ຕອນເຊົ້າຂອງວັນທີ 31 ມັງກອນ 2025, ທີ່ ຫ້ອງປະຊຸມກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຫ້ອງການກອງເລຂາຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ສູນກາງ ໄດ້ຈັດກອງປະຊຸມ ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍຄະນະປະສານງານ ແລະ ສະໜອງຂໍ້ມູນຂ່າວສານທາງດ້ານການຄ້າ (ສະບັບປັບປຸງ) ໂດຍການເປັນປະທານ ຂອງທ່ານ ມົວວິໄຊ ປາລີ ຮອງຫົວໜ້າກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ ແລະ ກົມກອງທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຮອງຫົວໜ້າກົມ ໄດ້ກ່າວໃນພິທີເປີດວ່າ: ວຽກງານການປະສານງານ ແລະ ສະໜອງຂໍ້ມູນຂ່າວສານທາງດ້ານການຄ້າ ເພື່ອບັນຈຸ ຫຼື ອັບໂລດລົງໃນເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (Laotradeportal.gov.la) ເປັນວຽກທີ່ຈໍາເປັນ ແລະ ສໍາຄັນຫຼາຍຕໍ່ການອໍານວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໂດຍສະເພາະແມ່ນການໃຫ້ບໍລິການ ສະໜອງຂໍ້ມູຂ່າວສານດ້ານ ນິຕິກໍາ, ອັດຕາພາສີ, ຂັ້ນຕອນ, ແຈ້ງການ ແລະ ລະບຽບການຕ່າງໆ ທີ່ຕິດພັນການນໍາເຂົ້້າ-ສົ່ງອອກສິນຄ້າ ແລະ ສິນຄ້າຜ່ານແດນ-ສາກົນ ພ້ອມດຽວກັນ ຍັງເປັນການຈັດຕັ້ງປະຕິບັດພັນທະພາຍໃຕ້ສັນຍາອໍານວຍຄວາມສະດວກທາງດ້ານການຄ້າຂອງອົງການຄ້າໂລກ (WTO-TFA) ທີ່ ສປປ ລາວ ເປັນພາຄີ ແລະ ໃຫ້ສັດຕະຍາບັນ.
ກອງປະຊຸມ ໄດ້ຮັບຟັງການນໍາສະເໜີຄວາມເປັນມາ, ຜົນຂອງການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບເລກທີ 000090/ຄອຊ ໃນໄລຍະຜ່ານມາ ພ້ອມທັງຜ່ານເນື້ອໃນ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍຄະນະປະສານງານ ແລະ ສະໜອງຂໍ້ມູນຂ່າວສານທາງດ້ານການຄ້າ (ສະບັບປັບປຸງ), ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນຢ່າງກົງໄປກົງມາຈາກບັນດາຜູ້ເຂົ້າຮ່ວມ, ຊຶ່ງໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບກັບເນື້ອໃນລວມຂອງ (ຮ່າງ) ຂໍ້ຕົກລົງດັ່ງກ່າວ ແລະ ໄດ້ມີບາງຄໍາເຫັນສະເໜີປັບປຸງເພີ່ມເຕີມ ໂດຍສະເພາະດ້ານໂຄງສ້າງ, ເນື້ອໃນ, ຄໍາສັບ ແລະ ຫຼັກໄວຍາກອນຕ່າງໆ.
ກອງປະຊຸມໄດ້ມອບໃຫ້ກອງເລາຂາປັບປຸງຮ່າງຂໍ້ຕົກລົງດັ່ງກ່າວຕາມຄໍາເຫັນຂອງກອງປະຊຸມແລ້ວ ສົ່ງໃຫ້ບັນດາ ຂະແໜງການທີ່ກ່ຽວຂ້ອງມີຄໍາເຫັນເພີ່ມເຕີ່ມ. ຈາກນັ້ນ, ໃຫ້ເຮັດບົດລາຍງານ ທ່ານ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ເພື່ອພິຈາລະນາຮັບຮອງຂໍ້ຕົກລົງດັ່ງກ່າວຕາມຂັ້ນຕອນ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.