ທົບທວນ ແລະ ເຜີຍແຜ່ວຽກງານງານອໍານວຍຄວາມສະດວກທາງດ້ານຄ້າ ໃນຂອບເຂດທົ່ວປະເທດ

   ໃນລະຫວ່າງ ວັນທີ 26-28 ພະຈິກ 2024 ທີ່ ໂຮງແຮມ ອະມາຣີ, ເມືອງວັງວຽງ, ແຂວງວຽງຈັນ, ກົມການຄ້າຕ່າງປະເທດ (ກົມ ຄຕ), ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນ ຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ  ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດ “ກອງປະຊຸມວຽກງານອໍານວຍຄວາມສະດວກທາງດ້ານຄ້າ ແລະ ການຄຸ້ມຄອງນໍາເຂົ້າ-ສົ່ງອອກ ສິນຄ້າ ທົ່ວປະເທດ” ໂດຍການເປັນປະທານຂອງທ່ານ ນ. ມະນີວອນ ວົງໄຊ, ຫົວໜ້າ ກົມ ຄຕ, ຊຶ່ງມີ ຫົວໜ້າ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ/ນະຄອນຫຼວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມທັງພະນັກງານວິຊາການ ຈາກຂະແໜງການຄ້າຕ່າງປະເທດ ໃນຂອບເຂດທົ່ວປະເທດ.
 
  ທ່ານ ນ. ມະນີວອນ ວົງໄຊ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ເພື່ອຜັນຂະຫຍາຍມະຕິຄໍາສັ່ງ ແລະ ແນວທາງນະໂຍບາຍຂອງພັກ-ລັດ ວາງອອກ ນັ້ນ, ກົມການຄ້າຕ່າງປະເທດ ໃນນາມເປັນຫ້ອງການ ກຄອຄຂ.ສ ປະກອບສ່ວນຢ່າງຕັ້ງໜ້າເຂົ້້າໃນການແກ້ໄຂບັນຫາຫຍຸ້ງຍາກທາງເສດຖະກິດຂອງປະເທດ ພ້ອມທັງສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ແນໃສ່ທົດແທນ ແລະ ຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດເທື່ອລະກ້າວ, ໄດ້ຄົ້ນຄວ້າສ້າງນິຕິກໍາຄຸ້ມຄອງການນໍາເຂົ້າ-ສົ່ງອອກ ສິນຄ້າ ຫຼາຍສະບັບ ເປັນຕົ້ນແມ່ນ  ການລົງທະບຽນຜູ້ນໍາເຂົ້າ-ສົ່ງອອກ, ການຫ້າມນໍາເຂົ້າລົດທີ່ມີມູນຄ່າເກີນ 50,000 ໂດລາ, ການດັດສົມຜູ້ນໍາເຂົ້າ-ສົ່ງອອກ, ການຫ້າມນໍາເຂົ້າອາຫານທີ່ບໍ່ຂຶ້ນທະບຽນ ແລະ ບໍ່ມີສະຫຼາກ ແລະ ອື່ນໆ ລ້ວນແລ້ວແຕ່ເປັນມາດຕະການໃນການແກ້ໄຂ ແລະ ຄຸ້ມຄອງບັນຫາທີ່ຕິດພັນກັບວຽກງານການນໍາເຂົ້າ ແລະ ສົ່ງອອກສິນຄ້າຄ້າຂອງ ສປປ ລາວ. 
   ນອກຈາກນີ້, ຍັງໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ໃນການຄົ້ນຄວ້າແກ້ໄຂບັນຫາ ແລະ ສິ່ງອຸດຕັນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດຢູ່ພາຍໃນປະເທດ, ຍົກລະດັບຄວາມອາດສາມາດໃນການແຂ່ງຂັນຂອງພາກທຸລະກິດລາວ, ສົ່ງເສີມ ແລະ ດຶງດູດການລົງທຶນທີ່ມີຄຸນນະພາບຈາກຕ່າງປະເທດ, ພ້ອມດຽວກັນ ກໍ່ເພື່ອເປັນການປະຕິບັດຕາມພັນທະຂອງສົນທິສັນຍາໃນຂອບການຮ່ວມມືຕ່າງໆ ທີ່ ສປປ ລາວ ເປັນພາຄີ ໂດຍສະເພາະ ຂອບອາຊຽນ ແລະ ອົງການການຄ້າໂລກ.
   ກອງປະຊຸມໄດ້ສຸມໃສ່ເຜີຍແຜ່, ປຶກສາຫາລື, ແລກປ່ຽນ ແລະ ປະກອບຄໍາເຫັນ ຢ່າງກົງໄປກົງມາ ໃສ່ບັນດາຫົວຂໍ້ເອກະສານທີ່ສໍາຄັນ ແລະ ຕິດພັນກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ສິນຄ້າ ເຊັ່ນ: ພາລະບົດບາດຂອງກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ການຈັດຕັ້ງປະຕິບັດວຽກອໍານວຍຄວາມສະດວກທາງດ້ານການຄ້າ ໃນຂອບສັນຍາ WTO - TFA, ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs), ການຄຸ້ມຄອງ ແລະ ນໍາໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (LTP), ການແກ້ໄຂບັນຫາຂອງພາກທຸລະກິດ, ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການນໍາເຂົ້າ-ສົ່ງອອກ ໂດຍສະເພາະ ການລົງທະບຽນ ແລະ ດັດສົມ ຜູ້ນໍາເຂົ້າ-ສົ່ງອອກ ແລະ ມາດຕະການຫ້າມນໍາເຂົ້າອາຫານ ທີ່ບໍ່ໄດ້ຂຶ້ນທະບຽນ ແລະ ບໍ່ມີສະຫຼາກ, ຂໍ້ຕົກລົງ ລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງດ້ານ SPS ແລະ TBT ແລະ ຮ່າງລະບຽບການເບື້ອງຕົ້ນ ກ່ຽວກັບການຄຸ້ມຄອງການນໍາເຂົ້າເຫຼັກ ແລະ ຊີມັງ.
 
   ຕອນທ້າຍ ກອງປະຊຸມໄດ້ເຫັນດີເປັນເອກະພາບຕໍ່ກັບການລາຍງານ ແລະ ການປະກອບຄໍາເຫັນໃນການແກ້ໄຂບັນຫາ ລວມທັງຂໍ້ສະເໜີຕ່າງໆ ທີ່ຜູ້ເຂົ້າຮ່ວມຈາກແຕ່ລະແຂວງ/ນະຄອນຫຼວງ ໄດ້ນໍາສະເໜີ ພ້ອມທັງມອບໃຫ້ກອງເລຂາເຮັດເປັນບົດບັນທຶກຜົນຂອງກອງປະຊຸມ ແລະ ເຮັດບົດລາຍງານຫາ ທ່ານຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ເພື່ອຊາບ ແລະ ໃຫ້ທິດຊີ້ນຳ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?