ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງອຸດສາຫະກຳ ແລະ ການຄ້າ

ກົມການຄ້າຕ່າງປະເທດ      

ເລກທີ 1284 /ກຄຕ ນະຄອນຫຼວງວຽງຈັນ, ວັນທີ 13 ມີນາ 2025

ແຈ້ງການ

ເຖິງ: ບັນດາບໍລິສັດນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ໃນຂອບເຂດທົ່ວປະເທດ

ເລື່ອງ: ສືບຕໍ່ອາຍຸໃບຢັ້ງຢືນການລົງທະບຽນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ

 

                                              - ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 2080/ອຄ, ລົງວັນທີ 15 ພະຈິກ 2023;

                                             - ອີງຕາມ ຂໍ້ຕົກລົງວ່າດ້ວຍການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 0752/ອຄ, ລົງວັນທີ 23 ພຶດສະພາ 2023;

                                             - ອີງຕາມ ແຈ້ງການດັດສົມຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 2972/ຫອຄ, ລົງວັນທີ 31 ຕຸລາ 2024.

         ເພື່ອເປັນການດັດສົມຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ໃຫ້ຫັນໄປສູ່ການຂາຍຍົກ-ຂາຍຍ່ອຍ ແລະ ດັດສົມຜູ້ທີ່ບໍ່ມີການເຄື່ອນໄຫວຕົວຈິງ.  ສະນັ້ນ, ກົມການຄ້າຕ່າງປະເທດ (ກຄຕ), ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາເພື່ອຊາບວ່າ ແລະ ປະຕິບັດ ດັ່ງນີ້:

1. ໃຫ້ວິສາຫະກິດ ທີ່ໃບຢັ້ງຢືນລົງທະບຽນເປັນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ທີ່ໝົດອາຍຸແລ້ວ ຮີບຮ້ອນມາຕໍ່ອາຍຸ. ການຕໍ່ອາຍຸ ສາມາດດໍາເນີນໃນລະບົບການລົງທະບຽນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ຜ່ານເວບໄຊສ໌ຂອງ ກຄຕ https://imex-enterprise.Laoconnect.la ໂດຍເອກະສານ ແລະ ເງື່ອນໄຂຂອງການຕໍ່ອາຍຸແມ່ນອີງໃສ່ແຈ້ງການດັດສົມຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 2972/ຫອຄ, ລົງວັນທີ 31 ຕຸລາ 2024.

2. ໃຫ້ວິສາຫະກິດທີ່ໄດ້ລົງທະບຽນ ແຕ່ບໍ່ມີການເຄື່ອນໄຫວດຳເນີນກິດຈະການນຳເຂົ້າ-ສົ່ງອອກສິນຄ້າຕົວຈິງ ຜ່ານລະບົບລະບົບແຈ້ງພາສີປະຕູດຽວແຫ່ງຊາດ (NSWA+) ມາຊີ້ແຈງເຫດຜົນທີ່ບໍ່ມີການເຄື່ອນ ໄຫວ ນຳກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ. ສໍາລັບວິສາຫະກິດທີ່ຢູ່ຕ່າງແຂວງ ແມ່ນໃຫ້ໄປພົວພັນຊີ້ແຈ້ງນຳ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ

3. ການຈັດຕັ້ງປະຕິບັດ ຂໍ້ 01 ແລະ 02 ຂ້າງເທິງ ຕ້ອງສໍາເລັດ ກ່ອນວັນທີ 31 ມີນາ 2025. ວິສາຫະກິດໃດ ທີ່ບໍ່ສຳເລັດຕາມກຳນົດເວລາດັ່ງກ່າວ ແມ່ນຈະຖືກຖອນໃບຢັ້ງຢືນລົງທະບຽນເປັນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ລວມເຖິງລະງັບບັນຊີສະເພາະສຳລັບການຊຳລະສະສາງການນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ໂຈະການນຳເຂົ້າ ແລະ ສົ່ງອອກສິນຄ້າ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດດ້ວຍ.       

                                                                                                                                                ຫົວໜ້າກົມ                                                                                                      

                                             ມະນີວອນ ວົງໄຊ

 

ຕິດຕໍ່ພົວພັນ

ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ພະແນກຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ

ທ່ານ ນາງ ປະລິດາພອນ ພຸດທະວົງ, ເບີໂທ 020 28008333

(ລາຍຊື່ຫົວໜ່ວຍວິສາຫະກິດທີ່ໝົດອາຍຸຂອງໃບຢັ້ງຢືນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ)

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?