ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ອະທິບາຍຄຳສັບ
ມາດຕາ 3. ຂອບເຂດການນຳໃຊ້

ໝວດທີ 2 - ລະບຽບການຂໍອະນຸຍາດນຳເຂົ້າ  ຫຼື ສົ່ງອອກເຂົ້າ

ມາດຕາ 4. ສິດ ແລະ ເງື່ອນໄຂໃນການນຳເຂົ້າ ຫຼື ສົ່ງອອກເຂົ້າ
ມາດຕາ 5. ການຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກເຂົ້າ
ມາດຕາ 6. ເອກະສານປະກອບຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກເຂົ້າ
ມາດຕາ 7. ໃບອະນຸຍາດນຳເຂົ້າ ແລະ ສົ່ງອອກເຂົ້າ
ມາດຕາ 8. ຄ່າທຳນຽມ ແລະ ຄ່າບໍລິການ
ມາດຕາ 9. ການສະໜອງເອກະສານໃນເວລານຳເຂົ້າ ຫຼື ສົ່ງອອກເຂົ້າຕົວຈິງ

ໝວດທີ 3 - ບົດບັນຍັດສຸດທ້າຍ

ມາດຕາ 10. ການຈັດຕັ້ງປະຕິບັດ
ມາດຕາ 11. ຜົນສັກສິດ   


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ   ເລກທີ 0452/ອຄ.ກຂອ
ນະຄອນຫລວງວຽງຈັນ, ວັນທີ 01 ມີນາ 2012

ຂໍ້ຕົກລົງ
ວ່າດ້ວຍລະບຽບການຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກເຂົ້າ

ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ຂໍ້ຕົກລົງສະບັບນີ້ວາງອອກ ເພື່ອກຳນົດລະບຽບການຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກເຂົ້າ ແລະ ເພື່ອເກັບກຳຂໍ້ມູນສະຖິຕິໃນການນຳເຂົ້າ ແລະ ສົ່ງອອກເຂົ້າ ໂດຍຜ່ານລະບອບການອອກໃບອະນຸຍາດນຳເຂົ້າ ແລະ ສົ່ງອອກແບບອັດຕະໂນມັດ, ແຕ່ບໍ່ໄດ້ນຳໃຊ້ໃນການຈຳກັດປະລິມານ ຫຼື ມູນຄ່າໃນການນຳເຂົ້າ ແລະ ສົ່ງອອກເຂົ້າ. ຂ້າງເທິງ

ມາດຕາ 2. ອະທິບາຍຄຳສັບ

ໃນຂໍ້ຕົກລົງສະບັບນີ້ "ເຂົ້າ" ໝາຍເຖິງ ເຂົ້າເປືອກ, ເຂົ້າກ້ອງ, ປາຍເຂົ້າ, ເຂົ້າທີ່ສີເຄິ່ງໜຶ່ງແລ້ວ ຫຼື ສີທັງໝົດຈະຂັດ ຫຼື ບໍ່ກໍ່ຕາມ ຊຶ່ງໄດ້ລະບຸໄວ້ ໃນໝວດລະຫັດເຄົ້າ 1006 ຂອງສາລະບານອັດຕາພາສີຂອງ ສປປ ລາວ. ຂ້າງເທິງ

ມາດຕາ 3. ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ຕໍ່ການນຳເຂົ້າ ແລະ ສົ່ງອອກເຂົ້າຢູ່ ສປປ ລາວ. ຂ້າງເທິງ

ໝວດທີ 2
ລະບຽບການຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກເຂົ້າ

ມາດຕາ 4. ສິດ ແລະ ເງື່ອນໄຂໃນການນຳເຂົ້າ ຫຼື ສົ່ງອອກເຂົ້າ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຢູ່ ສປປ ລາວ ຫຼື ຢູ່ຕ່າງປະເທດ ມີສິດນຳເຂົ້າ ຫຼື ສົ່ງອອກເຂົ້າໂດຍປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ. ຂ້າງເທິງ

ມາດຕາ 5. ການຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກເຂົ້າ

ການນຳເຂົ້າ ແລະ ສົ່ງອອກເຂົ້າ ຕ້ອງໄດ້ຮັບໃບອະນຸຍາດນຳເຂົ້າ ຫຼື ສົ່ງອອກເຂົ້າ ຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ. ຂ້າງເທິງ

ມາດຕາ 6. ເອກະສານປະກອບຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກເຂົ້າ

ເອກະສານທີ່ຕ້ອງປະກອບ ເພື່ອຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກເຂົ້າມີດັ່ງນີ້:

  1. ໃບຄຳຮ້ອງຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກເຂົ້າ;
  2. ສຳເນົາຂອງເອກະສານຕາມແຕ່ລະກໍລະນີ:
  • ໃບທະບຽນວິສາຫະກິດ ຫຼື ໃບທະບຽນສຳປະທານທີ່ຖືກຕ້ອງ ຕາມລະບຽບກົດໝາຍ (ສຳລັບວິສາຫະກິດທີ່ຢູ່ ສປປ ລາວ); ຫຼື
  • ໃບທະບຽນວິສາຫະກິດ ອອກໃຫ້ໂດຍທາງການຂອງປະເທດກ່ຽວຂ້ອງ ທີ່ຖືກຕ້ອງຕາມລະບຽບກົດໝາຍ (ສຳລັບວິສາຫະກິດທີ່ບໍ່ຢູ່ ສປປ ລາວ). ແຕ່ຕ້ອງເຮັດສັນຍາຊື້-ຂາຍເຂົ້າ ກັບບໍລິສັດທີ່ໄດ້ຮັບອະນຸຍາດ ດໍາເນີນທຸລະກິດຊື້-ຂາຍເຂົ້າຢູ່ ສປປ ລາວ.

ໃນກໍລະນີເອກະສານທີ່ເປັນພາສາຕ່າງປະເທດ ຕ້ອງໄດ້ແປເປັນພາສາລາວ ໂດຍມີການຢັ້ງຢືນ ຈາກ ສຳນັກງານທະບຽນສານຂອງ ສປປ ລາວ. ຂ້າງເທິງ

ມາດຕາ 7. ໃບອະນຸຍາດນຳເຂົ້າ ແລະ ສົ່ງອອກເຂົ້າ

ການອອກ, ການປ່ຽນແປງ ແລະ ອາຍຸຂອງໃບອະນຸຍາດນຳເຂົ້າ ແລະ ສົ່ງອອກເຂົ້າ ໃຫ້ປະຕິບັດຕາມດຳລັດ 180/ນຍ ລົງວັນທີ 7 ມິຖຸນາ 2009 ວ່າດ້ວຍຂັ້ນຕອນການອອກໃບອະນຸຍາດນໍາເຂົ້າສິນຄ້າ. ໃບອະນຸຍາດນຳເຂົ້າ ເຂົ້າບໍ່ສາມາດໂອນໃຫ້ຜູ້ອື່ນໄດ້. ຂ້າງເທິງ

ມາດຕາ 8. ຄ່າທຳນຽມ ແລະ ຄ່າບໍລິການ

ຄ່າທຳນຽມ ແລະ ຄ່າບໍລິການ ສຳລັບການອອກ ແລະ ການປ່ຽນແປງຂອງ ໃບອະນຸຍາດນຳເຂົ້າ ແລະ ສົ່ງອອກເຂົ້າ ແມ່ນໃຫ້ອີງຕາມລັດຖະບັນຍັດ ສະບັບເລກທີ 03/ປປທ ລົງວັນທີ 19 ພະຈິກ 2008 ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ. ຂ້າງເທິງ

ມາດຕາ 9. ການສະໜອງເອກະສານໃນເວລານຳເຂົ້າ ຫຼື ສົ່ງອອກເຂົ້າຕົວຈິງ

ໃນເວລານຳເຂົ້າ ຫຼື ສົ່ງອອກເຂົ້າຕົວຈິງ, ຜູ້ນຳເຂົ້າ ຫຼື ສົ່ງອອກ ຕ້ອງສະແດງເອກະສານດັ່ງຕໍ່ໄປນີ້ ໃຫ້ແກ່ເຈົ້າໜ້າທີ່ພາສີ:

  1. ໃບອະນຸຍາດນຳເຂົ້າ ຫຼື ສົ່ງອອກເຂົ້າ ທີ່ອອກພາຍໃຕ້ຂໍ້ຕົກລົງສະບັບນີ້; ແລະ
  2. ເອກະສານອື່ນໆຕາມລະບຽບການທາງພາສີ. ຂ້າງເທິງ

ໝວດທີ 3
ບົດບັນຍັດສຸດທ້າຍ

ມາດຕາ 10. ການຈັດຕັ້ງປະຕິບັດ

ມອບໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ເປັນເຈົ້າການໃນການປະສານສົມທົບ ກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ສອດຄ່ອງ ແລະ ມີປະສິດທິຜົນ. ຂ້າງເທິງ

ມາດຕາ 11. ຜົນສັກສິດ   

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫຼັງ 30 ວັນ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການ
ກະຊວງອຸດສາຫະກຳ ແລະ ການຄ້າ
ດຣ. ນາມ ວິຍະເກດ
 

# ຫົວຂໍ້ ດາວໂຫຼດ
1 Decision on the Procedures for Rice Import and Export in the Lao PDR No. 0452/MOIC.DIMEX PDF
2 ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ສົ່ງອອກ ເຂົ້າ ເລກທີ 0452/ອຄ.ກຂອ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າກິນ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ການນຳເຂົ້າ ເຂົ້າກ້ອງ, ປາຍເຂົ້າ, ເຂົ້າທີ່ສີ ເຄິ່ງໜຶ່ງແລ້ວ ຫຼື ສີທັງໝົດ ຈະຂັດ ຫຼື ບໍ່ກໍຕາມ ຕ້ອງໄດ້ຮັບອະນຸຍາດຈາກ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງ ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ສົ່ງອອກ ເຂົ້າ ເລກທີ 0452/ອຄ.ກຂອ 9999-12-31 ALL
2 ຮຽກຮ້ອງໃຫ້ຂໍອະນຸຍາດສົ່ງອອກ:ເຂົ້າກິນ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ເຂົ້າເປືອກ, ເຂົ້າກ້ອງ, ປາຍເຂົ້າ, ເຂົ້າທີ່ສີເຄີ່ງໜຶ່ງແລ້ວ ຫຼື ສີທັງໝົດຈະຂັດ ຫລື ບໍ່ ກໍ່ຕາມ ຕ້ອງໄດ້ຮັບອະນຸຍາດສົ່ງອອກຈາກພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງ ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ສົ່ງອອກ ເຂົ້າ ເລກທີ 0452/ອຄ.ກຂອ 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.