ຜະລິດຕະພັນອາຫານ ຕ້ອງໄດ້ຂື້ນທະບຽນ ແລະ ຕິດສະຫຼາກ ອຢ ກ່ອນວັນທີ 31 ທັນວາ 2024

ອີງຕາມ ແຈ້ງການ ສະບັບເລກທີ 2666/ຫອຄ, ລົງວັນທີ 09 ຕຸລາ 2024 ໃຫ້ໂຈະການນໍາເຂົ້າ ແລະ ຈໍາໜ່າຍ ຜະລິດຕະພັນອາຫານ ທີ່ບໍ່ໄດ້ແຈ້ງຂື້ນທະບຽນ ນໍາກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ບໍ່ໄດ້ພິມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ ເປັນຕົ້ນ ແມ່ນ ຜະລິດຕະພັນນໍ້າດື່ມໃນພາຊະນະບັນຈຸປິດ,  ເຄື່ອງດື່ມຊູກຳລັງ, ເຄື່ອງດື່ມປະສົມວິຕາມິນຕ່າງໆ, ອາຫານເສີມ ແລະ ປາແດກປຸງສຸກສຳເລັດຮູບ ນັບແຕ່ວັນທີ 1 ມັງກອນ 2025 ເປັນຕົ້ນໄປ.

ການພິມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ ຕ້ອງດຳເນີນມາແຕ່ຕົ້ນທາງ (ຈາກໂຮງງານ) ແລະ ໃຫ້ເລີ່ມປະຕິບັດແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ໃນໄລຍະຂ້າມຜ່ານການຈັດຕັ້ງປະຕິບັດ ບໍລິສັດນຳເຂົ້າ ແລະ ສົ່ງອອກ, ຜູ້ຂາຍຍົກ-ຂາຍຍ່ອຍ ແລະ ຜູ້ຜະລິດພາຍໃນ ສາມາດພິມເປັນສະຕິກເກີ້ ຕິດໃສ່ຜະລິດຕະພັນໄດ້.

ໃຫ້ບັນດາ ບໍລິສັດນຳເຂົ້າ, ຮ້ານຂາຍຍົກ-ຂາຍຍ່ອຍ ແລະ ຜູ້ຜະລິດພາຍໃນ ຮີບຮ້ອນພົວພັນກັບກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ເພື່ອຂຶ້ນທະບຽນຜະລິດຕະພັນ ແລະ ພິມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍອາຫານ ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013 ໃຫ້ສໍາເລັດກ່ອນວັນທີ 31 ທັນວາ 2024.

ບໍລິສັດນຳເຂົ້າ, ຮ້ານຂາຍຍົກ-ຂາຍຍ່ອຍ ແລະ ຜູ້ຜະລິດພາຍໃນ ທີ່ລະເມີດແຈ້ງການສະບັບນີ້ ຈະຖືກປະຕິບັດມາດຕະການປັບໄໝ, ຍຶດສິນຄ້າ ລວມໄປເຖິງການໂຈະ ຫຼື ຍົກເລີກສິດ ໃນການເປັນຜູ້ນຳເຂົ້າ, ຂາຍຍົກ-ຂາຍຍ່ອຍ ແລະ ຜະລິດ.

ລາຍລະອຽດເພີມເຕີມ ກະລຸນາສອບຖາມ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ຕາມໂມງລັດຖະການ ໄດ້ທີ່ເບີໂທ: 021 214013 ຫຼຶ ເວັບໄຊທ໌: http://www.fdd.gov.la ແລະ http://www.fdd.gov.la/contactUs.php

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?