ຫ້ອງວ່າການລັດຖະບານ ໄດ້ແຈ້ງການເຖິງບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອຊາບກ່ຽວກັບການມອບຄວາມຮັບຜິດຊອບ ໃຫ້ແກ່ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງພາກເໜືອ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ/ແຂວງ  ໃຫ້ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມເຜີຍແຜ່ ບົດບັນທຶກກ່ຽວກັບຂໍ້ກໍານົດເງື່ອນໄຂການກວດກາສັດຕູພືດສາລີຂອງ ສປປ ລາວ ກ່ອນການນໍາເຂົ້າ ສປ ຈີນ ເພື່ອຊຸກຍູ້ ແລະ ສົ່ງເສີມການສົ່ງອອກໝາກສາລີຂອງ ສປປ ລາວ ໄປ ສປ ຈີນ ໃຫ້ໄດ້ຕາມມາດຕະຖານ ແລະ ເງື່ອນໄຂການກວດກາສັດຕູພືດ. ໂດຍໄດ້ມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການ ໃນການສຶກສາຄົ້ນຄວ້າ, ສ້າງຫ້ອງວິໄຈຄຸນນະພາບຢູ່ຕາມດ່ານສາກົນ ເພື່ອຮອງຮັບການສົ່ງອອກສິນຄ້າປະເພດສາລີ ແລະ ພືດອື່ນໆໄປ ສປ ຈີນ ໃນຕໍ່ໜ້າ.

# ຫົວຂໍ້ ດາວໂຫຼດ
1 The Office of The Government has issued an announcement to implement the memorandum on the requirement to have pest investigation on corn before exporting from Lao PDR to the P.R. China PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.