ຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ຮີບຮ້ອນລົງທະບຽນຕໍ່ອາຍຸການດໍາເນີນກິດຈະກໍາທຸລະກິດ

     ອີງຕາມ ແຈ້ງການ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເລກທີ 4922/ກຄຕ, ລົງວັນທີ 04 ທັນວາ 2024. ກົມການຄ້າຕ່າງປະເທດ (ກົມ ຄຕ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງ ເພື່ອການຕິດຕາມ-ກວດກາ ໃບຢັ້ງຢືນການລົງທະບຽນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ກົມ ຄຕ ເຫັນວ່າໃບຢັ້ງຢືນຂອງຫຼາຍບໍລິສັດ ທີ່ໄດ້ມີການລົງທະບຽນຈຳນວນໜຶ່ງແມ່ນໄດ້ໝົດອາຍຸ ແລະ ຈຳນວນໜຶ່ງແມ່ນກຳລັງຈະໝົດອາຍຸ. 

ພາບປະກອບຈາກອີນເຕີເນັດ
(ພາບປະກອບຈາກອີນເຕີເນັດ)    

     ສະນັ້ນ, ກ່ອນວັນທີ 13 ທັນວາ 2024, ຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ສາມາດດໍາເນີນໃນລະບົບການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ແລະ ບໍລິການ ຜ່ານເວບໄຊສ໌ຂອງ ກົມ ຄຕ ໄດ້ທີ່: https://imex-enterprise.Laoconnect.la/auth/login ໂດຍເອກະສານ ແລະ ເງື່ອນໄຂ ຂອງການຕໍ່ອາຍຸແມ່ນອີງໃສ່ແຈ້ງການດັດສົມຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 2972/ຫອຄ, ລົງວັນທີ 31 ຕຸລາ 2024 (ຖ້າບໍລິສັດໃດບໍ່ໄດ້ເຂົ້າລົງທະບຽນຕໍ່ອາຍຸຜ່ານລະບົບດັ່ງກ່າວຕາມກຳນົດເວລາທີ່ໄດ້ລະບຸໄວ້ ແມ່ນທາງກົມ ຄຕ ຈະໄດ້ດຳເນີນການລົບລ້າງຂໍ້ມູນບໍລິສັດ ແລະ ຈະໄດ້ດຳເນີນມາດຕະການເພີ່ມເຕີມ ຕາມລະບຽບທີ່ ກົມ ຄຕ ວາງອອກ. 

     ສອບຖາມລາຍລະອຽດເພີມເຕີມ ກະລຸນາຕິດຕໍ່ພົວພັນໄດ້ທີ່ ພະແນກຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ. ທ່ານ ນາງ ປະລິດາພອນ ພຸດທະວົງ, ເບີໂທ 020 2800 8333. 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?