການແກ້ໄຂ ໃນຄັ້ງທີສອງ ຫຼື ສາມ ຫຼື ຄັ້ງທໍາອິດທີ່ບໍ່ມີຄວາມສອດຄ່ອງຢ່າງຮ້າຍແຮງ ເຈົ້າໜ້າທີ່ກວດກາອາຫານ ສາມາດຍຶດຜະລິດຕະພັນອາຫານດັ່ງກ່າວ ແລະ ປັບໃໝຜູ້ດໍາເນີນທຸລະກິດອາຫານ ແລະ ເຈົ້າຂອງຜະລິດຕະພັນ 10% ຂອງມູນຄ່າສິນຄ້າຕາມທ້ອງຕະຫຼາດ;
  4. ໃນກໍລະນີມີຄວາມບໍ່ສອດຄ່ອງຢ່າງຮ້າຍແຮງທີ່ສຸດ, ເຈົ້າໜ້າທີ່ກວດກາອາຫານ ສາມາດຍຶດຜະລິດຕະພັນອາຫານດັ່ງກ່າວ, ເຄື່ອນຍ້າຍຜະລິດຕະພັນໄປຢູ່ບ່ອນທີ່ກໍານົດໄວ້ ຫຼື ທໍາລາຍ ແລະ ປັບໃໝຜູ້ດໍາເນີນທຸລະກິດອາຫານ ແລະ ເຈົ້າຂອງຜະລິດຕະພັນ 50% ຂອງມູນຄ່າສິນຄ້າຕາມທ້ອງຕະຫຼາດ.

ເຈົ້າໜ້າທີ່ກວດກາອາຫານຕ້ອງ ອອກໃບຢັ້ງຢືນການຍຶດສິນຄ້າໃຫ້ແກ່ ຜູ້ດໍາເນີນທຸລະກິດອາຫານ ແລະ ຜູ້ຮັບຜິດຊອບຜະລິດຕະພັນອາຫານ ສໍາລັບສິນຄ້າທີ່ຖືກຍຶດ ພາຍໃຕ້ຂໍ້ຕົກລົງສະບັບນີ້.

ເຈົ້າຂອງຜະລິດຕະພັນອາຫານ ຫຼື ຜູ້ດໍາເນີນທຸລະກິດອາຫານ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆ ກ່ຽວກັບການເຄື່ອນຍ້າຍ ຫຼື ການທໍາລາຍຊຶ່ງປະຕິບັດໂດຍ ເຈົ້າໜ້າທີ່ກວດກາອາຫານ. ອາຫານທີ່ຖືກສັ່ງເຄື່ອນຍ້າຍ ຫຼື ທໍາລາຍໃນໃບແຈ້ງການ ຕ້ອງໄດ້ປະຕິບັດຕາມຄູ່ມືການກວດກາອາຫານ.

ເຈົ້າໜ້າທີ່ກວດກາອາຫານ ຕ້ອງຂໍອະນຸຍາດຈາກຂັ້ນເທິງ ເພື່ອດໍາເນີນການເຊັ່ນ: ແຈ້ງຕໍ່ສາທາລະນະຊົນ, ຮຽກເກັບຜະລິດຕະພັນຄືນ, ຈໍາກັດ ຫຼື ຫ້າມການຈໍາໜ່າຍຜະລິດຕະພັນໃຫ້ທັນເວລາ. ຂ້າງເທິງ

ມາດຕາ 22. ການນໍາໃຊ້ສະຖານທີ່ນອກຂອບເຂດການອະນຸຍາດ

ສະຖານທີ່ ທີ່ໄດ້ຮັບອະນຸຍາດສໍາລັບທຸລະກິດອາຫານ ຕ້ອງບໍ່ນໍາໃຊ້ສໍາລັບຈຸດປະສົງອື່ນ. ຂ້າງເທິງ

ໝວດທີ V
ການກວດກາອາຫານນໍາເຂົ້າ

ມາດຕາ 23. ການປະເມີນຄວາມສ່ຽງສໍາລັບອາຫານນໍາເຂົ້າ

ລະບຽບການກ່ຽວກັບການກວດກາອາຫານນໍາເຂົ້າ ທີ່ອອກໂດຍກະຊວງສາທາລະນະສຸກ ຕ້ອງອີງໃສ່ພື້ນຖານການປະເມີນຄວາມສ່ຽງ. ລະດັບຄວາມສ່ຽງທີ່ກໍານົດໃນອາຫານ ຕ້ອງມີການທົບທວນຄືນ ເປັນແຕ່ລະໄລຍະ ເພື່ອພິຈາລະນາຂໍ້ມູນໃໝ່.

ກອຢ ຕ້ອງຮັບປະກັນວ່າລະບຽບການກວດກາອາຫານນໍາເຂົ້າ ຕ້ອງໄດ້ເຜີຍແຜ່ໃຫ້ສາທາລະນະຊົນ ຢ່າງທົ່ວເຖິງ ແລະ ມີການປັບປຸງເປັນປະຈໍາ ໂດຍອີງຕາມຂໍ້ມູນທາງວິທະຍາສາດ.

ໃນການກໍານົດລະດັບຄວາມສ່ຽງ ສໍາລັບອາຫານນໍາເຂົ້າ, ກອຢ ຕ້ອງໄດ້ມີການປະເມີນຄວາມສ່ຽງ ຂອງຄວາມປອດໄພຂອງອາຫານ ຕໍ່ສຸຂະພາບຄົນ ອີງຕາມຂໍ້ມູນວິທະຍາສາດທີ່ມີ ດັ່ງນີ້:

  1. ການກໍານົດທາງດ້ານວິທະຍາສາດ ກ່ຽວກັບຄວາມສ່ຽງຂອງຄວາມປອດໄພອາຫານ;
  2. ມີການຄວບຄຸມຂັ້ນຕອນການຜະລິດທີ່ພຽງພໍ ໃນການສົ່ງອອກ;
  3. ປະຫວັດຄວາມສອດຄ່ອງຂອງອາຫານ, ໂດຍບໍ່ຄໍານຶງເຖິງແຫຼ່ງທີ່ມາຂອງອາຫານ;
  4. ປະຫວັດຄວາມສອດຄ່ອງຂອງອາຫານທີ່ຄໍານຶງເຖິງ ແຫຼ່ງທີ່ມາຂອງອາຫານດັ່ງກ່າວ ລວມທັງປະຫວັດຄວາມສອດຄ່ອງຂອງປະເທດສົ່ງອອກ, ຜູ້ຜະລິດ ແລະ ໂຮງງານ, ຜູ້ສົ່ງອອກ, ຜູ້ຂົນສົ່ງ ແລະ ຜູ້ນໍາເຂົ້າ; ແລະ
  5. ບົດລາຍງານຈາກອົງການກວດກາ ຫຼື ອົງການຢັ້ງຢືນທີ່ຖືກຮັບຮູ້ເປັນທາງການ. ຂ້າງເທິງ

ມາດຕາ 24. ຂັ້ນຕອນການກວດກາ ແລະ ການກໍານົດສໍາລັບອາຫານນໍາເຂົ້າ

ເຈົ້າໜ້າທີ່ກວດກາສາມາດກວດກາອາຫານໃດໜຶ່ງ ທີ່ນໍາເຂົ້າມາ ສປປ ລາວ, ໂດຍພິຈາລະນາຕາມມາດຕາ 6 ແລະ ມາດຕາ 22, ໂດຍປະຕິບັດຕາມຄວາມເໝາະສົມເຊັ່ນ: ກວດກາເອກະສານ, ກວດກາດ້ວຍຕາເປົ່າ ຫຼື ກວດໂດຍການສໍາພັດ, ຫຼື ປະຕິບັດທັງໝົດທີ່ກ່າວມາ. ຂັ້ນຕອນການກວດກາ ເຊັ່ນດຽວກັນກັບເງື່ອນໄຂມາດຖານ ການຍອມຮັບ, ການປະຕິເສດ, ກັກ, ປ່ຽນສະພາບ ຫຼື ໃສ່ສະຫຼາກຄືນ ຕ້ອງກໍານົດໄວ້ໃນຄູ່ມືການກວດກາ.

ການກວດກາອາຫານນໍາເຂົ້າ ຕ້ອງດໍາເນີນຢູ່ດ່ານຊາຍແດນຂາເຂົ້າ ຫຼື ສາງຜູ້ປະກອບການທີ່ໄດ້ຮັບອະນຸຍາດ, ຍົກເວັ້ນໃນກໍລະນີອາຫານ ທີ່ຕ້ອງຮັກສາໃນເງື່ອນໄຂອຸນຫະພູມສະເພາະ ແລະ ດ່ານນໍາເຂົ້າບໍ່ມີເງື່ອນໄຂ ໃນການຮັກສາອຸນຫະພູມດັ່ງກ່າວ ຈະຕ້ອງໄດ້ກວດຢູ່ສາງຂອງທຸລະກິດອາຫານ ຫຼື ສະຖານທີ່ ທີ່ໄດ້ກໍານົດລ່ວງໜ້າ.

ການກວດກາແບບກາຍຍະພາບ ສໍາລັບອາຫານນໍາເຂົ້າຕ້ອງດໍາເນີນຕາມເງື່ອນໄຂລຸ່ມນີ້:

  1. ອາຫານທີ່ຖືກຈັດເປັນປະເພດຄວາມສ່ຽງສູງ;
  2. ມີການສົງໄສວ່າມີຄວາມບໍ່ສອດຄ່ອງ ຂອງຜະລິດຕະພັນບາງຢ່າງ; ຫຼື
  3. ມີປະຫວັດຄວາມບໍ່ສອດຄ່ອງຂອງຜະລິດຕະພັນ, ຜູ້ປຸງແຕ່ງ, ຜູ້ນໍາເຂົ້າ ຫຼື ປະເທດທີ່ສົ່ງອອກ.

ໃນກໍລະນີທີ່ມີການເກັບຕົວຢ່າງ, ເຈົ້າໜ້າທີ່ກວດກາອາຫານຕ້ອງປະຕິບັດດັ່ງນີ້:

  1. ເກັບ, ປິດຕົວຢ່າງດັ່ງກ່າວ ແລະ ໃສ່ເຄື່ອງໝາຍຕາມທີ່ກໍານົດໄວ້, ໂດຍການຊ້ອງໜ້າຂອງເຈົ້າຂອງສິນຄ້າ, ຜູ້ນໍາເຂົ້າ ຫຼື ຜູ້ທີ່ຮັບຜິດຊອບອາຫານ, ອະນຸຍາດໃຫ້ເຈົ້າຂອງເກັບຮັກສາຕົວຢ່າງ ໃນຊຸດຜະລິດຕະພັນດຽວກັນ ເພື່ອເປັນຫຼັກຖານ ແລະ ຈຸດປະສົງໃນການຄວບຄຸມ;
  2. ຕາມຄູ່ມືການກວດກາ;
  3. ໃຫ້ປ່ອຍຊຸດສິນຄ້ານໍາເຂົ້າ ຖ້າເຫັນວ່າມີສອດຄ່ອງຕາມລະບຽບການ;
  4. ກັກສິນຄ້າ ຖ້າເຫັນວ່າມີຄວາມບໍ່ສອດຄ່ອງຕາມລະບຽບການ ຢູ່ໃນລະດັບຕໍ່າ ແລະ ໃນກໍລະນີທີ່ເຈົ້າໜ້າທີ່ ກວດກາພິຈາລະນາເຫັນວ່າມີຄວາມຈໍາເປັນ ຕ້ອງອອກໃບແຈ້ງເຕືອນສັ່ງການເຄື່ອນຍ້າຍຊົ່ວຄາວ ໄປຢູ່ສະຖານທີ່ ທີ່ລະບຸໄວ້ ຫຼື ອະນຸຍາດໃຫ້ໃສ່ສະຫຼາກໃໝ່ ຫຼື ດໍາເນີນການອື່ນໆ ເພື່ອໃຫ້ສອດຄ່ອງຕາມມາດຕະຖານອາຫານ ສປປ ລາວ;
  5. ໃນກໍລະນີສິນຄ້າບໍ່ສອດຄ່ອງຕາມລະບຽບການ ໃນລະດັບຮ້າຍແຮງ, ໃຫ້ອອກໃບແຈ້ງການສັ່ງທໍາລາຍສິນຄ້າ ໂດຍທັນທີ ແລະ ໃນກໍລະນີທີ່ຜູ້ນໍາເຂົ້າ ບໍ່ດໍາເນີນການທໍາລາຍ ພາຍໃນ 3 ມື້, ໃຫ້ເຈົ້າໜ້າທີ່ກວດກາ ສາມາດດໍາເນີນການໄດ້ທັນທີ; ແລະ
  6. ໃນກໍລະນີສິນຄ້າບໍ່ຖືກຕາມຂໍ້ກໍານົດ ແລະ ບໍ່ເໝາະສົມຕໍ່ການບໍລິໂພກຂອງຄົນ, ໃຫ້ອອກໃບແຈ້ງການສັ່ງຫັນປ່ຽນການນໍາໃຊ້ ຜະລິດຕະພັນອາຫານດັ່ງກ່າວເປັນຢ່າງອື່ນ ທີ່ບໍ່ແມ່ນເພື່ອການບໍລິໂພກຂອງຄົນ (ຕ້ອງມີບົດອະທິບາຍລະອຽດແຕ່ລະກໍລະນີ).

ຊຸດສິນຄ້ານໍາເຂົ້າຕ້ອງບໍ່ຖືກປ່ອຍອອກ ຈົນກວ່າຜ່ານຂັ້ນຕອນການກວດກາ, ລວມທັງໃບຮັບຂອງຫ້ອງທົດລອງ ຫຼື ຜົນການທົດລອງ. ເຈົ້າໜ້າທີ່ກວດກາຕ້ອງຮັບປະກັນວ່າ ຂັ້ນຕອນດັ່ງກ່າວຖືກດໍາເນີນໄວເທົ່າທີ່ໄວໄດ້. ຄ່າໃຊ້ຈ່າຍຕ່າງໆຂອງການກວດກາ, ຂົນສົ່ງ, ວິເຄາະ, ເກັບຮັກສາ ຫຼື ທໍາລາຍແມ່ນຜູ້ນໍາເຂົ້າຕ້ອງເປັນຜູ້ຮັບຊອບທັງໝົດ.

ໃນກໍລະນີອາຫານທີ່ຈະນໍາເຂົ້າລະເມີດ ກົດໝາຍອາຫານ ແລະ ມາດຕະຖານໃນ ສປປ ລາວ, ກອຢ ສາມາດອະນຸຍາດໃຫ້ນໍາເຂົ້າມາໄດ້ ພຽງແຕ່ເພື່ອຈຸດປະສົງໃສ່ສະຫຼາກໃໝ່ ຫຼື ຫັນປ່ຽນການນໍາໃຊ້. ຖ້າຕໍ່ມາອາຫານທີ່ຜ່ານຂັ້ນຕອນດັ່ງກ່າວ ແລະ ສອດຄ່ອງກັບມາດຕະຖານທີ່ກ່ຽວຂ້ອງ ກໍອາດຖືກປ່ອຍໃຫ້ເຂົ້າມາ ສປປ ລາວ ໄດ້. ໃນກໍລະນີການໃສ່ສະຫຼາກໃໝ່ ແລະ ຫັນປ່ຽນການນໍາໃຊ້ດັ່ງກ່າວ ບໍ່ຖືກປະຕິບັດຕາມເວລາທີ່ກໍານົດໄວ້, ຜູ້ນໍາເຂົ້າຕ້ອງສົ່ງອອກ ຫຼື ຖິ້ມອາຫານດັ່ງກ່າວ ໂດຍຮັບຜິດຊອບຄ່າໃຊ້ຈ່າຍດ້ວຍຕົນເອງ.

ໃນກໍລະນີເຈົ້າໜ້າທີ່ກວດກາພົບບັນຫາ ໃນອາຫານນໍາເຂົ້າຊຶ່ງມີລະດັບຮ້າຍແຮງ ຈົນກາຍເປັນກໍລະນີສຸກເສີນ, ຜູ້ກ່ຽວຕ້ອງແຈ້ງໃຫ້ຫົວໜ້າ ກອຢ ຮັບຊາບໂດຍທັນທີ, ຊຶ່ງບັນຫາດັ່ງກ່າວຈະຖືກແຈ້ງ ໃຫ້ປະເທດສົ່ງອອກຮັບຊາບ ພາຍໃນ 2 ວັນ ຫຼັງຈາກໄດ້ຮັບການແຈ້ງຈາກເຈົ້າໜ້າທີ່ກວດກາ. ຂ້າງເທິງ

ມາດຕາ 25. ຄວາມທຽບເທົ່າ

ກະຊວງສາທາລະນະສຸກ ຕ້ອງສ້າງກົນໄກ ເພື່ອຮັບຮອງເອົາລະບົບການກວດກາ ແລະ ຄວບຄຸມຂອງປະເທດສົ່ງອອກ ຊຶ່ງສາມາດບັນລຸລະດັບການປົກປ້ອງທີ່ຄືກັນ ຕາມການກໍານົດຂອງ ສປປ ລາວ. ຂ້າງເທິງ

ມາດຕາ 26. ຄ່າໃຊ້ຈ່າຍກ່ຽວກັບການກວດກາ-ທົດສອບ ອາຫານນໍາເຂົ້າ ຫຼື ຄວາມສອດຄ່ອງຕາມແຈ້ງການ

ຜູ້ນໍາເຂົ້າຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆ ໃນການວິໄຈ-ວິເຄາະຕົວຢ່າງອາຫານ, ການທໍາລາຍ, ຫຼື ການດໍາເນີນການອື່ນໆ ເພື່ອເຮັດໃຫ້ອາຫານດັ່ງກ່າວສອດຄ່ອງ ຕາມກົດໝາຍອາຫານ ແລະ ລະບຽບການອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນແຈ້ງການ. ຂ້າງເທິງ

ໝວດທີ VI
ການກວດກາອາຫານສໍາລັບສົ່ງອອກ

ມາດຕາ 27. ການອອກເອກະສານຢັ້ງຢືນ ເພື່ອການສົ່ງອອກ

ເມື່ອມີຄວາມຮຽກຮ້ອງຕ້ອງການ, ກອຢ ຕ້ອງອອກໃບຢັ້ງຢືນກ່ຽວກັບ ຜະລິດຕະພັນອາຫານ ທີ່ມີຄວາມສອດຄ່ອງ ຕາມມາດຕະຖານທີ່ກໍານົດຢູ່ປະເທດນໍາເຂົ້າ. ກອຢ ສາມາດອອກໃບຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນ (Health certificate), ໃບຢັ້ງຢືນການວິເຄາະ (Certificate of Analysis) ຫຼື ເອກະສານອື່ນໆທີ່ຈໍາເປັນ ເພື່ອການສົ່ງອອກ ພາຍຫຼັງການກວດກາ, ກວດສອບ ແລະ ໄດ້ຈົດທະບຽນຜະລິດຕະພັນດັ່ງກ່າວແລ້ວ. ຂ້າງເທິງ

ໝວດທີ VII
ບົດບັນຍັດອື່ນ

ມາດຕາ 28. ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ ດ້ວຍຮູບການທີ່ເໝາະສົມ ຈາກກະຊວງສາທາລະນະສຸກ. ຂ້າງເທິງ

ມາດຕາ 29. ການທົດແທນ

ກະຊວງສາທາລະນະສຸກ ກໍຄືເຈົ້າໜ້າທີ່ກວດກາຈະບໍ່ຮັບຜິດຊອບຕໍ່ ການທົດແທນການເສຍລາຍໄດ້ ທີ່ເກີດຈາກການທໍາລາຍ ຫຼື ການສັ່ງຢຸດຊົ່ວຄາວ ຫຼື ການປິດກິດຈະການທຸລະກິດອາຫານ ຢ່າງຖາວອນ ຫຼື ການດໍາເນີນການ ແລະ ຕັດສິນໃຈໃດທີ່ຖືກຕ້ອງ ພາຍໃຕ້ຈຸດປະສົງຂອງກົດໝາຍອາຫານ ຫຼື ລະບຽບການກ່ຽວຂ້ອງ. ຂ້າງເທິງ

ມາດຕາ 30. ການກວດສອບ

ການປະຕິບັດວຽກງານຂອງເຈົ້າໜ້າທີ່ກວດກາກໍ່ຄື ກອຢ ຕ້ອງຖືກທົບທວນຄືນ ແລະ ກວດສອບເປັນແຕ່ລະໄລຍະ ເພື່ອການປັບປຸງ ແລະ ເພື່ອຮັບປະກັນການປະຕິບັດຕາມຂັ້ນຕອນ ແລະ ຂໍ້ກໍານົດກົດລະບຽບ ຂອງເຈົ້າໜ້າທີ່ກວດກາອາຫານ. ກົມອາຫານ ແລະ ຢາຕ້ອງຮັບປະກັນຄວາມຊື່ສັດ, ຈັນຍາບັນ, ຄວາມທ່ຽງທໍາ ແລະ ຄວາມເປັນເອກະລາດຂອງລະບົບກວດກາອາຫານໃນ ສປປ ລາວ. ຂ້າງເທິງ

ມາດຕາ 31. ຄ່າທໍານຽມ

ຜູ້ດໍາເນີນທຸລະກິດອາຫານ ຕ້ອງໄດ້ຈ່າຍຄ່າທໍານຽມການບໍລິການຕ່າງໆ ທີ່ພົວພັນເຖິງການກວດກາ, ການເກັບຕົວຢ່າງ, ການກວດສອບ ແລະ ການຢັ້ງຢືນ ຕາມລະບຽບການທີ່ໄດ້ກໍານົດ ໃນລັດຖະດໍາລັດຂອງປະທານປະເທດໃນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 32. ການລົງໂທດທາງບໍລິຫານ

ບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ບໍ່ປະຕິບັດຕາມກົດໝາຍອາຫານ ຫຼື ຂໍ້ຕົກລົງສະບັບນີ້ ຕ້ອງຖືກແຈ້ງຕັກເຕືອນ ແລະ ອາດຖືກລົງໂທດທາງບໍລິຫານ. ຜູ້ກະທໍາຜິດຄັ້ງທໍາອິດຈະຖືກແຈ້ງຕັກເຕືອນ ເພື່ອປະຕິບັດການແກ້ໄຂ ໃນກໍລະນີການດໍາເນີນການດັ່ງກ່າວ ບໍ່ຖືກປະຕິບັດ, ຫຼື ສໍາລັບຜູ້ກະທໍາຜິດຄັ້ງທີສອງ, ເຈົ້າໜ້າທີ່ກວດກາ ຕ້ອງຍຶດຜະລິດຕະພັນອາຫານທີ່ສົງໄສ ແລະ ປັບໃໝເປັນຈໍານວນ 10 ເປີເຊັນຂອງມູນຄ່າສິນຄ້າ ຕາມລາຄາທ້ອງຕະຫຼາດ ແລະ ໂຈະກິດຈະການຊົ່ວຄາວ. ສໍາລັບຜູ້ກະທໍາຜິດຄັ້ງທີສາມ, ເຈົ້າໜ້າທີ່ກວດກາ ຕ້ອງຍຶດຜະລິດຕະພັນອາຫານທີ່ສົງໄສ ແລະ ປັບໃໝເປັນຈໍານວນເງິນສອງເທົ່າ ຂອງຄັ້ງທີສອງ ແລະ ປິດກິດຈະການ. ຂ້າງເທິງ

ມາດຕາ 33. ການກະທໍາຜິດທາງອາຍາ

ໃນກໍລະນີທີ່ມີການລະເມີດຕໍ່ກົດໝາຍອາຫານ ຫຼື ຂໍ້ຕົກລົງສະບັບນີ້ຢ່າງຮ້າຍແຮງ ຊຶ່ງກໍ່ໃຫ້ເກີດອັນຕະລາຍຕໍ່ສຸຂະພາບ ຫຼື ຊີວິດຂອງຄົນ, ເຈົ້າໜ້າທີ່ກວດກາອາຫານ ສາມາດດໍາເນີນຄະດີກັບຜູ້ກະທໍາຜິດ ຕາມຂະບວນການກົດໝາຍທີ່ກ່ຽວຂ້ອງ ໃນ ສປປ ລາວ. ຂ້າງເທິງ

ມາດຕາ 34. ການກະທໍາຜິດໂດຍເຈົ້າໜ້າທີ່ກວດກາ

ໃນກໍລະນີເຈົ້າໜ້າທີ່ກວດກາ ປະຕິບັດໜ້າທີ່ນອກສິດອໍານາດຂອງຕົນ ທີ່ໄດ້ກໍານົດໄວ້ ຕ້ອງຖືກດໍາເນີນຄະດີ ອີງຕາມກົດໝາຍທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 35. ການຮ້ອງຮຽນ

ໃນກໍລະນີບຸກຄົນ ຫຼື ນິຕິບຸກຄົນທີ່ບໍ່ພໍໃຈຕໍ່ການປະຕິບັດມາດຕະການ ຂອງເຈົ້າໜ້າທີ່ກວດກາ, ຜູ້ກ່ຽວມີສິດຍື່ນຄໍາຮ້ອງຮຽນທາງບໍລິຫານ ຕໍ່ກົມອາຫານ ແລະ ຢາ, ຊີ້ແຈງເຫດຜົນຂອງການຮ້ອງຮຽນດັ່ງກ່າວ. ກົມອາຫານ ແລະ ຢາຕ້ອງຕັດສິນ ພາຍໃນ 30 ວັນ ຫຼັງຈາກການຮັບຍື່ນຮ້ອງຮຽນ. ໃນກໍລະນີທີ່ບຸກຄົນດັ່ງກ່າວ ຍັງບໍ່ພໍໃຈຕໍ່ຄໍາຕັດສິນ ຜູ້ກ່ຽວສາມາດຍື່ນຮ້ອງຮຽນ ຂຶ້ນຫາລັດຖະມົນຕີກະຊວງສາທາລະນະສຸກ ພາຍໃນ 45 ວັນທີ່ໄດ້ຮັບຄໍາຕັດສິນ ຈາກກົມອາຫານ ແລະ ຢາ. ກະຊວງສາທາລະນະສຸກ ຕ້ອງໄດ້ອອກຄໍາຕັດສິນພາຍໃນ 60 ວັນ ຫຼັງຈາກການຮັບເອກະສານຮ້ອງຮຽນ.

ໃນກໍລະນີທີ່ບຸກຄົນດັ່ງກ່າວ ຍັງບໍ່ພໍໃຈຕໍ່ຄໍາຕັດສິນຂອງກະຊວງສາທາລະນະສຸກ, ຜູ້ກ່ຽວສາມາດຍື່ນຄໍາຮ້ອງຟ້ອງຂຶ້ນຫາສານ ໂດຍອີງຕາມກົດໝາຍ ສປປ ລາວ ທີ່ກ່ຽວຂ້ອງ. ຂ້າງເທິງ

ໝວດທີ VIII
ບົດບັນຍັດສຸດທ້າຍ

ມາດຕາ 36. ການຈັດຕັ້ງປະຕິບັດ

ມອບໃຫ້ກົມອາຫານ ແລະ ຢາ ເປັນເຈົ້າການໃນການຜັນຂະຫຍາຍ ແລະ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງຂໍ້ຕົກລົງສະບັບນີ້ ໃຫ້ປະກົດຜົນເປັນຈິງ. ຂ້າງເທິງ

ມາດຕາ 37. ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດບັງຄັບໃຊ້ ຫຼັງຈາກ 180 ວັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂໍ້ຕົກລົງ ແລະ ລະບຽບການສະບັບໃດ ທີ່ຂັດກັບຂໍ້ຕົກລົງສະບັບນີ້ລ້ວນແຕ່ຖືກລົບລ້າງ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງສາທາລະນະສຸກ
ສາດສະດາຈານ ດຣ. ເອກະສະຫວ່າງ ວົງວິຈິດ

 

# ຫົວຂໍ້ ດາວໂຫຼດ
1 Decision on Food Inspection No. 297/MOH PDF
2 ຂໍ້ຕົກລົງ ວ່າດ້ວຍ ການກວດກາອາຫານ ເລກທີ 297/ກຊສ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ກວດກາອາຫານນຳເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ສາທາລະນະສຸກ ການນໍາເຂົ້າອາຫານ ຕ້ອງໄດ້ຮັບການກວດກາ ໂດຍຫຼັກ ການປະເມີນຄວາມສ່ຽງ ຈາກເຈົ້າ ໜ້າທີ່ອາຫານ ແລະ ຢາ ປະຈໍາດ່ານ.
  1. ຂໍ້ຕົກລົງ ວ່າດ້ວຍ ການກວດກາອາຫານ ເລກທີ 297/ກຊສ
  2. ຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ເລກທີ 1166/ສທ, ລົງວັນທີ 21 ມິຖຸນາ 2018
9999-12-31 ALL
2 ຮຽກຮອ້ງໃຫ້ຜູ້ນຳເຂົ້າອາຫານຕ້ອງໄດ້ຂື້ນທະບຽນ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ຜູ້ນຳເຂົ້າອາຫານ ທີ່ຖືກບໍລິໂພກດ້ວຍຄົນເຮົາ ແລະ ຢູ່ໃນຄວາມຮັບຜິດຊອບຂອງກະຊວງສາທາລະນະສຸກ ຕ້ອງໄດ້ຂຶ້ນທະບຽນດໍາເນີນທຸລະກິດກັບກົມອາຫານ ແລະ ຢາF ກະຊວງສາທາລະນະສຸກ
  1. ຂໍ້ຕົກລົງ ວ່າດ້ວຍ ການກວດກາອາຫານ ເລກທີ 297/ກຊສ
  2. ຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ເລກທີ 1166/ສທ, ລົງວັນທີ 21 ມິຖຸນາ 2018
9999-12-31 ALL
3 ຕ້ອງມີໃບຢັ້ງຢືນຈາກປະເທດຕົ້ນທາງ ສຳລັບການນຳເຂົ້າອາຫານ SPS ກະຊວງ ສາທາລະນະສຸກ ການນຳເຂົ້າອາຫານ ແລະ ຜະລິດຕະພັນອາຫານ, ຜູ້ນຳເຂົ້າຕ້ອງມີໃບຢັ້ງຢືນຄຸນນະພາບອາຫານທີ່ອອກໂດຍປະເທດຜູ່ສົ່ງອອກ ເຊັ່ນ: ໃບ Free sale Certificate, ໃບຢັ້ງຢືນ GHP, GMP, HACCP, ISO 22000 ຫຼື ການຢັ້ງຢືນອື່ນໆ ເພື່ອຍື່ນຂໍອະນຸຍາດນຳເຂົ້າຈາກກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຫຼື ພະແນກສາທາລະນະສຸກ ແຂວງ, ນະຄອນຫຼວງ ຂໍ້ຕົກລົງ ວ່າດ້ວຍ ການກວດກາອາຫານ ເລກທີ 297/ກຊສ 9999-12-31 ALL
4 ຕ້ອງນຳເຂົ້າອາຫານ ສະເພາະດ່ານຊາຍແດນທີ່ໄດ້ກຳນົດໄວ້ ທົ່ວໄປ ກະຊວງ ສາທາລະນະສຸກ ອາຫານ ຕ້ອງນຳເຂົ້າສະເພາະດ່ານຊາຍແດນ ທີ່ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ກ່ຽວຂ້ອງໄດ້ກໍານົດໄວ້.
  1. ຂໍ້ຕົກລົງ ວ່າດ້ວຍ ການກວດກາອາຫານ ເລກທີ 297/ກຊສ
  2. ຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ເລກທີ 1166/ສທ, ລົງວັນທີ 21 ມິຖຸນາ 2018
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.