ຕອນບ່າຍຂອງ ວັນທີ 22 ມັງກອນ 2025, ທີ່ ຫ້ອງປະຊຸມກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຫ້ອງການກອງເລຂາຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ສູນກາງ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງກົນໄກການປະເມີນຜົນກະທົບຂອງ ຮ່າງນິຕິກຳທີ່ຕິດພັນກັບມາດຕະການ NTMs ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການຄ້າຕ່າງປະເທດ, ມີຜູ້ຕາງໜ້າຈາກບັນດາກົມ ເເລະ ຫ້ອງການກະຊວງທີ່ກ່ຽວຂ້ອງເຂົ້້າຮ່ວມ, ຊຶ່ງຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອປຶກສາຫາລື ແລະ ປະກອບຄຳເຫັນທາງດ້ານວິຊາການຕໍ່ກັບການສະເໜີສ້າງຕັ້ງກົນໄກການປະເມີນມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (Non-Tariff Measures Impact Assessment:NTMs IA).
ທ່ານ ຮອງຫົວໜ້າກົມ ກ່າວໃນພິທີເປີດວ່າ: ປະຈຸບັນ ຫຼາຍປະເທດ ລວມທັງ ສປປ ລາວ ໄດ້ນໍາໃຊ້ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ໂດຍມີເຫດຜົນ ເພື່ອປົກປ້ອງສຸຂະພາບຂອງຄົນ, ສັດ, ພຶດ ແລະ ຄວາມປອດໄພຂອງຜູ້ຊົມໃຊ້, ປົກປັກຮັກສາສິ່ງແວດລ້ອມ, ອຸດສາຫະກໍາພາຍໃນ ແລະ ອື່ນໆ, ຊຶ່ງບັນດາມາດຕະການເຫຼົ່ານີ້ໄດ້ເປັນເຄື່ອງມືກີດກັນທາງດ້ານການຄ້າໃນທາງອ້ອມ. ສະນັ້ນ; ການສ້າງຕັ້ງກົນໄກເພື່ອປະເມີນຜົນກະທົບກ່ອນການອອກນິຕິກໍາ ແລະ ຫຼັງປະກາດໃຊ້ບັນດານິຕິກໍາທີ່ຕິດພັນກັບວຽກງານການຄ້າ ຈິ່ງເປັນວຽກງານທີ່ຈໍາເປັນ ແລະ ສໍາຄັນເພື່ອບໍ່ໃຫ້ມາດຕະການເຫຼົ່ານັ້ນກາຍເປັນສິ່ງກີດຂວາງ ຫຼື ກໍາແພງກີດກັນຕໍ່ການອໍານວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ.
ໃນໄລຍະຜ່ານມາ ກົມການຄ້າຕ່າງປະເທດ ໄດ້ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ສາມາດສັງລວມນິຕິກຳທີ່ຕິດພັນກັບມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີຈໍານວນ 452 ມາດຕະການ ໃນ 143 ນິຕິກຳ ຕາມປື້ມຄູ່ມືການຈັດປະເພດມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ NTMs ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNTAD) ແລະ ໄດ້ເຜີຍແຜ່ລົງໃນເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ. ພ້ອມນີ້, ໄດ້ດຳເນີນການທົບທວນຄືນການຈັດຕັ້ງປະຕິບັດມາດຕະການທາງດ້ານການຄ້າທີ່ບໍແມ່ນພາສີ NTMs ຈຳນວນ 106 ມາດຕະການ ແລະ ໄດ້ລົບລ້າງມາດຕະການທີ່ບໍ່ຈຳເປັນໄປແລ້ວ 3 ມາດຕະການ ແລະ ໄດ້ປັບປຸງຂັ້ນຕອນ ແລະ ເອກະສານໃນການຈັດຕັ້ງປະຕິບັດມາດຕະການ ຈຳນວນ 63 ມາດຕະການ. ເຖິງຢ່າງໃດກໍ່ຕາມ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າຍັງມີສິ່ງທ້າທາຍຫຼາຍສົມຄວນ ເຊັ່ນ: ຂະແໜງການກ່ຽວຂ້ອງຍັງຂາດຄວາມເຂົ້າໃຈກ່ຽວກັບວຽກງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ NTMs ແລະ ມີການສ້າງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ NTMs ຂຶ້ນໃໝ່ເລື້ອຍໆ ໂດຍທີ່ບໍ່ມີການປະເມີນຜົນກະທົບມາກ່ອນ.
ກອງປະຊຸມ ໄດ້ນໍາສະເໜີແນວທາງການສ້າງຕັ້ງໜ່ວຍງານປະເມີນຜົນກະທົບມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (Non-Tariff Measures Impact Assessment Unit) ພາຍໃຕ້ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ ເພື່ອເປັນສູນກາງ ແລະ ຂະເເໜງການອອກນິຕິກໍາຈຸດປະສານງານ ລະຫວ່າງ ຂະແໜງການທີ່ກ່ຽວຂ້ອງ ເພື່ອເຮັດການປະເມີນຜົນກະທົບກ່ອນຈະມີການອອກນິຕິກຳ ຫູື ລະບຽບການ ທີ່ຕິດພັນກັບການນຳເຂົ້າ-ສົ່ງອອກ, ຊຶ່ງໂດຍລວມກອງປະຊຸມແມ່ນເຫັນດີເປັນເອກະພາບຕໍ່ກັບການລາຍງານ ແລະ ຂໍ້ສະເໜີດັ່ງກ່າວ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.