ຕອນບ່າຍຂອງວັນທີ 6 ມີນາ 2025 ທີ່ ໂຮງແຮມ ຈຳປາສັກແກຣນ, ນະຄອນປາກເຊ, ແຂວງຈຳປາສັກ. ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີກອງປະຊຸມວິສາມັນຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ) ເພື່ອປຶກສາຫາລືໄຂບັນຫາການສົ່ງອອກສິນຄ້າກະສິກໍາ, ໃຫ້ກຽດເປັນປະທານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້້າແຂວງ ແລະ ຮອງເຈົ້າແຂວງ ຈໍາປາສັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກບັນດາກະຊວງ, ກົມກອງ, ຂະແໜງການທີ່ກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ, ສະມາຄົມມັນຕົ້ນ ແລະ ສະມາຄົມຂົນສົ່ງຂອງແຂວງຈໍາປາສັກ ແລະ ບັນດາບໍລິສັດຜູ້ປະກອບການສົ່ງອອກ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການນໍາສະເໜີ ຈາກທ່ານຮອງລັດຖະມົນຕີກະຊວງອຸດສາກໍາ ແລະ ການຄ້າ ກ່ຽວກັບຄວາມຄືບໜ້າໃນການແກ້ໄຂບັນຫາຂອງພາກທຸລະກິດທີ່ຕິດພັນກັບວຽກງານການຄ້າ ແລະ ການຂົນສົ່ງ, ຊຶ່ງໃນໄລຍະຜ່ານມາ ເຫັນວ່າ ຫຼາຍພາກສ່ວນແມ່ນໄດ້ເອົາໃຈໃສ່ຜັນຂະຫຍາຍຜົນກອງປະຊຸມສາມັນ ແລະ ວິສາມັນຂອງ ຄອຄຂ ໂດຍຫຼາຍບັນຫາ ແມ່ນໄດ້ຮັບການແກ້ໄຂ ໂດຍສະເພາະ ແມ່ນການຫຼຸດຈໍານວນຈຸດກວດກາຕາມເສັ້ນທາງລົງ, ການປັບປຸງຄ່າບໍລິການຢູ່ທ່າບົກ ແລະ ອື່ນໆ, ຢ່າງໃດກໍ່ຕາມ ຍັງມີຫຼາຍບັນຫາທີ່ຍັງຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນແມ່ນ: ການສ້າງຄໍາແນະນໍາເພື່ອຜັນຂະຫຍາຍດໍາລັດທ່າບົກ ເລກທີ 298/ລບ, ການຂະຫຍາຍລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ໄປສູ່ຂະແໜງການທີ່ອອກອະນຸຍາດຕ່າງໆ, ແລະ ບັນຫາການເຊື່ອມຈອດ ລະຫວ່າງ ທ່າບົກທ່ານາແລ້ງ ແລະ ລົດໄຟລາວ-ຈີນ.

ກອງປະຊຸມໄດ້ມອບໃຫ້ກອງເລຂາຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ສັງລວມບັນດາບັນຫາທີ່ຍັງແກ້ໄຂບໍ່ສໍາເລັດ ແລະ ບັນຫາ ຫຼື ຄໍາຄິດເຫັນທີ່ສະເໜີໃໝ່ ພ້ອມທັງໃຫ້ຕິດຕາມ ໂດຍໃຫ້ແຕ່ລະພາກສ່ວນຮີບຮ້ອນຈັດຕັ້ງປະຕິບັດ ແກ້ໄຂບັນດາບັນຫາດັ່ງກ່າວ ເພື່ອກະກຽມລາຍງານຄວາມຄືບໜ້າຜ່ານກອງປະຊຸມວິສາມັນຂອງຄະນະອໍານວນຄວາມສະດວກທາງດ້ານການຄ້າ ແລະ ຂົນສົ່ງ ໃນກາງເດືອນ ມີຖຸນາ 2025 ທີ່ຈະມາເຖິງນີ້.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.