ວັນທີ 11 ກໍລະກົດ 2025 ທີ່ ແຂວງ ບໍ່ແກ້ວ ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ.ສ) ໄດ້ຈັດກອງປະຊຸມແບບເຊິ່ງໜ້າ ແລະ ທາງໄກ ເພື່ອຜ່ານ ບົດສະຫຼຸບວຽກອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 6 ເດືອນທ້າຍປີ 2024 ຫາ 6 ເດືອນຕົ້ນປີ 2025 ແລະ ແຜນການປີ 2025-2026 ລວມທັງແຜນດໍາເນີນງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030, ຊຶ່ງໃຫ້ກຽດເປັນປະທານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການ ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ມີບັນດາ ທ່ານລັດຖະມົນຕີ, ເຈົ້າແຂວງ, ຮອງລັດຖະມົນຕີ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງເຈົ້າແຂວງ, ຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກບັນດາກະຊວງ, ກົມກອງ, ຂະແໜງການທີ່ກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ທົ່ວປະເທດ ເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ທາງໄກ.

ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບການສະຫຼຸບ, ຕີລາຄາດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງໃນ 6 ເດືອນທ້າຍປີ 2024 ຫາ 6 ເດືອນຕົ້ນປີ 2025 ແລະ ແຜນການປີ 2025-2026 ພ້ອມທັງຮັບຟັງການລາຍງານແຜນດໍາເນີນງານອໍານວຍຄວາມສະດວກທາງ ດ້ານການຄ້າ ແລະ ການຂົນສົ່ງ ປີ 2025-2030 ທີ່ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຕາມດໍາລັດ ເລກທີ 291/ນຍ, ລົງວັນທີ 28 ພຶດສະພາ 2025.

ກອງປະຊຸມໄດ້ຮັບການແລກປ່ຽນ ປະກອບຄໍາຄິດເຫັນ ແລະ ເປັນເອກະພາບຕໍ່ບົດສະຫຼຸບວຽກອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 6 ເດືອນທ້າຍປີ 2024 ຫາ 6 ເດືອນຕົ້ນປີ 2025 ແລະ ແຜນການປີ 2025-2026, ຊຶ່ງໃນຕອນທ້າຍ ທ່ານ ປະທານ ກອງປະຊຸມ ໄດ້ຊີ້ນຳໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ພ້ອມກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງຕາມນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດທີ່ໄດ້ວາງອອກ ໂດຍສະເພາະ ຕາມແຜນດໍາເນີນງານ ງານອໍານວຍຄວາມສະດວກທາງ ດ້ານການຄ້າ ແລະ ການຂົນສົ່ງ ປີ 2025-2030


ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.