ຄໍາແນະນໍາການສົ່ງອອກສັດໃຫຍ່ (ງົວ, ຄວາຍ) ຈາກ ສປປ ລາວ ໄປ ສປ ຈີນ

 

ຂັ້ນຕອນ 1

  •  

 

  1. ການຂຶ້ນທະບຽນວິສາຫະກິດ (ຂະແໜງອຸດສາຫະກໍາ ແລະ ການຄ້າ)

ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງໃນການສະເໜີຂໍຂຶ້ນທະບຽນວິສາຫະກິດ ສາມາດສະເໜີ ແລະ ດໍາເນີນເອກະສານຂຶ້ນທະບຽນຢູ່ແຕ່ລະຂັ້ນ ດັ່ງນີ້:

  1. ຂັ້ນສູນກາງ: ກົມທະບຽນວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ.
  2. ຂັ້ນແຂວງ: ຂະແໜງທະບຽນວິສາຫະກິດ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນ ແລະ ນະຄອນ ຫຼວງ.
  3. ຂັ້ນເມືອງ: ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ ໃນຂອບເຂດທົ່ວປະເທດ.

 

  1. ເອກະສານປະກອບໃນການຂຶ້ນທະບຽນວິສາຫະກິດ

ເອກະສານປະກອບພື້ນຖານໃນການແຈ້ງຂຶ້ນທະບຽນວິສາຫະກິດ ມີດັ່ງລຸ່ມນີ້:

  1. ຄຳຮ້ອງແຈ້ງ ຂຶ້ນທະບຽນວິສາຫະກິດ (ແບບຟອມຕາມແຕ່ລະປະເພດວິສາຫະກິດ).
  2. ສໍາເນົາບັດປະຈໍາຕົວ ຫຼື ປື້ມສໍາມະໂນຄົວ (ກໍລະນີຜູ້ຖືຮຸ້ນເປັນຄົນລາວ).
  3. ສໍາເນົາພັດສະປອດ ພ້ອມຊີວະປະຫວັດຂອງຜູ້ລົງທຶນ ແລະ ຜູ້ຖືຮຸ້ນ (ກໍລະນີເປັນຄົນຕ່າງປະເທດ).
  4. ໃບແຈ້ງລາຍການກິດຈະການທີ່ສະເໜີປະກອບທຸລະກິດ.
  5. ໃບມອບສັນທະ ພ້ອມດ້ວຍສໍາເນົາ ບັດປະຈໍາຕົວ ຫຼື ສໍາມະໂນຄົວ ຂອງຜູ້ຖືກມອບສັນທະຄັດຕິດ (ໃນກໍລະນີມອບສິດໃຫ້ຜູ້ອື່ນມາດໍາເນີນເອກະສານແທນ).

ໝາຍເຫດ: ເອກະສານປະກອບທຸກຢ່າງ ຕ້ອງສໍາເນົາເປັນ 03 ສະບັບ.

 

  1. ການຂໍໃບອະນຸຍາດດໍາເນີນກິດຈະການ ກະສິກໍາ ແລະ ປ່າໄມ້ (ຂະແໜງ ກະສິກໍາ ແລະ ປ່າໄມ້)

ພາຍຫຼັງໄດ້ຮັບໃບທະບຽນວິສາຫະກິດແລ້ວ ຕ້ອງປະກອບເອກະສານ ເພື່ອຂໍໃບອະນຸຍາດດໍາເນີນກິດຈະການກະສິກໍາ ແລະ ປ່າໄມ້ ຂົງເຂດກິດຈະການກ່ຽວກັບລ້ຽງສັດ ແລະ ສັດຕະວະແພດ ດັ່ງລຸ່ມນີ້:

  1. ໃບຄໍາຮ້ອງ (ຫຼື ໃບສະເໜີຂອງຜູ້ປະກອບການ).
  2. ບົດວິພາກເສດຖະກິດ-ເຕັກນິກ.
  3. ໃບທະບຽນວິສາຫະກິດ (ສໍາເນົາ).

ໝາຍເຫດ: ໜ່ວຍງານທີ່ຮັບຜິດຊອບໃນການອອກໃບອະນຸຍາດ ມີ 02 ຂັ້ນຄື: ຂັ້ນສູນກາງ ໂດຍແມ່ນກົມແຜນການ ແລະ ການຮ່ວມມື, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຂັ້ນທ້ອງຖິ່ນ ແມ່ນ ພະແນກ ກະສິກໍາ ແລະ ປ່າໄມ້ ຫຼື ຫ້ອງການ ກະສິກໍາ ແລະ ປ່າໄມ້ເມືອງ ໃນຂອບເຂດທົ່ວປະເທດ.

ເງື່ອນໄຂການດໍາເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ປະກອບມີ ດັ່ງນີ້:

  1. ມີເນື້ອທີ່, ທຶນ, ພະນັກງານ, ສິ່ງປຸກສ້າງ, ອຸປະກອນ, ເຄື່ອງມື ແລະ ພາຫະນະຮັບໃຊ້ຢ່າງເໝາະສົມ.
  2. ມີນັກວິຊາການທີ່ມີຄວາມຮູ້ດ້ານການລ້ຽງສັດ ຫຼື ການສັດຕະວະແພດລະດັບຊັ້ນກາງຂຶ້ນໄປ ທີ່ມີໃບຢັ້ງຢືນໄດ້ຜ່ານການປະຕິບັດວຽກງານຕົວຈິງສໍາລັບທຸລະກິດກ່ຽວກັບການລ້ຽງສັດ.
  3. ໄດ້ຮັບການເຫັນດີຈາກຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.
  4. ເງື່ອນໄຂອື່ນ ທີ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດເຫັນວ່າມີຄວາມຈໍາເປັນ.

 

  1. ການສ້າງຕັ້ງຟາມລ້ຽງງົວ ແລະ ຄວາຍ (ຂະແໜງ ກະສິກໍາ ແລະ ປ່າໄມ້)

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງສ້າງຕັ້ງ ແລະ ດໍາເນີນກິດຈະການຟາມລ້ຽງງົວ ແລະ ຄວາຍ ເພື່ອຜະລິດເປັນສິນຄ້າ ຕ້ອງໄດ້ຮັບການອະນຸຍາດຈາກອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ແລະ ຕ້ອງປະຕິບັດຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້.

ສໍາລັບການປະກອບເອກະສານ ເພື່ອຂໍອະນຸຍາດ ມີດັ່ງນີ້:

  1. ໃບຄໍາຮ້ອງຕາມແບບຟອມທີ່ອົງການກ່ຽວຂ້ອງກໍານົດ.
  2. ໃບອະນຸຍາດດໍາເນີນທຸລະກິດຈາກຂະແໜງການກ່ຽວຂ້ອງ (ສໍາເນົາ).
  3. ບົດວິພາກເສດຖະກິດ-ເຕັກນິກ.
  4. ໃບປະເມີນຜົນກະທົບຕໍ່ສິ່ງແວດລ້ອມຈາກຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
  5. ໃບຊີວະປະຫວັດ.
  6. ໃບຢັ້ງຢືນສຸຂະພາບ.
  7. ໃບແຈ້ງໂທດ.

ເມື່ອອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດໄດ້ຮັບໃບຄໍາຮ້ອງຈາກຜູ້ສະເໜີແລ້ວ ຈະດໍາເນີນການຄົ້ນຄວ້າ ແລະ ອອກໃບອະນຸຍາດ ຫຼື ໃນກໍລະນີທີ່ບໍ່ມີເງື່ອນໄຂຄົບຖ້ວນ ບໍ່ສາມາດອອກໃບອະນຸຍາດໃຫ້ໄດ້ ກໍຕ້ອງໄດ້ແຈ້ງເຫດຜົນໃຫ້ຜູ້ສະເໜີໄດ້ຮັບຮູ້ ຢ່າງເປັນລາຍລັກອັກສອນພາຍໃນ 15 ວັນ ນັບແຕ່ວັນທີ່ໄດ້ຮັບຄໍາສະເໜີເປັນຕົ້ນໄປ.

ໃບອະນຸຍາດສ້າງຕັ້ງ ແລະ ດໍາເນີນກິດຈະການຟາມລ້ຽງສັດ ທຸກຂະໜາດມີອາຍຸນໍາໃຊ້ໄດ້ 2 ປີ.

ໝາຍເຫດ: ໜ່ວຍງານທີ່ຮັບຜິດຊອບໃນການອອກໃບອະນຸຍາດດໍາເນີນກິດຈະການກະສິກໍາ ແລະ ປ່າໄມ້ ດັ່ງນີ້:

  • ການລົງທຶນຂອງຕ່າງປະເທດ ແມ່ນກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້.
  • ການລົງທຶນພາຍໃນ (ຟາມຂະໜາດໃຫຍ່ ແລະ ກາງ) ແມ່ນຂະແໜງລ້ຽງສັດ ແລະ ການປະມົງ, ພະແນກກະສິກໍາ ແລະ ປ່າໄມ້.
  • ການລົງທຶນຂອງນັກລົງທຶນພາຍໃນ (ຟາມຂະໜາດນ້ອຍ) ແມ່ນໜ່ວຍງານລ້ຽງສັດ ແລະ ການປະມົງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ.
  • ຟາມຂະໜາດນ້ອຍ: ຟາມງົວຊີ້ນ ແຕ່ 30 ເຖິງ 60 ໂຕ/ຊຸດ, ຟາມທົ່ວໄປທີ່ມີແມ່ພັນ ແຕ່ 10 ເຖິງ 30 ໂຕ, ຟາມງົວນົມ ແຕ່ 10 ເຖິງ 20 ແມ່ຕໍ່ປີ.
  • ຟາມຂະໜາດກາງ: ຟາມງົວຊີ້ນ ແຕ່ 60 ເຖິງ 100 ໂຕ/ຊຸດ, ຟາມທົ່ວໄປທີ່ມີແມ່ພັນ ແຕ່ 30 ເຖິງ 100 ໂຕ, ຟາມງົວນົມ ແຕ່ 20 ເຖິງ 50 ແມ່ຕໍ່ປີ.
  • ຟາມຂະໜາດໃຫຍ່: ຟາມງົວຊີ້ນ ແຕ່ 101 ໂຕ/ຊຸດ ຂຶ້ນໄປ, ຟາມທົ່ວໄປທີ່ມີແມ່ພັນ ແຕ່ 101 ໂຕ ຂຶ້ນໄປ, ຟາມງົວນົມ ແຕ່ 51 ແມ່ຕໍ່ປີ ຂຶ້ນໄປ.

 

  1. ໃບຢັ້ງຢືນການລົງທະບຽນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການ (ຂະແໜງອຸດສາຫະກໍາ ແລະ ການຄ້າ)

ຜູ້ປະກອບການ ສາມາດລົງທະບຽນ ຢູ່ລະບົບ (https://imex-enterprise.laoconnect.la/home) ເອກະສານປະກອບ ມີດັ່ງນີ້:

  1. ສໍາເນົາ ໃບທະບຽນວິສາຫະກິດ ຫຼື ໃບຢັ້ງຢືນສິດທາງດ້ານການຄ້າ ຂອງ ຜູ້ຄ້າຕ່າງປະເທດ (ສໍາລັບຜູ້ຄ້າຕ່າງປະເທດ);
  2. ສໍາເນົາໃບອະນຸຍາດດໍາເນີນທຸລະກິດ ສໍາລັບກິດຈະການທີ່ຈະຕ້ອງຂໍອະນຸຍາດດໍາເນີນທຸລະກິດ.
  1. ການລົງທະບຽນເປັນຜູ້ສົ່ງອອກສັດໃຫຍ່ (ງົວ, ຄວາຍ) ໄປ ສປ ຈີນ (ຂະແໜງກະສິກໍາ ແລະ ປ່າໄມ້)

ປະກອບເອກະສານລົງທະບຽນເປັນຜູ້ສົ່ງອອກສັດໃຫຍ່(ງົວ,ຄວາາຍ) ຍື່ນຫາກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ລາຍລະອຽດ ດັ່ງລຸ່ມນີ້:

  1. ໃບສະເໜີ.
  2. ໃບທະບຽນວິສາຫະກິດ (ສໍາເນົາ).
  3. ໃບອະນຸຍາດດໍາເນີນກິດຈະການກະສິກໍາ ແລະ ປ່າໄມ້ (ສໍາເນົາ).
  4. ບົດວິພາກເສດຖະກິດ-ເຕັກນິກການລ້ຽງງົວ.
  5. ໃບຢັ້ງຢືນມາດຕະຖານສູນທ້ອນໂຮມງົວ.
  6. ໃບຢັ້ງຢືນມາດຕະຖານສະຖານທີ່ກັກກັນງົວ.

 

 

ຂັ້ນຕອນ 2

ການລ້ຽງ, ການທ້ອນໂຮມ ແລະ ການກັກກັນ

 

  1. ການລ້ຽງ

ສັດໃຫຍ່ (ງົວ, ຄວາຍ) ທີ່ຈະສົ່ງອອກໄປ ສປ ຈີນໄດ້ ຕ້ອງລ້ຽງຢູ່ຟາມທີ່ໄດ້ມາດຕະຖານຕາມລະບຽບການທີ່ກໍານົດ ແລະ ສາມາດກວດຄືນເຖິິງແຫຼ່ງທີ່ກໍາເນີດຂອງສັດໄດ້. ສັດໃຫຍ່ທີຈະສົ່ງອອກໄປ ສປ ຈີນ ຕ້ອງມີອາຍຸບໍ່ເກີນ 3 ປີ 9 ເດືອນ ແລະ ຕ້ອງຕິດເບີຫູທີ່ເປັນທາງການຂອງລາວ.

 

  1. ການທ້ອນໂຮມ (ເຂດທ້ອນໂຮມຢູ່ເມືອງສິງ ແຂວງຫຼວງນໍ້າທາ)

ນິຕິບຸກຄົນຜູ້ທີ່ໄດ້ຈົດທະບຽນເປັນຜູ້ນໍາເຂົ້າງົວ, ຄວາຍ ນໍາອົງການບໍລິຫານພາສີ ຈີນ ພາຍຫຼັງທີ່ໄດ້ຮັບໃບອະນຸ ຍາດນໍາເຂົ້າ ງົວ, ຄວາຍ ຈາກ ອົງການບໍລິຫານພາສີຈີນແລ້ວ ຕ້ອງແຈ້ງໃຫ້ເຈົ້າໜ້າທີສັດຕະວະແພດ ທີ່ຖືກແຕ່ງຕັ້ງໄປປະຈໍາຢູ່ເຂດທ້ອນໂຮມສັດ ເພື່ອນໍາສັດເຂົ້າຟາມທ້ອນໂຮມຢ່າງໜ້ອຍ 45 ວັນ ຢູ່ເຂດທ້ອນໂຮມສັດເມືອງສິງ ແຂວງຫຼວງນໍ້າທາ ແລະ ຜ່ານລະບົບການຄຸ້ມຄອງຂອງພາກລັດ ເຊັ່ນ:

  1. ສັດທຸກໂຕຕ້ອງໄດ້ກວດກາສຸຂະພາບຈາກສັດຕະວະແພດ ທີ່ຖືກແຕ່ງຕັ້ງຈາກພາກລັດ.
  2. ພາຍຫຼັງນຳສັດເຂົ້າຟາມທ້ອນໂຮມສັດພາຍໃນ 3 ວັນ ຕ້ອງໄດ້ໜີບເບີຫູທີ່ສາມາດເຊື່ອມກັບລະບົບຖານຂໍ້ມູນພາສີຂອງ ສປ ຈີນ, ສັກຢາກັນພະຍາດປາກເປື່ອຍລົງເລັບ ແລະ ພະຍາດເຕົ້າໂຮມເລືອດ ງົວ, ຄວາຍ ໂດຍການຕິດຕາມຈາກສັດຕະວະແພດພາກລັດ.
  3. ຕິດຕາມກວດກາສຸຂະພາບສັດເປັນລາຍວັນ ພ້ອມບັນທຶກຂໍ້ມູນ ໂດຍສັດຕະວະແພດປະຈຳຟາມ.
  4. ບັນທືກການນຳໃຊ້ອາຫານ ແລະ ຢາປິ່ນປົວ ໂດຍສັດຕະວະແພດປະຈຳຟາມ.
  5. ສັດຕະວະແພດພາກລັດລົງຕິດຕາມ ກວດກາ ຢ່າງໜ້ອຍ ທິດລະ 1 ຄັ້ງ.
  6. ພາຍຫຼັງສັກຢາເຂັມທີ 1 ໄດ້ 30 ວັນ, ສັກເຂັມທີສອງກັນພະຍາດປາກເປື່ອຍລົງເລັບ ພ້ອມເກັບຕົວຢ່າງໄປກວດ 10% ຂອງຝູງສັດ.
  7. ພາຍຫຼັງທ້ອນໂຮມໄດ້ 45 ວັນ, ອີງຕາມຜົນກວດກາຈາກຫ້ອງວິໄຈພະຍາດສັດ ແລະ ການກວດກາສັດຕົວຈິງ ຢູ່ໃນຟາມທ້ອນໂຮມສັດຕົວຈິງ ຜ່ານ ຈຶ່ງອອກໃບອະນຸຍາດເຄື່ອນຍ້າຍສັດໄປສະຖານທີ່ກັກກັນໄດ້.

 

  1. ການກັກກັນ (ຢູ່ສະຖານທີ່ກັກກັນສັດ ເມືອງສິງ, ແຂວງຫຼວງນໍ້າທາ)

ພາຍຫຼັງຜ່ານເຂດທ້ອນໂຮມຢ່າງໜ້ອຍ 45 ວັນ, ຕ້ອງເອົາເຂົ້າສະຖານທີ່ກັກກັນໃຫ້ຄົບຢ່າງໜ້ອຍ 30 ວັນ ຢູ່ສະຖານທີ່ກັກກັນສັດ ເມືອງສິງ, ແຂວງຫຼວງນໍ້າທາ. ສະຖານທີ່ກັກກັນສັດ ຢູ່ໃນເຂດປອດ FMD ແລະ ໃຫ້ສອດຄ່ອງກັບມາດຕະຖານສະຖານທີ່ການກັກກັນສັດ ຂອງ ສປ ຈີນ ເລກທີ SN/T 4233-2021 ແລະ ຮັບຮອງຈາກສອງອົງການຂອງ ສປປ ລາວ ແລະ ສປ ຈີນ. ລາຍລະອຽດ ມີດັ່ງລຸ່ມນີ້:

  1. ສັດທຸກໂຕ ຕ້ອງໄດ້ຜ່ານການກວດກາສຸຂະພາບ, ກວດເບີຫູ, ຊັ່ງນໍ້າໜັກ ເອົາເຂົ້າລະບົບ.
  2. ຕິດຕາມກວດກາສຸຂະພາບສັດເປັນລາຍວັນ ພ້ອມບັນທຶກຂໍ້ມູນ ໂດຍສັດຕະວະແພດພາກລັດທີ່ຖືກແຕ່ງຕັ້ງລົງໄປປະຈຳຢູ່ໃນສະຖານທີ່ກັກກັນສັດ.
  3. ບັນທືກການນຳໃຊ້ອາຫານ ແລະ ຢາປິ່ນປົວ (ຖ້າມີການນຳໃຊ້) ໂດຍສັດຕະວະແພດພາກລັດ.
  4. ພາຍຫຼັງນຳສັດເຂົ້າສະຖານທີ່ກັກກັນສັດ ໄດ້ 15 ວັນ, ເກັບຕົວຢ່າງ 10% ເພື່ອໄປປະເມີນພູມຄຸ້ມກັນພະຍາດປາກເປື່ອຍລົງເລັບພາຍໃນຝູງ.
  5. ພາຍຫຼັງກັກກັນໄດ້ 30 ວັນ, ອີງຕາມຜົນການປະເມີນພູມຄຸ້ມກັນຢູ່ຫ້ອງວິໄຈພະຍາດສັດ ແລະ ການກວດກາສັດຕົວຈິງ ຢູ່ໃນສະຖານທີ່ກັກກັນສັດ ຜ່ານ ຈຶ່ງອອກໃບຢັ້ງຢືນສຸຂະພາບສັດໃຫ້.

 

ຂັ້ນຕອນ 3

ການປະກອບເອກະສານ ແລະ ການແຈ້ງສົ່ງອອກຢູ່ດ່ານ (ປາງໄຮ, ເມືອງສິງ, ແຂວງ

  1.  

 

  1. ການປະກອບເອກະສານສົ່ງອອກ.
  1. ສະເໜີຂໍໃບອະນຸຍາດສົ່ງອອກ (ກົມລ້ຽງສັດ ແລະ ການປະມົງ, ກະຊວງ ກປ)

ການຂໍໃບອະນຸຍາດສົ່ງອອກ ຕ້ອງປະກອບເອກະສານໃຫ້ຄົບ ແລ້ວສະເໜີຫາກົມລ້ຽງສັດ ແລະ ການປະມົງ, ກະຊວງ ກປ ລາຍລະອຽດດັ່ງລຸ່ມນີ້:

  1. ສໍາເນົາບັດປະຈໍາຕົວປະຊາຊົນ ຫຼື ໜັງສື່ເດີນທາງ.
  2. ສໍາເນົາໃບທະບຽນວິສາຫະກິດ.
  3. ໃບຢັ້ງຢືນສຸຂະພາບສັດ (ໃນມື້ນໍາສິນຄ້ານໍາເຂົ້າ/ສົ່ງອອກ).
  4. ໃບຢັ້ງຢືນການກັກກັນ.
  5. ໃບຢັ້ງຢືນຜົນການວິໄຈ.
  6. ໃບແຈ້ງລາຄາສິນຄ້າ ແລະ ແຈ້ງລາຍການສິນຄ້າ.
  7. ໃບຢັ້ງຢືນມາດຕະຖານດ້ານເຕັກນິກກ່ຽວກັບຝາມ.
  8. ບົດລາຍງານການກວດກາຕົວຈິງຈາກອົງການຄຸ້ມຄອງກ່ຽວຂ້ອງຂັ້ນເມືອງ ຫຼື ແຂວງ ໃນກໍລະນີທີ່ມີການຮຽກຮ້ອງ.
  9. ໃບມອບສິດຈາກຜູ້ຂໍສົ່ງອອກ.
  1. ການສະເໜີຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (ຂະແໜງ ອຄ ແຂວງຫຼວງນໍ້າທາ)

ກ່ອນຈະຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຜູ້ປະກອບການຈະຕ້ອງມີໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດກ່ອນ.

ການຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ CPE ຕ້ອງປະກອບເອກະສານໃຫ້ຄົບຖ້ວນແລ້ວ ສະເໜີຫາພະແນກອຸດສາຫະກໍາ ແລະ ການຄ້າແຂວງຫຼວງນໍ້າທາ ລາຍລະອຽດດັ່ງນີ້:

  1. ໃບຄໍາຮ້ອງ (ຕາມແບບພິມທີ່ກົມການຄ້າຕ່າງປະເທດກໍານົດ).
  2. ໃບແຈ້ງລາຄານໍາເຂົ້າ.
  3. ໜັງສືຮັບຮອງລາຍລະອຽດ, ຂັ້ນຕອນການຜະລິດ, ຕົ້ນທຶນ ແລະ ລາຄາສິນຄ້າ ແລະ ແຜນວາດຂະບວນການຜະລິດ (ຕາມແບບພິມທີ່ກົມການຄ້າຕ່າງປະເທດກໍານົດ).
  4. ເອກະສານຢັ້ງຢືນການໄດ້ມາ ຫຼື ການນໍາເຂົ້າວັດຖຸດິບ.
  5. ໃບແຈ້ງຂີດຄວາມສາມາດໃນການສົ່ງອອກປະຈໍາປີ.
  6. ໃບແຈ້ງແບບຢ່າງລາຍເຊັນຂອງ ບໍລິສັດ ຕາມແບບພິມທີ່ (ກົມການຄ້າຕ່າງປະເທດເປັນຜູ້ກໍານົດ)
  7. ໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດທີ່ກ່ຽວຂ້ອງ (ສະບັບສໍາເນົາ)
  8. ໃບຢັ້ງຢືນການມອບພັນທະອາກອນປະຈໍາປີ (ສະບັບສໍາເນົາ).

ພາຍຫຼັງໄດ້ຮັບໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ (CPE) ແລ້ວ ຜູ້ສົ່ງອອກຕ້ອງປະກອບເອກະສານໃຫ້ຄົບຖ້ວນແລ້ວຍື່ນຫາຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງສິງ, ແຂວງຫຼວງນໍ້າທາ ເພື່ອຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ລາຍລະອຽດດັ່ງລຸ່ມນີ້:

  1. ໃບຄໍາຮ້ອງຕາມແບບພິມທີ່ (ກົມການຄ້າຕ່າງປະເທດ ໄດ້ກໍານົດ).
  2. ໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ ຫຼື ໃບຢັ້ງຢືນແຫຼ່ງທີ່ມາຂອງສິນຄ້າ (ສະບັບສໍາເນົາ).
  3. ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ທີ່ໄດ້ຕື່ມຂໍ້ມູນແລ້ວ.
  4. ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ສິນຄ້າສົ່ງອອກ.
  5. ໃບແຈ້ງພາສີເປັນລາຍລະອຽດ ແລະ ໃບຂົນສົ່ງສິນຄ້າ ໃນກໍລະນີທີ່ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.

 

  1. ສະເໜີຊໍາລະອາກອນກໍາໄລ (ຫ້ອງການການເງິນເມືອງສິງ, ແຂວງຫຼວງນໍ້າທາ)

ການຊໍາລະອາກອນກໍາໄລ ແມ່ນປະຕິບັດຕາມຂັ້ນຕອນ ດັ່ງລຸ່ມນີ້:

  1. ສູດຄິດໄລ່ກໍາໄລລວມ: ກໍາໄລລວມ = ລາຍຮັບທຸລະກິດ (ມູນຄ່າຂາຍ)X15%(ອັດຕາກໍາໄລລວມ)
  2. ສູດຄິດໄລ່ອາກອນກໍາໄລ ອາກອນກໍາໄລ = ກໍາໄລລວມ X20% (ອັດຕາອາກອນກໍາໄລ)

 

ຕົວຢ່າງ: ການຄິດໄລ່ອາກອນກໍາໄລ.

ສົມມຸດ: ມູນຄ່າສົ່ງອອກສັດໃຫຍ່ (ງົວ,ຄວາຍ) ແມ່ນ 300,000,000 ກີບ.

ກໍາໄລລວມ:

300,000,000X15% (ອັດຕາກໍາໄລລວມ)

= 45,000,000

ອາກອນກໍາໄລທີ່ຕ້ອງມອບແມ່ນ:

45,000,000X20%(ອັດຕາອາກອນກໍາໄລ)

= 9,000,000

 

ໝາຍເຫດ: ພາຍຫຼັງໄດ້ສໍາເລັດການຊໍາລະອາກອນກໍາໄລ ແມ່ນຈະໄດ້ຮັບໃບຢັ້ງຢືນການຊໍາລະອາກອນກໍາໄລ.

 

  1. ການແຈ້ງເອກະສານຢູ່ດ່ານ.
  1. ການແຈ້ງເອກະສານສຸຂານາໄມຢູ່ດ່ານປາງໄຮ (ເມືອງສິງ, ແຂວງຫຼວງນໍ້າທາ).

ຜູ້ປະກອບການ ຕ້ອງປະກອບເອກະສານໃຫ້ຖືກຕ້ອງຄົບຖ້ວນ ແລ້ວແຈ້ງຫາເຈົ້າໜ້າທີ່ກັກກັນປະຈໍາດ່ານປາງໄຮ ເມືອງສິງ ແຂວງຫຼວງນໍ້າທາ ລາຍລະອຽດມີດັ່ງລຸ່ມນີ້:

  1. ໃບອະນຸຍາດສົ່ງອອກງົວ.
  2. ໃບທະບຽນວິສາຫະກິດ (ສະບັບສໍາເນົາ).
  3. ໃບຢັ້ງຢືນສຸຂະພາບສັດ.
  4. ໃບຢັ້ງຢືນການກັກກັນ.
  5. ໃບແຈ້ງລາຄາສິນຄ້າ ແລະ ແຈ້ງລາຍການສິນຄ້າ.
  6. ໃບແຈ້ງອະນຸຍາດຂອງປະເທດນໍາເຂົ້າໃນກໍລະນີຂົນສົ່ງຜ່ານ.
  7. ໃບມອບສິດຈາກຜູ້ຂໍນໍາເຂົ້າ (ຖ້າຫາກໃຫ້ຜູ້ອືນມາດໍາເນີນການແທນ).
  8. ໃບຢັ້ງຢືນມາດຕະຖານດ້ານເຕັກນິກກ່ຽວກັບຝາມ.
  9. ບົດລາຍງານການກວດກາຕົວຈິງຈາກອົງການຄຸ້ມຄອງກ່ຽວຂ້ອງຂັ້ນເມືອງ ຫຼື ແຂວງ ໃນກໍລະນີທີ່ມີການຮຽກຮ້ອງ.
  1. ການແຈ້ງເອກະສານພາສີເພື່ອກວດປ່ອຍ (ເຈົ້າໜ້າທີ່ພາສີປະຈໍາດ່ານປາງໄຮ ເມືອງສິງ, ແຂວງຫຼວງນໍ້າທາ)

ການແຈ້ງພາສີ ແມ່ນການແຈ້ງຂໍ້ມູນກ່ຽວກັບສິນຄ້າ, ເຄື່ອງຂອງ, ເຈົ້າຂອງສິນຄ້າ, ການຂົນສົ່ງ ແລະ ເອກະສານທຸລະກໍາທາງການຄ້າເພື່ອເປັນຂໍ້ມູນໃນການຄວບຄຸມ ແລະ ກວດກາ ຂອງເຈົ້າໜ້າທີ່ພາສີ ແລະ /ຫຼື ເສຍພາສີ ໃຫ້ຖືກຕ້ອງ.

ຜູ້ແຈ້ງພາສີ ສາມາດແຈ້ງພາສີເປັນລາຍລະອຽດລ່ວງໜ້າ ພາຍໃນເວລາ 07 ວັນ ລັດຖະການ ແລະ ຕ້ອງປະກອບເອກະສານໃຫ້ຄົບຖ້ວນ. ພາຍຫຼັງການແຈ້ງພາສີເປັນລາຍລະອຽດໄດ້ລົງທະບຽນແລ້ວ ໃຫ້ຜູ້ແຈ້ງພາສີ ຊໍາລະຄ່າທໍານຽມ ແລະ ຄ່າພາສີ (ຖ້າມີ) ເມື່ອສິນຄ້າມາເຖິງດ່ານພາສີຊາຍແດນ. ພາຍຫຼັງສິນຄ້າມາເຖິງດ່ານພາສີຊາຍແດນແລ້ວ ເຈົ້າໜ້າທີ່ພາສີ ຈະກວດກາຕົວຈິງ ເພື່ອກວດປ່ອຍສິນຄ້າ ລາຍລະອຽດການປະກອບເອກະສານມີດັ່ງລຸ່ມນີ້:

  1. ໃບແຈ້ງລາຄາ (Invoice)
  2. ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ.
  3. ໃບສັນຍາຊື້-ຂາຍ.
  4. ໃບຢັ້ງຢືນປອດເຊື້ອໂລກ/ໃບຢັ້ງຢືນສຸຂະພາບສັດ.
  5. ໃບແຈ້ງລາຍການຫຸ້ມຫໍ່ສິນຄ້າ, ເຄື່ອງຂອງ (Packing List).
  6. ໃບສັກຢາກັນພະຍາດ (ຖ້າເປັນສັດມີຊີວິດ)
  7. ໃບອະນຸຍາດສົ່ງອອກ.
  8. ໃບອະນຸຍາດດໍາເນີນທຸລະກິດ (ສໍາເນົາ).
  9. ໃບທະບຽນສ່ວຍສາອາກອນ (ສໍາເນົາ).
  10. ຫຼື ເອກະສານທີ່ກ່ຽວຂ້ອງອື່ນໆ (ສໍາເນົາ).

 

ເອກະສານອ້າງອີງ

  1. ກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ)ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020.
  2. ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ (ສະບັບປັບປຸງ) ສະບັບເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019.
  3. ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ (ສະບັບປັບປຸງ) ສະບັບເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016.
  4. ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ສະບັບເລກທີ 33/ສພຊ, ລົງວັນທີ 29 ທັນວາ 2022.
  5. ຂໍ້ຕົກລົງວ່າດ້ວຍການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ສະບັບເລກທີ 0795/ກປ, ລົງວັນທີ 10 ເມສາ 2019.
  6. ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງກິດຈະກໍາຟາມລ້ຽງສັດ ໃນ ສປປ ລາວ ສະບັບເລກທີ 0209/ກປ, ລົງວັນທີ 06 ມັງກອນ 2013ກ
  7. ຄໍາແນະນໍາກ່ຽວກັບການຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດສະບັບເລກທີ 0588/ອຄ.ກຂອ, ລົງວັນທີ 12 ກໍລະກົດ 2021.
  8. ຄໍາແນະນໍາຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 0819/ກງ, ລົງວັນທີ 10 ກຸມພາ 2021.
  9. ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ສະບັບເລກທີ 3269/ກງ, ລົງວັນທີ 26 ກໍລະກົດ 2021.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?