ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ອະທິບາຍຄຳສັບ
ມາດຕາ 3. ຂອບເຂດການນຳໃຊ້

ໝວດທີ 2 - ລະບຽບການຂໍອະນຸຍາດນຳເຂົ້າໄມ້

ມາດຕາ 4. ສິດ ແລະ ເງື່ອນໄຂໃນການນຳເຂົ້າໄມ້
ມາດຕາ 5. ການຂໍອະນຸຍາດນຳເຂົ້າໄມ້
ມາດຕາ 6. ເອກະສານປະກອບຂໍອະນຸຍາດນຳເຂົ້າໄມ້
ມາດຕາ 7. ໃບອະນຸຍາດນຳເຂົ້າໄມ້
ມາດຕາ 8. ຄ່າທຳນຽມ ແລະ ຄ່າບໍລິການ
ມາດຕາ 9. ການສະໜອງເອກະສານໃນເວລານຳເຂົ້າໄມ້ ເພື່ອປຸງແຕ່ງຕົວຈິງ

ໝວດທີ 3 - ບົດບັນຍັດສຸດທ້າຍ

ມາດຕາ 10. ການຈັດຕັ້ງປະຕິບັດ
ມາດຕາ 11. ຜົນສັກສິດ      


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ   ເລກທີ 0451/ອຄ.ກຂອ
ນະຄອນຫລວງວຽງຈັນ, ວັນທີ 01 ມີນາ 2012

ຂໍ້ຕົກລົງ
ວ່າດ້ວຍລະບຽບການຂໍອະນຸຍາດນຳເຂົ້າ ແລະ ຈຳໜ່າຍໄມ້

ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ຂໍ້ຕົກລົງສະບັບນີ້ວາງອອກ ເພື່ອກຳນົດລະບຽບການຂໍອະນຸຍາດນຳເຂົ້າໄມ້ມາ ສປປ ລາວ ແລະ ເພື່ອເກັບກໍາຂໍ້ມູນສະຖິຕິໃນການນໍາເຂົ້າ ໂດຍຜ່ານລະບອບການອອກໃບອະນຸຍາດແບບອັດຕະໂນມັດ, ແຕ່ບໍ່ໄດ້ນຳໃຊ້ໃນການຈຳກັດປະລິມານ ຫຼື ມູນຄ່າໃນການນຳເຂົ້າ. ຂ້າງເທິງ

ມາດຕາ 2. ອະທິບາຍຄຳສັບ

ຂໍ້ຕົກລົງສະບັບນີ້ "ໄມ້" ໝາຍເຖິງ ໄມ້ທ່ອນ, ຕໍໄມ້, ປູດໄມ້, ໄມ້ແປຮູບ ແລະ ໄມ້ເຄິ່ງສໍາເລັດຮູບ ຊຶ່ງໄດ້ລະບຸໄວ້ ໃນໝວດລະຫັດເຄົ້າ 4403; 4407.10 – 4407.28 , 0601 ຂອງສາລະບານອັດຕາພາສີຂອງ ສປປ ລາວ. ຂ້າງເທິງ

ມາດຕາ 3. ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ຕໍ່ການນຳເຂົ້າໄມ້ຢູ່ ສປປ ລາວ. ຂ້າງເທິງ

ໝວດທີ 2
ລະບຽບການຂໍອະນຸຍາດນຳເຂົ້າໄມ້

ມາດຕາ 4. ສິດ ແລະ ເງື່ອນໄຂໃນການນຳເຂົ້າໄມ້

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຢູ່ ສປປ ລາວ ຫຼື ຢູ່ຕ່າງປະເທດ ມີສິດນຳເຂົ້າໄມ້ ໂດຍຕ້ອງປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ. ຂ້າງເທິງ

ມາດຕາ 5. ການຂໍອະນຸຍາດນຳເຂົ້າໄມ້

ການນຳເຂົ້າໄມ້ ຕ້ອງໄດ້ຮັບໃບອະນຸຍາດນຳເຂົ້າຈາກ ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ຂ້າງເທິງ

ມາດຕາ 6. ເອກະສານປະກອບຂໍອະນຸຍາດນຳເຂົ້າໄມ້

ເອກະສານທີ່ຕ້ອງປະກອບ ເພື່ອຂໍອະນຸຍາດນຳເຂົ້າໄມ້ມີດັ່ງນີ້:

  1. ໃບຄຳຮ້ອງຂໍອະນຸຍາດນຳເຂົ້າ;
  2. ສຳເນົາຂອງເອກະສານຕາມແຕ່ລະກໍລະນີ:
  • ໃບທະບຽນວິສາຫະກິດ ຫຼື ໃບທະບຽນສຳປະທານທີ່ຖືກຕ້ອງ ຕາມລະບຽບກົດໝາຍ (ສຳລັບວິສາຫະກິດທີ່ຢູ່ ສປປ ລາວ);
  • ໃບທະບຽນວິສາຫະກິດ ອອກໃຫ້ໂດຍທາງການຂອງປະເທດກ່ຽວຂ້ອງ ທີ່ຖືກຕ້ອງຕາມລະບຽບກົດໝາຍ (ສຳລັບວິສາຫະກິດທີ່ບໍ່ຢູ່ ສປປ ລາວ).
  1. ໃບອະນຸຍາດສົ່ງອອກໄມ້ຈາກປະເທດຕົ້ນທາງ (ຖ້າມີ);
  2. ບັນຊີໄມ້ (Log List).

ໃນກໍລະນີເອກະສານທີ່ເປັນພາສາຕ່າງປະເທດ ຕ້ອງໄດ້ແປເປັນພາສາລາວ ໂດຍມີການຢັ້ງຢືນ ຈາກ ສຳນັກງານທະບຽນສານຂອງ ສປປ ລາວ. ຂ້າງເທິງ

ມາດຕາ 7. ໃບອະນຸຍາດນຳເຂົ້າໄມ້

ການອອກ, ການປ່ຽນແປງ ແລະ ອາຍຸຂອງໃບອະນຸຍາດນຳເຂົ້າເຫຼັກ ຫຼື ໄມ້ໃຫ້ປະຕິບັດຕາມດຳລັດ 180/ນຍ ລົງວັນທີ 7 ມິຖຸນາ 2009 ວ່າດ້ວຍຂັ້ນຕອນການອອກໃບອະນຸຍາດນໍາເຂົ້າສິນຄ້າ. ໃບອະນຸຍາດນຳເຂົ້າໄມ້ ບໍ່ສາມາດໂອນໃຫ້ຜູ້ອື່ນໄດ້. ຂ້າງເທິງ

ມາດຕາ 8. ຄ່າທຳນຽມ ແລະ ຄ່າບໍລິການ

ຄ່າທຳນຽມ ແລະ ຄ່າບໍລິການ ສຳລັບການອອກ ແລະ ການປ່ຽນແປງຂອງ ໃບອະນຸຍາດນຳເຂົ້າໄມ້ ແມ່ນໃຫ້ອີງຕາມລັດຖະບັນຍັດ ສະບັບເລກທີ 03/ປປທ ລົງວັນທີ 19 ພະຈິກ 2008 ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ. ຂ້າງເທິງ

ມາດຕາ 9. ການສະໜອງເອກະສານໃນເວລານຳເຂົ້າໄມ້ ເພື່ອປຸງແຕ່ງຕົວຈິງ

ໃນເວລານຳເຂົ້າໄມ້ຕົວຈິງ, ຜູ້ນຳເຂົ້າຕ້ອງສະແດງເອກະສານດັ່ງຕໍ່ໄປນີ້ ໃຫ້ແກ່ເຈົ້າໜ້າທີ່ພາສີ:

  1. ໃບອະນຸຍາດນຳເຂົ້າທີ່ອອກພາຍໃຕ້ຂໍ້ຕົກລົງສະບັບນີ້; ແລະ
  2. ເອກະສານອື່ນໆຕາມລະບຽບການທາງພາສີ. ຂ້າງເທິງ

ໝວດທີ 3
ບົດບັນຍັດສຸດທ້າຍ

ມາດຕາ 10. ການຈັດຕັ້ງປະຕິບັດ

ມອບໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ເປັນເຈົ້າການໃນການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ສອດຄ່ອງ ແລະ ມີປະສິດທິຜົນ. ຂ້າງເທິງ

ມາດຕາ 11. ຜົນສັກສິດ   

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫຼັງ 30 ວັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການ
ກະຊວງອຸດສາຫະກຳ ແລະ ການຄ້າ
ດຣ. ນາມ ວິຍະເກດ
 

# ຫົວຂໍ້ ດາວໂຫຼດ
1 Decision on the Procedure for Timber Import No. 0451/MOIC.DIMEX PDF
2 ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ຈຳໜ່າຍ ໄມ້ ເລກທີ 0451/ອຄ.ກຂອ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງຂໍອະນຸຍາດນຳເຂົ້າ: ໄມ້ຂອນ, ໄມ້ທ່ອນ, ແລະ ອື່ນໆ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄມ້ຂອນ, ໄມ້ທ່ອນ, ​ຕໍ​ໄມ້, ປູ​ດ​ໄມ້ ແລະ ໄມ້ແປຮູບ​ ທີ່ນຳເຂົ້າມາຕ້ອງໄດ້ຮັບອະນຸຍາດນຳເຂົ້າຈາກກົມ ກຂອ, ກະຊວງ ອຄ ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ຈຳໜ່າຍ ໄມ້ ເລກທີ 0451/ອຄ.ກຂອ 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.