ໃຫ້ຫົວໜ່ວຍທຸລະກິດສືບຕໍ່ລົງທະບຽນໃບຢັ້ງຢືນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການນ
ອີງຕາມແຈ້ງການຂອງກົມການຄ້າຕ່າງປະເທດ ສະບັບເລກທີ 1284/ກຄຕ, ລົງວັນທີ 13 ມີນາ 2025 ແຈ້ງໃຫ້ບັນດາບໍລິສັດນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ໃນຂອບເຂດທົ່ວປະເທດສືບຕໍ່ອາຍຸໃບຢັ້ງຢືນການລົງທະບຽນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ທັງນີ້ແມ່ນເພື່ອດັດສົມຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ໃຫ້ຫັນໄປສູ່ການຂາຍຍົກ-ຂາຍຍ່ອຍ ແລະ ດັດສົມຜູ້ທີ່ບໍ່ມີການເຄື່ອນໄຫວຕົວຈິງ
ວິສາຫະກິດ ທີ່ໃບຢັ້ງຢືນລົງທະບຽນເປັນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ທີ່ໝົດອາຍຸແລ້ວ ຕ້ອງໄດ້ຮີບຮ້ອນມາຕໍ່ອາຍຸ. ການຕໍ່ອາຍຸ ສາມາດດໍາເນີນໃນລະບົບການລົງທະບຽນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ຜ່ານເວບໄຊສ໌ຂອງ ກຄຕ https://imex-enterprise.Laoconnect.la ໂດຍເອກະສານ ແລະ ເງື່ອນໄຂຂອງການຕໍ່ອາຍຸແມ່ນອີງໃສ່ແຈ້ງການດັດສົມຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 2972/ຫອຄ, ລົງວັນທີ 31 ຕຸລາ 2024.
ວິສາຫະກິດທີ່ໄດ້ລົງທະບຽນ ແຕ່ບໍ່ມີການເຄື່ອນໄຫວດຳເນີນກິດຈະການນຳເຂົ້າ-ສົ່ງອອກສິນຄ້າຕົວຈິງ ຜ່ານລະບົບລະບົບແຈ້ງພາສີປະຕູດຽວແຫ່ງຊາດ (NSWA+) ແມ່ນໃຫ້ມາຊີ້ແຈງເຫດຜົນທີ່ບໍ່ມີການເຄື່ອນ ໄຫວ ນຳກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ. ສໍາລັບວິສາຫະກິດທີ່ຢູ່ຕ່າງແຂວງ ແມ່ນໃຫ້ໄປພົວພັນຊີ້ແຈ້ງນຳ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ.
ທຸກວິສາຫະກິດໃດ ຕ້ອງສໍາຈັດຕັ້ງປະຕິບັດຕາມຂ້າງເທິງໃຫ້ສໍາເລັດ ກ່ອນວັນທີ 31 ມີນາ 2025 ຖ້າບໍ່ສຳເລັດຕາມກຳນົດເວລາດັ່ງກ່າວ ແມ່ນຈະຖືກຖອນໃບຢັ້ງຢືນລົງທະບຽນເປັນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ລວມເຖິງລະງັບບັນຊີສະເພາະສຳລັບການຊຳລະສະສາງການນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ໂຈະການນຳເຂົ້າ ແລະ ສົ່ງອອກສິນຄ້າ.
ຕິດຕໍ່ພົວພັນ
ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ພະແນກຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ
ທ່ານ ນາງ ປະລິດາພອນ ພຸດທະວົງ, ເບີໂທ 020 28008333
(ລາຍຊື່ຫົວໜ່ວຍວິສາຫະກິດທີ່ໝົດອາຍຸຂອງໃບຢັ້ງຢືນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ)
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.